ນາຍົກ ຊີ້ນຳການນຳຫຼັກແຫຼ່ງແຂວງວຽງຈັນ ຊຸກຍູ້ປະຊາຊົນມີສ່ວນຮ່ວມໃນການພັດທະນາ

38

ທ້າຍອາທິດຜ່ານມາ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ພົບປະໂອ້ລົມຕໍ່ການນຳ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານອາວຸໂສບຳນານຂອງແຂວງວຽງຈັນ ຢູ່ທີ່ຫ້ອງວ່າການປົກຄອງແຂວງ ໂດຍມີ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ພ້ອມດ້ວຍຄະນະນຳ ແລະ ພະນັກງານຫຼັກແຫຼ່ງຂອງແຂວງວຽງຈັນ ໃຫ້ການຕ້ອນຮັບ.

ກ່ອນການພົບປະໂອ້ລົມ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບສະພາບການພັດທະນາເສດຖະກິດ – ສັງຄົມຂອງແຂວງ ໄລຍະ 6 ເດືອນຕົ້ນປີ 2019 ຈາກທ່ານເຈົ້າແຂວງວຽງຈັນ ເຊິ່ງໄດ້ຕີລາຄາວ່າທົ່ວ   ແຂວງຍັງສືບຕໍ່ມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ເຊິ່ງເປັນພື້ນຖານໃຫ້ແກ່ເສດຖະກິດ ແລະ ສັງຄົມ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວເປັນກ້າວໆ, ຊິວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ. ສຳລັບ 6 ເດືອນຕົ້ນປີ 2019 ເສດຖະກິດຂະຫຍາຍຕົວໃນລະດັບ 6,7%, ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 111,39 ຕື້ກີບ ເທົ່າກັບ 54,44% ຂອງແຜນການປີ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 8,77%, ການຜະລິດເຂົ້ານາປີ ສາມາດຕົກກ້າ ແລະ ປັກດໍາ ສໍາເລັດ 11.288 ເຮັກຕາ ເທົ່າກັບ 78% ຂອງແຜນການປີ, ສາເຫດທີ່ບໍ່ໄດ້ຕາມແຜນການຍ້ອນສະພາບຝົນບໍ່ຕົກຕາມລະດູການ ເຊິ່ງເມືອງທີ່ຖືກຜົນກະທົບໜັກກວ່າໝູ່ແມ່ນເມືອງຊະນະຄາມ ເຮັດໃຫ້ບໍ່ມີນໍ້າພຽງພໍແກ່ການຜະລິດເຂົ້າ, ເນື້ອທີ່ປັກດໍາເສຍຫາຍ 3.600 ເຮັກຕາ ແລະ ປັກດໍາຄືນໃໝ່ແລ້ວ 200 ເຮັກຕາ, ການປູກພືດເປັນສິນຄ້າໄດ້ດໍາເນີນໄປຢ່າງເປັນຂະບວນ, ການລ້ຽງສັດເປັນສິນຄ້າສາມາດຕອບສະໜອງສະບຽງອາຫານ ແລະ ເປັນສິນຄ້າໃຫ້ແກ່ສັງຄົມໄດ້ດີສົມຄວນ, ການປະຕິບັດຄາດໝາຍທາງດ້ານສັງຄົມມີຄວາມຄືບໜ້າ ມີບາງດ້ານປະຕິບັດໄດ້ລື່ນແຜນການ, ໄດ້ເອົາໃຈໃສ່ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ປັດຈຸບັນທົ່ວແຂວງຍັງມີບ້ານທຸກຍາກ 9 ບ້ານ ກວມເອົາ 2,15% ຂອງຈໍານວນບ້ານໃນທົ່ວແຂວງ.

ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ບັນດາ ທ່ານລັດຖະມົນຕີ ກະຊວງກ່ຽວຂ້ອງມີຄຳເຫັນ ແລະ ຊີ້ແຈງຕໍ່ບາງບັນຫາທີ່ພົ້ນເດັ່ນ ແລະ ທາງແຂວງມີຄວາມສົນໃຈ ເປັນຕົ້ນການສົ່ງເສີມການຜະລິດເປັນສິນຄ້າທີ່ທ້ອງຖິ່ນມີທ່າແຮງ, ບັນຫາການແຜ່ລະບາດຂອງພະຍາດອະຫິວາໝູອາຟຣິກາ ແລະ ສັດຕູພືດ; ການປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດໄຂ້ເລືອດອອກ; ການຊົດເຊີຍຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ – ຈີນ ແລະ ທາງດ່ວນ ວຽງຈັນ – ວັງວຽງ ໃຫ້ແກ່ປະຊາຊົນ ແລະ ບັນຫາອື່ນໆ.

ການພົບປະໂອ້ລົມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດທີ່ແຂວງວຽງຈັນ ສາມາດປະຕິບັດໄດ້ໃນໄລຍະຜ່ານມາ, ພ້ອມທັງຍົກໃຫ້ເຫັນທ່າແຮງໃນການພັດທະນາຂອງແຂວງວຽງຈັນ ທີ່ມີຫຼາຍດ້ານ ( ທີ່ຕັ້ງພູມສັນຖານ, ເສັ້ນທາງດ່ວນ, ທາງລົດໄຟ, ຊັບພະຍາກອນທຳມະຊາດ ແລະ ທຳມະຊາດທີ່ສວຍງາມ ) ແລະ ບັນຫາພົ້ນເດັ່ນ – ຂໍ້ຄົງຄ້າງບາງດ້ານທີ່ຍັງຕ້ອງໄດ້ພ້ອມກັນເອົາໃຈໃສ່ປັບປຸງແກ້ໄຂໃນຕໍ່ໜ້າໃຫ້ຕົກໄປເປັນກ້າວໆ.

ອັນສຳຄັນ ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ຄະນະນໍາທຸກຂັ້ນພາຍໃນແຂວງ ຕ້ອງເອົາໃຈໃສ່ສຸມທຸກສະຕິປັນຍາ ແລະ ຄວາມສາມາດເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງແຂວງ, ຕ້ອງວາງແຜນການພັດທະນາໃຫ້ແທດເໝາະກັບຕົວຈິງ ແລະ ທ່າແຮງຂອງຕົນ, ຕ້ອງເປັນແຜນທີ່ສາມາດຈັດຕັ້ງປະຕິບັດໄດ້ ແລະ ສອດຄ່ອງກັບແຜນງົບປະມານ, ຄົ້ນຄວ້າສ້າງເງື່ອນໄຂ ແລະ ຊຸກຍູ້ໃຫ້ປະຊາຊົນມີສ່ວນຮ່ວມໃນການພັດທະນາ; ເອົາໃຈໃສ່ປົກປັກຮັກສາສິ່ງແວດລ້ອມ, ຊັບພະຍາກອນທຳມະຊາດໃຫ້ຄົງຄວາມອຸດົມສົມບູນ, ນຳໃຊ້ຢ່າງສົມເຫດສົມຜົນ, ຍືນຍົງ ແລະ ມີປະໂຫຍດສູງສຸດ; ເອົາໃຈໃສ່ປະຕິບັດແຜນຈັດເກັບລາຍຮັບໃຫ້ດີ ແລະ ຄຸ້ມຄອງລາຍຈ່າຍງົບປະມານຢ່າງເຄັ່ງຄັດ ບົນຈິດໃຈປະຢັດມັດທະຍັດ, ມີຄວາມໂປ່ງໃສ ແລະ ກວດສອບໄດ້.

ການພິຈາລະນາໂຄງການລົງທຶນຂອງລັດຕ້ອງສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງການພັດທະນາ, ລົງທຶນແລ້ວໃຫ້ສາມາດປະກອບສ່ວນເຂົ້າໃນການຊຸກຍູ້ເສດຖະກິດ – ສັງຄົມຢ່າງແທ້ຈິງ ເປັນຕົ້ນການພັດທະນາຊົນນະບົດ, ການສຶກສາ ກໍຄືການພັດທະນາຊັບພະຍາກອນມະນຸຸດ, ສາທາລະນະສຸກ ໂດຍສະເພາະການປິ່ນປົວສຸຂະພາບ ແລະ ໂພຊະນາການ ລວມທັງການກໍ່ສ້າງຮາກຖານການເມືອງໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ. ພ້ອມນີ້, ໃຫ້ມີການຄຸ້ມຄອງຕິດຕາມກວດກາການຈັດຕັ້ງປະຕິບັດຢ່າງເປັນປະຈຳ; ໃຫ້ເອົາໃຈໃສ່ຄຸ້ມຄອງໂຄງການລົງທຶນສຳປະທານໃຫ້ດີ ໂດຍມີການເລືອກເຟັ້ນນັກລົງທຶນທີ່ມີຄວາມສາມາດທາງດ້ານທຶນຮອນ, ເຕັກນິກ, ປະສົບການ ແລະ ປະຫວັດການພັດທະນາທີ່ດີ ລວມທັງການສ້າງສັນຍາຕ່າງໆຕ້ອງໃຫ້ມີຄວາມຮັດກຸມ, ບໍ່ໃຫ້ມີຊ່ອງວ່າງ.

ໃນຂະນະດຽວກັນ, ກໍໃຫ້ເຂັ້ມງວດໃນການຕິດຕາມກວດກາໂຄງການທີ່ໄດ້ອະນຸມັດໄປແລ້ວ ເພື່ອຮັບປະກັນບໍ່ໃຫ້ມີລັກສະນະຈັບຈອງ ຖ່ວງດຶງການພັດທະນາ; ເພີ່ມທະວີການດຶງດູດ ແລະ ຊຸກຍູ້ສົ່ງເສີມການລົງທຶນຂອງເອກະຊົນ ທັງພາຍໃນຕ່າງປະເທດ ແລະ ພາຍໃນໃຫ້ຫຼາຍຂຶ້ນຕາມນະໂຍບາຍ 3 ເປີດ          ( ເປີດປະຕູ, ເປີດສິ່ງກີດຂວາງ, ເປີດໃຈ ) ດ້ວຍການເອົາໃຈໃສ່ອຳນວຍ ຄວາມສະດວກ ແລະ ແກ້ໄຂສິ່ງອັດຕັນຂໍ້ຫຍຸ້ງຍາກຕ່າງໆດ້ວຍຄວາມເປັນເຈົ້າການສູງ; ເອົາໃຈໃສ່ຄົ້ນຄວ້າ ແລະ ສົ່ງເສີມການຜະລິດເປັນສິນຄ້າ, ການຜະລິດກະສິກຳສະອາດໃຫ້ຫຼາຍຂຶ້ນ ເພື່ອສະໜອງໃຫ້ແກ່ຄວາມຕ້ອງການຂອງຕະຫຼາດ ເຊິ່ງມີທ່າແຮງເພີ່ມຂຶ້ນຈາກເສັ້ນທາງລົດໄຟ ແລະ ທາງດ່ວນສ້າງສຳເລັດແລ້ວ; ຄຸ້ມຄອງການປູກພືດບໍ່ໃຫ້ໃສ່ສານເຄມີ, ຢາຂ້າຫຍ້າ ເພື່ອຮັບປະກັນບໍ່ໃຫ້ມີສານເຄມີຕົກຄ້າງ ແລະ ໄຫຼລົງສູ່ແມ່ນ້ຳ.

ເອົາໃຈໃສ່ຕິດຕາມເຝົ້າລະວັງການລະບາດຂອງພະຍາດອະຫິວາໝູອາຟຣິກາ ແລະ ສັດຕູພືດ; ເອົາໃຈໃສ່ການຕິດຕາມເຝົ້າລະວັງ ແລະ ແກ້ໄຂການລະບາດຂອງໄຂ້ຍຸງລາຍ, ເອົາໃຈໃສ່ທຳລາຍແຫຼ່ງໜອນນ້ຳຍຸງລາຍ ເຊິ່ງການປ້ອງກັນແຕ່ຫົວທີ ແມ່ນພາລະກິດຂອງໝົດທຸກຄົນ; ໃຫ້ສືບຕໍ່ເອົາໃຈໃສ່ສະກັດກັ້ນ ແລະ ຕ້ານປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເປັນຕົ້ນ: ຢາເສບຕິດ, ການຄ້າຂາຍເຖື່ອນ ແລະ ອື່ນໆ ລວມທັງການສວຍໃຊ້ສື່ອອນລາຍຂອງກຸ່ມຄົນບໍ່ຫວັງດີ ເພື່ອທັບຖົມໂຈມຕີແບ່ງແຍກຄວາມສາມັກຄີພາຍໃນພັກ – ລັດ ແລະ ປະເທດຊາດຂອງພວກເຮົາ.

ພ້ອມນີ້, ໄດ້ຊີ້ນຳໃຫ້ແຂວງເອົາໃຈໃສ່ປະຕິບັດລະບອບແບບແຜນວິທີເຮັດວຽກແບບລວມສູນປະຊາທິປະໄຕ, ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ, ຂັ້ນລຸ່ມປະຕິບັດຕາມຂັ້ນເທິງ ບົນພື້ນຖານການປຶກສາຫາລືເຊິ່ງກັນ ແລະ ກັນ, ປັບປຸງຄວາມເຂັ້ມແຂງ ແລະ ຄວາມເປັນເອກະພາບພາຍໃນ ເພື່ອຮັບປະກັນໃຫ້ການພັດທະນາຂອງແຂວງວຽງຈັນບໍ່ຢຸດຈຶ້ງ ແຕ່ຕ້ອງພັດທະນາຂຶ້ນເລື້ອຍໆ.

( ຮູບ – ຂ່າວ: ຫສນຍ )