ເດັກນ້ອຍລາວ ຍາດໄດ້ 2 ລາງວັນ ແຂ່ງຂັນຫຸ່ນຍົນນານາຊາດ

141

ລະຫວ່າງວັນທີ 2 – 3 ສິງຫາ 2019 ນີ້, ສູນການຮຽນຮູ້ ວີເອັຟ ໄດ້ຮ່ວມກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ສົ່ງຕົວແທນເດັກນ້ອຍລາວ ຈຳນວນ 9 ຄົນ ໄປແຂ່ງຂັນຫຸ່ນຍົນຂັ້ນນານາຊາດ ທີ່ເມືອງເດຊອນ ສ.ເກົາຫຼີ ໂດຍມີທັງໝົດ 30 ປະເທດເຂົ້າຮ່ວມ ປະກອບມີ 7 ປະເພດແຂ່ງຂັນ ເຊິ່ງຕົວແທນຈາກ ສປປ ລາວ ສາມາດຍາດໄດ້ລາງວັນທີ 2 ໃນລາຍການແຂ່ງຂັນມວຍ ແລະ ລາງວັນທີ 3 ໃນລາຍການອອກແບບປະດິດສ້າງຫຸ່ນຍົນ.

ທ່ານ ນາງ ສຸກຖາວອນ ວົງສະຫວັນ ຜູ້ອຳນວຍການສູນຮຽນຮູ້ ວີເອັຟ ໄດ້ໃຫ້ສຳພາດວ່າ: ສູນຮຽນຮູ້ ວີເອັຟ ເປັນສູນການຮຽນຮູ້ສະເຕັມສຶກສາ ທີ່ຮຽນຮູ້ກ່ຽວກັບການສ້າງຫຸ່ນຍົນ ເພື່ອເສີມສ້າງທັກສະທາງດ້ານວິທະຍາສາດ, ເຕັກໂນໂລຊີ, ວິສະວະກຳ ແລະ ຄະນິດສາດ ໃຫ້ແກ່ເດັກນ້ອຍລາວໃຫ້ມີແນວຄິດສ້າງສັນ, ມີຄວາມຮູ້ທາງດ້ານວິທະຍາສາດ ແລະ ກາຍເປັນຄົນທີ່ມີຄຸນນະພາບໃຫ້ແກ່ສັງຄົມ. ສູນເປັນສະມາຊິກສະມາຄົມຫຸ່ນຍົນຊາວໜຸ່ມສາກົນ ທີ່ເປັນຕົວແທນຂອງ ສປປ ລາວ ເຂົ້າແຂ່ງຂັນຫຸ່ນຍົນໃນລະດັບສາກົນ.

ສູນໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນພະຈິກ 2018 ເປັນຕົ້ນມາ ແລະ ໄດ້ເປັນຕົວແທນ ສປປ ລາວ ເຂົ້າແຂ່ງຂັນຫຸ່ນຍົນນານາຊາດ ມາແລ້ວ 2 ຄັ້ງ ເຊັ່ນ: ເດືອນທັນວາ 2018 ໄດ້ໄປແຂ່ງຂັນທີ່ບາງກອກ ປະເທດໄທ ສາມາດຍາດໄດ້ລາງວັນທີ 5 ຫຼຽນທອງ ແລະ ໃນຄັ້ງນີ້ທີ່ ສູນວີເອັຟ ໄດ້ຈັດຝຶກຮຽນຮູ້ໃຫ້ເດັນນ້ອຍລາວ ຈຳນວນ 9 ຄົນ ພາຍໃນໄລຍະເວລາ 2 ເດືອນ ຄື: ເດືອນມິຖຸນາ ແລະ ກໍລະກົດ ເພື່ອເຂົ້າແຂ່ງຂັນທີ່ເມືອງເດຊອນ ສ.ເກົາຫຼີ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 1.500 ຄົນ ມາຈາກ 30 ປະເທດໃນທົ່ວໂລກ, ປະກອບມີທັງໝົດ 7 ປະເພດ ຄື: ໂບລິ້ງ, ບານບ້ວງ, ເຕະບານ, ອອກແບບປະດິດສ້າງຫຸ່ນຍົນ, ບານສົ່ງ, ຊູໂມ ແລະ ມວຍ Boxing.

ການແຂ່ງຂັນໃນຄັ້ງນີ້ຖືເປັນການທົດສອບຄວາມສາມາດຂອງ ສປປ ລາວທີ່ສຸດ ຖ້າທຽບໃສ່ປະເທດອື່ນເປັນຕົ້ນແມ່ນປະເທດໃກ້ຄຽງຄື ສປ ຈີນ 200 ຄົນ, ຫວຽດນາມ 100 ກວ່າຄົນ ແລະ ໄທ 100 ຄົນ ເຂົ້າຮ່ວມແຂ່ງຂັນ, ແຕ່ ສປປ ລາວ ມີພຽງ 9 ຄົນ ແລະ ສາມາດຍາດໄດ້ລາງວັນທີ 2 ແລະ ທີ 3 ເຊິ່ງນີ້ເປັນການບົ່ງບອກເຖິງຄວາມຮູ້, ຄວາມສາມາດຂອງເຍົາວະຊົນ ແລະ ຊາວໜຸ່ມລາວ ທີ່ມີຄວາມສາມາດເທົ່າທຽມກັບບັນດາປະເທດທີ່ກ້າວໜ້າໃນໂລກ, ສະແດງໃຫ້ເຫັນວ່າເຍົາວະຊົນ ແລະ ຊາວໜຸ່ມລາວ ກຽມຄວາມພ້ອມເພື່ອເຂົ້າສູ່ຍຸກປະຕິວັດອຸດສາຫະກຳ 4.0.

ໃນການແຂ່ງຂັນທີມຊາວໜຸ່ມລາວ ສາມາດຍາດໄດ້ທີ 2 ໃນປະເພດມວຍ Boxing ໂດຍແມ່ນ ທ້າວ ພອນສະຫວັນ ສົມອາລຸນ ທີ່ມາຈາກໂຮງຮຽນອ໋ອດສະກ້າ ແລະ ໄດ້ລາງວັນທີ 3 ໃນປະເພດອອກແບບປະດິດສ້າງຫຸ່ນຍົນເປັນທີມ 4 ຄົນ ຄື ທ້າວ ບຸນຍະລິດ ໄຊສຸລຽນ ມາຈາກໂຮງຮຽນນານາຊາດວຽງຈັນ, ນາງ ທະວີໂຊກ ຄຳວົງສາ ມາຈາກໂຮງຮຽນ Little Star Billing School, ທ້າວ ຍົດສະພົນ ມີໄຊ ມາຈາກໂຮງຮຽນນານາຊາດ ປັນຍາທິບ ແລະ ທ້າວ ຊິງອິງ ຈະເລີນທອງ ມາຈາກໂຮງຮຽນ ວຽງຈັນພັດທະນາ.

ທ່ານ ນາງ ສຸກຖາວອນ ວົງສະຫວັນ ຍັງກ່າວຕື່ມອີກວ່າ: ເຖິງວ່າການແຂ່ງຂັນໃນຄັ້ງນີ້ພົບຫຼາຍອຸປະສັກ ເປັນຕົ້ນແມ່ນການກະກຽມອຸປະກອນບໍ່ຄົບຖ້ວນ ແຕ່ປະເພດທີ່ເຮັດໃຫ້ສູນຮຽນຮູ້ ວີເອັຟ ພູມໃຈທີ່ສຸດແມ່ນປະເພດອອກແບບປະດິດສ້າງຫຸ່ນຍົນທີ່ສາມາດໄດ້ລາງວັນທີ 3 ເຊິ່ງໄດ້ສະແດງເຖິງແນວຄິດປະດິດສ້າງທີ່ຊາວໜຸ່ມລາວສາມາດຄິດຄົ້ນໄດ້ ທີ່ເວົ້າເຖິງການສ້າງໄຟຟ້າໄຮ້ສາຍ ໂດຍປະດິດສ້າງຫຸ່ນຍົນເພື່ອດູດເອົາແຮງດັນຕ່າງໆໃນສິ່ງແວດລ້ອມ ແລະ ແຮງຈັກກະວານມາຜະລິດເປັນໄຟຟ້າແລ້ວ ສົ່ງຜ່ານສັນຍານອາກາດ.

ຜ່ານການແຂ່ງຂັນໃນຄັ້ງນີ້ ສູນການຮຽນຮູ້ ວີເອັຟ ແລະ ນ້ອງນັກຮຽນທັງຫຼາຍໄດ້ຮຽນຮູ້ ແລະ ຖອດຖອນບົດຮຽນຫຼາຍຢ່າງ ເຊິ່ງລ້ວນແລ້ວແຕ່ເປັນບົດຮຽນທີ່ມີຄ່າໃນການກະກຽມ, ກຽມຄວາມພ້ອມຮ່ວມກັບກະຊວງວິທະຍາສາດ – ເຕັກໂນໂລຊີ ຈະໄດ້ຈັດການແຂ່ງຂັນຫຸ່ນຍົນແຫ່ງຊາດ ເພື່ອສ້າງຊາວໜຸ່ມລາວໃຫ້ມີຫົວຄິດປະດິດສ້າງ ເພື່ອຈະຄັດເອົາຊາວໜຸ່ມຜູ້ທີ່ມີຄວາມສາມາດຢ່າງແທ້ຈິງ ເພື່ອຈະເຂົ້າຮ່ວມແຂ່ງຂັນ ໃນປີ 2020 ທີ່ນະຄອນຫຼວງມົດສະກູ ປະເທດຣັດເຊຍ.

[ ຂ່າວ: ກາວຊົ່ງ; ຮູບ: ວິລະສັກ ]