ອາເມຣິກາ ປະກາດເລື່ອນເວລາການເກັບພາສີສິນຄ້າ ຈີນ

36

ອາເມຣິກາ ປະກາດເລື່ອນເວລາການເກັບພາສີສິນຄ້ານໍາເຂົ້າຈາກຈີນ ອອກໄປເປັນວັນທີ 15 ເດືອນທັນວາ ທີ່ຈະເຖິງນີ້, ຈາກແຕ່ກ່ອນທີ່ມີກໍານົດໃນວັນທີ 1 ເດືອນກັນຍາ.

ນອກຈາກນີ້, ອາເມຣິກາ ຍັງມີການຖອດສິນຄ້າບາງປະເພດອອກຈາກບັນຊີລາຍຊື່ລາຍການສິນຄ້າຂອງຈີນ ທີ່ຈະຖືກເກັບພາສີຄັ້ງໃຫຍ່ນໍາອີກ.

ສໍານັກງານຜູ້ແທນການຄ້າອາເມຣິກາ ໃຫ້ເຫດຜົນກ່ຽວກັບການຖອດສິນຄ້າບາງປະເພດອອກຈາກບັນຊີລາຍຊື່ລາຍການສິນຄ້າຂອງຈີນ ທີ່ຈະຖືກເກັບຄັ້ງໃໝ່ ໂດຍລະບຸເຖິງປັດໄຈດ້ານສຸຂະພາບ, ຄວາມປອດໄພ ແລະ ຄວາມໝັ້ນຄົງຂອງປະເທດ ເຊິ່ງສິນຄ້າດັ່ງກ່າວຈະບໍ່ຖືກເກັບພາສີເພີ່ມຂຶ້ນອີກ 10%.

ທັງນີ້, ສິນຄ້າທີ່ຖືກເລື່ອນການເກັບພາສີປະກອບມີ: ໂທລະສັບມືຖື, ແລັບທັອບ, ຄອມພິວເຕີ, ວິດີໂອເກມ, ເຄື່ອງຫຼິ້ນ, ເກີບ ແລະ ເສື້ອຜ້າ.

ການປະກາດດັ່ງກ່າວຂອງສໍານັກງານຜູ້ແທນການຄ້າອາເມຣິກາ ມີຂຶ້ນກ່ອນທີ່ເຈົ້າໜ້າທີ່ອາເມຣິກາ ແລະ ຈີນ ມີກໍານົດເຈລະຈາການຄ້າໃນອີກ 2 ອາທິດຕໍ່ໜ້າ, ການປະກາດເລື່ອນເວລາການເກັບພາສີສິນຄ້າຈີນ ອອກໄປໃນຄັ້ງນີ້ຊ່ວຍຜ່ອນຄາຍສະຖານະການເຄັ່ງຕຶງທາງການຄ້າລະຫວ່າງສອງປະເທດໄດ້ໃນລະດັບໜຶ່ງ.