ອຸດສາຫະກໍາການບິນ ປ່ອຍອາຍພິດເຮືອນແກ້ວເພີ່ມຂຶ້ນເຖິງ 114%

37

ທົດສະວັດທີ່ຜ່ານມາ ອຸດສາຫະກໍາການບິນ ປ່ອຍອາຍພິດເຮືອນແກ້ວເພີ່ມຂຶ້ນເຖິງ 114%, ຂະນະທີ່ຫຼາຍປະເທດຫັນມາເກັບພາສີການປ່ອຍອາຍພິດດັ່ງກ່າວຈາກຜູ້ໂດຍສານ ເພື່ອຮ່ວມຮັບຜິດຊອບຮ່ວມກັນ.

ການປ່ອຍອາຍພິດເຮືອນແກ້ວ ໃນປີ 2018 ຖືກປ່ອຍຫຼາຍທີ່ສຸດເປັນປະຫວັດສາດ ນັບຕັ້ງແຕ່ມີການບັນທຶກເຮັດໃຫ້ສະພາບອາກາດຂອງໂລກຮ້ອນຂຶ້ນເຖິງ 43% ນັບຕັ້ງແຕ່ປີ 1990 ເປັນຕົ້ນມາ.

ພາກການຄົມມະນາຄົມຂົນສົ່ງອາເມຣິກາ ມີອັດຕາສ່ວນການປ່ອຍອາຍພິດເຮືອນແກ້ວຫຼາຍທີ່ສຸດ ໂດຍຄິດເປັນອັດຕາສະເລ່ຍເຖິງ 29%, ຂະນະທີ່ເອີຣົບ ພາກການຄົມມະນາຄົມຂົນສົ່ງປ່ອຍອາຍພິດເຮືອນແກ້ວຫຼາຍເຖິງ 27% ແລະ ອຸດສາຫະກໍາການບິນລະຫວ່າງປະເທດນັ້ນເປັນພາກສ່ວນທີ່ປ່ອຍອາຍພິດເຮືອນແກ້ວຫຼາຍທີ່ສຸດ ນັບຕັ້ງແຕ່ປີ 1990 ເປັນຕົ້ນມາ ມີການປ່ອຍອາຍພິດເຮືອນແກ້ວເພີ່ມຂຶ້ນເຖິງ 114%.

ບົດລາຍງານຂອງກຸ່ມປະຕິບັດການຂົນສົ່ງທາງອາກາດ ໃຫ້ຮູ້ວ່າ: ໃນປີ 2018 ອຸດສາຫະກໍາການບິນທົ່ວໂລກ ປ່ອຍອາຍພິດເຮືອນແກ້ວຫຼາຍເຖິງ 895 ລ້ານໂຕນ ຫຼື ປະມານ 2,4% ຂອງການປ່ອຍອາຍພິດເຮືອນແກ້ວຈາກສີມືມະນຸດທີ່ມີຫຼາຍກວ່າ 42 ພັນລ້ານໂຕນ.