ອີ – ສະປອດລາວ ຄັດໄດ້ແລ້ວ 4 ທີມ ຈາກ 4 ລາຍການ ເຂົ້າຮ່ວມແຂ່ງຂັນລາຍການຊີງແຊັມໂລກທ້າຍປີນີ້

58

ສະຫະພັນກີລາ ອີ – ສະປອດ ແຫ່ງຊາດລາວ ສາມາດຄັດໄດ້ແລ້ວ 4 ທີມ ຈາກ 4 ລາຍການ ກຽມເຂົ້າຮ່ວມລາຍການຊີງແຊັມໂລກ ໂຊນອາຊີ ລາຍການ WESG South East Asia ( WESG 2019 ) ທີ່ປະເທດມາເລເຊຍ ໃນທ້າຍປີນີ້ຫຼັງຈາກທີ່ໄດ້ຄັດເລືອກໃນປະເທດ ມາຕັ້ງແຕ່ຕົ້ນເດືອນສິງຫາທີ່ຜ່ານມາ.

ການຄັດເລືອກນັກກີລາ ອີ – ສະປອດ ທີມຊາດລາວ ຈັດຂຶ້ນໃນວັນທີ 3 – 11 ສິງຫາ 2019 ເພື່ອຄັດເອົາອັນດັບທີ 1 ຂອງແຕ່ລະປະເພດເກມໄປແຂ່ງທີ່ປະເທດມາເລເຊຍ ເຊິ່ງຈະລວມເອົາ 10 ປະເທດອາຊຽນມາແຂ່ງກັນ. ນອກນັ້ນ, ນັກກີລາຍັງມີໂອກາດພົບກັບທີມທີ່ມາຈາກຫຼາຍປະເທດ ແລກປ່ຽນວັດທະນະທຳທີ່ແຕກຕ່າງໃຫ້ກັນ ແລະ ກັນ.

ໂດຍເມື່ອວັນທີ 11 ສິງຫາທີ່ຜ່ານມາ ທີ່ອາຄານ ລາວ ອາທ໌ມີເດຍ ບ້ານດົງນາໂຊກ ນະຄອນຫຼວງວຽງຈັນ ໄດ້ມີການຈັດການແຂ່ງຂັນຄັດເລືອກຮອບຊີງຊະນະເລີດ ເພື່ອຄັດເອົາ 4 ທີມ ຈາກ 4 ປະເພດເປັນຕົວແທນປະເທດໄປຮ່ວມແຂ່ງຂັນຊີງແຊັມໂລກ ໂຊນອາຊີ ທີ່ປະເທດມາເລເຊຍ ໃນທ້າຍປີນີ້ ໂດຍທັງ 4 ທີມ ແມ່ນໄດ້ຮັບເງິນລາງວັນລວມ 45 ລ້ານກີບ.

ຜ່ານການແຂ່ງຂັນ ປາກົດວ່າ: ປະເພດ Dota 2 ( ແຂ່ງ 5 ແລະ ສໍາຮອງ 3 ຄົນ ) ທີມທີ່ໄດ້ຊະນະເລີດຕົກເປັນຂອງ Aggressive Slayer ທີ່ເອົາຊະນະທີມ Revolution ໄປໄດ້ 2 – 0 ເກມ; ປະເພດ CSGO Man ( ແຂ່ງ 5 ແລະ ສໍາຮອງ 3 ຄົນ ) ທີມຊະນະເລີດຕົກເປັນຂອງ VET ( Vientiane all Stars ) ທີ່ຊະນະ ທີມ   E – Vian ໄປໄດ້ 2 – 0 ເກມ; ປະເພດ CSGO Women ( ແຂ່ງ 5 ແລະ ສໍາຮອງ 3 ຄົນ ) ທີມຊະນະເລີດເປັນຂອງ Acid-Base Esports ແລະ ປະເພດ Starcraft ແຂ່ງດ່ຽວ II ທີມຊະນະເລີດໄດ້ແກ່ Mr. Robot ຈາກການເອົາຊະນະ Undead ໄປໄດ້ 2 – 0 ເກມ.

ສໍາລັບ 4 ທີມ ທີ່ຊະນະເລີດໄດ້ແກ່ Aggressive Slayer ຈາກເກມ Dota 2, VET ( Vientiane all Stars ) ຈາກເກມ CSGO Man, Acid – Base Esports ຈາກເກມ CSGO Women ແລະ Mr. Robot ຈະໄດ້ເຂົ້າສູນຝຶກຊ້ອມທີມຊາດ ກ່ອນຈະເດີນທາງໄປແຂ່ງຂັນລາຍການຊີງແຊັມໂລກ ໂຊນອາຊີ ທີ່ປະເທດມາເລເຊຍ ໃນທ້າຍປີນີ້.

( ຄໍາສອນ; ຮູບຈາກ: ສະຫະພັນກີລາ ອີ – ສະປອດ ແຫ່ງຊາດລາວ )