ອິນເດຍ ຮຽກຮ້ອງໃຫ້ຢຸດໃຊ້ຊ້າງບໍລິການນັກທ່ອງທ່ຽວ

41

ນັກເຄື່ອນໄຫວໃນອິນເດຍ ອອກມາຮຽກຮ້ອງໃຫ້ຢຸດການໃຊ້ຊ້າງເພື່ອການທ່ອງທ່ຽວໃນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງໃນອິນເດຍ.

ຊ້າງກວ່າ 100 ໂຕ ທີ່ໃຫ້ບໍລິການນັກທ່ອງທ່ຽວນັ້ນ ຈະຕ້ອງແບກຫາບທີ່ນັ່ງ ແລະ ນັກທ່ອງທ່ຽວຫຼາຍຄົນນໍ້າໜັກສະເລ່ຍຫຼາຍກວ່າ 300 ກິໂລກຣາມຕໍ່ວັນ.

ນັກເຄື່ອນໄຫວດັ່ງກ່າວສະເໜີໃຫ້ຫັນມາໃຊ້ລົດໃນການພານັກທ່ອງທ່ຽວໄປຕາມສະຖານທີ່ຕ່າງໆແທນການນັ່ງເທິງຫຼັງຊ້າງທ່ຽວຊົມເມືອງ.

ການຂີ່ຊ້າງຂອງນັກທ່ອງທ່ຽວນັ້ນລາຄາຖ້ຽວລະ 900 ຣູປີ, ຂະນະທີ່ສ່ວນແບ່ງທີ່ເປັນສະຫວັດດີການຂອງຊ້າງນັ້ນຈະໄດ້ຮັບພຽງ 200 ຣູປີເທົ່ານັ້ນ ແລະ ຊ້າງເຫຼົ່ານີ້ຈະຖືກໃຊ້ແຮງງານເພື່ອໃຫ້ບໍລິການນັກທ່ອງທ່ຽວໃນທຸກວັນຕະຫຼອດເວລາ 365 ວັນ.

ຢ່າງໃດກໍຕາມ, ໃນໄລຍະທີ່ຜ່ານມາອົງກອນພິທັກສິດທິສັດບາງແຫ່ງກໍອອກມາຮຽກຮ້ອງໃຫ້ຢຸດການໃຊ້ຊ້າງໃນການໃຊ້ບໍລິການແກ່ນັກທ່ອງທ່ຽວ ຕະຫຼອດຮອດມີການເປີດເຜີຍວ່າມີການໃຊ້ຊ້າງຕາບອດ ແລະ ຊ້າງທີ່ບາດເຈັບຈາກການຖືກໃຊ້ວຽກຢ່າງໜັກມາໃຫ້ບໍລິການແກ່ນັກທ່ອງທ່ຽວເຊັ່ນກັນ.