ປະໂຫຍດດີໆຈາກການຮັບປະທານໝາກລະແຊັງທຸກມື້

267

ໝາກລະແຊັງ ຫຼື ບາງຄົນກໍ່ມັກເອີ້ນວ່າ (ໝາກອາງຸ່ນ) ເປັນໝາກໄມ້ທີ່ມີລົດຊາດຫວານທີ່ໃຫ້ຄວາມສົດຊື່ນແກ່ຮ່າງກາຍ ສາມາດຫາຊື້ໄດ້ທົ່ວໄປຕາມທ້ອງຕະຫຼາດ, ໝາກລະແຊັງນອກຈາກວິຕາມິນເອແລ້ວ ຍັງມີນໍ້າຕານກລູໂກສນຳອີກເຮັດໃຫ້ກິນແລ້ວອາລົມດີຂຶ້ນ, ແກ້ອາການສຳລັບຄົນບໍ່ມັກອາກາດໜາວ ແລະ ຊ່ວຍຂັບປັດສະວະໄດ້.

 

 

 

 

ຄຸນປະໂຫຍດຂອງໝາກລະແຊັງ ຊ່ວຍບຳລຸງເລືອດ, ກ້າມຊີ້ນ, ກະດູກ, ລະບົບປະສາດ ເຮັດໃຫ້ຮ່າງກາຍແຂງແຮງ. ສ່ວນແກ່ນໝາກລະແຊັງ ຊ່ວຍປ້ອງກັນມະເຮັງ ແລະ ເຮັດໃຫ້ເດັກນ້ອຍໃນທ້ອງຮູ້ສຶກຜ່ອນຄາຍ. ສຳລັບຄົນມີອາການເຈັບແອວ ນໍ້າໝາກລະແຊັງສາມາດຫຼຸດຜ່ອນອາການເຈັບໄດ້. ຖ້ານຳເອົາໂສມ ແລະ ໝາກລະແຊັງຢ່າງລະ 4 ກຣາມ ແຊ່ໃນເຫຼົ້າອຸ່ນໆ 20 ມິນລີລິດ ແຊ່ໄວ້ 1 ຄືນ ແລ້ວເອົາມາທາໃສ່ບໍລິເວນແອວທີ່ເຈັບເປັນປະຈຳຈະເຮັດໃຫ້ອາການເຈັບປວດຫາຍໄປໄດ້.