ອາວຸດທາງໄຊເບີ ປ່ຽນການສູ້ຮົບສະໄໝໃໝ່

42

ວິວັດທະນາການຂອງສົງຄາມປ່ຽນແປງຢູ່ຕະຫຼອດເວລາ ຕັ້ງແຕ່ການສູ້ຮົບດ້ວຍກໍາລັງຄົນ, ດ້ວຍອາວຸດ, ລະເບີດນິວເຄລຍຕ່າງໆຈົນເຂົ້າສູ່ສະໄໝປັດຈຸບັນທີ່ໂລກໄຊເບີ ມີຄວາມສໍາຄັນບໍ່ໜ້ອຍໜ້າໂລກຄວາມຈິງ, ໂລກໄຊເບີຈຶ່ງກາຍມາເປັນສະໜາມຮົບແຫ່ງໃໝ່ທີ່ຜູ້ຊ່ຽວຊານເອງກໍຍັງບໍ່ອາດຈະປະເມີນໄດ້ວ່າ ສົງ  ຄາມນີ້ຈະສ້າງຄວາມເສຍຫາຍເຖິງຊີວິດ ຫຼື ບໍ່?.

ເມື່ອສອງເດືອນກ່ອນ ເຮືອຂົນສົ່ງນໍ້າມັນຂອງຍີ່ປຸ່ນ 2 ລໍາ ແລະ ນ໊ອກແວ 1 ລໍາ ຖືກໂຈມຕີທາງໄຊເບີ ໃນອ່າວໂອມານຈາກກອງກໍາລັງບໍ່ຊາບຝ່າຍ.

ນັກຍຸດທະສາດທາງທະຫານຂອງອາເມຣິກາ ໄດ້ວາງແຜນການໂຈມຕີທາງໄຊເບີສ່ວນສໍາຄັນຂອງພື້ນຖານໂຄງລ່າງດ້ານດິຈິຕອລຂອງອີຣານ ຫຼັງອາເມຣິກາລະບຸວ່າ ອີຣານ ໂຈມຕີເຮືອຂົນສົ່ງນໍ້າມັນເລື້ອຍໆໃນໄລຍະຫຼາຍເດືອນທີ່ຜ່ານມາ, ຄະນະເສນາທິການຂອງອາເມຣິກາ ກໍຍິ່ງຂໍໃຫ້ມີການເພີ່ມຂີດຄວາມສາມາດທາງໄຊເບີຫຼາຍຂຶ້ນ.

ອາວຸດໄຊເບີເປັນອາວຸດລັບທີ່ຂຽນຂຶ້ນຈາກເລກ 0 ແລະ 1 ຄ້າຍຄືກັບໂຄ໊ດຄອມພິວເຕີອື່ນໆ, ນັກຮົບໄຊເບີສາມາດເຈາະເຂົ້າໄປໃນເຄືອຂ່າຍຄອມພິວເຕີທັງໝົດ ຫຼື ເຂົ້າໄປສ້າງຄວາມເສຍຫາຍໃນກັບຄອມພິວເຕີເຄື່ອງໃດເຄື່ອງໜຶ່ງກໍໄດ້, ໄດ້ປ່ຽນແປງສັນຍານຕ່າງໆ, ຢຸດການໂຈມຕີທາງທະຫານຂອງສັດຕູກ່ອນເວລາທີ່ຕັ້ງໄວ້ກໍໄດ້, ຕະຫຼອດຮອດສະກັດກັ້ນລະບົບສື່ສານ ໂດຍທັງໝົດນີ້ອາວຸດໄຊເບີສາມາດເຮັດໄດ້ໂດຍບໍ່ມີປະກາຍໄຟ, ບໍ່ມີສຽງລະເບີດໃດໆເຊັ່ນອາວຸດສົງຄາມອື່ນໆ ພຽງອາໄສຈຸດອ່ອນທາງຊ໊ອຟແວຣ໌, ເຄືອຂ່າຍໄຊເບີທີ່ບໍ່ມີປະສິດທິພາບ ແລະ ຄົນທີ່ຈະເປີດໄຟລ໌ມັລແວຣ໌ຂຶ້ນມາໂດຍບໍ່ຕັ້ງໃຈ.