ຮອງນາຍົກ ເນັ້ນຕໍ່ຫວຍພັດທະນາຊຸກຍູ້ເຈົ້າໜ້າທີ່ຕ້ານຫວຍເຖື່ອນ

103

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຢູ່ ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ເມື່ອວັນທີ 9 ສິງຫາຜ່ານມາ ເຊິ່ງທ່ານໄດ້ຊີ້ນຳໃຫ້ຫັນການຈຳໜ່າຍຫວຍສູ່ລະບົບທັນສະໄໝ ສາມາດຄຸ້ມຄອງລວມສູນ ຄຽງຄູ່ກັບການອອກຫວຍຢ່າງມີຄວາມໂປ່ງໃສ. ພ້ອມນີ້, ໃຫ້ເອົາໃຈໃສ່ໃນການຊຸກຍູ້ເຈົ້າໜ້າທີ່ໃນການຕ້ານ ແລະ ສະກັດກັ້ນການແພ່ລາມຫວຍເຖື່ອນ.

ທ່ານ ອັກຄະວອນ ຫຼວງສຸວັນນະວົງ ຜູ້ອໍານວຍການ ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ໄດ້ລາຍງານໃຫ້ຮູ້ວ່າ: 6 ເດືອນຕົ້ນປີ 2019 ການດຳເນີນທຸລະກິດຂອງຫວຍພັດທະນາມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງທີ່ຈະຕ້ອງເອົາໃຈໃສ່ ເປັນຕົ້ນ: ບັນຫາຫວຍເຖື່ອນ ແຕ່ອັນທີ່ພົ້ນເດັ່ນແມ່ນບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ສາມາດມອບພັນທະເຂົ້າງົບປະມານແຫ່ງລັດ ໄດ້ 14,4 ຕື້ກວ່າກີບ ເທົ່າກັບ 114,17% ຂອງແຜນການ, ລື່ນແຜນການ 14,17%. ໃນນັ້ນ, ອາກອນມູນຄ່າເພີ່ມ 2 ຕື້ກີບ, ອາກອນລາຍໄດ້ 696 ລ້ານກີບ, ອາກອນກໍາໄລລ່ວງໜ້າ 24% ຈໍານວນ 4 ຕື້ກວ່າກີບ, ເງິນເປັນຜົນກຳໄລລ່ວງໜ້າ 60% ຈໍານວນ 7,7 ຕື້ກວ່າກີບ.

ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ໄດ້ຖືກອະນຸມັດສ້າງຕັ້ງຂຶ້ນໃນວັນທີ 14 ທັນວາ 1982 ຕາມມະຕິລົງຂອງສະພາລັດຖະມົນຕີ ສະບັບເລກທີ 347/ປສລ ນັບແຕ່ມື້ສ້າງຕັ້ງມາຮອດປັດຈຸບັນ ຄົບຮອບ 37 ປີ ການລົງທຶນສ້າງຕັ້ງມີມູນຄ່າພຽງ 500.000 ກີບ, ແຕ່ມາຮອດປັດຈຸບັນລັດວິສາຫະກິດ ຫວຍພັດທະນາ ມີທັງໝົດ 195 ຕື້ກວ່າກີບ.

ດ້ານການບໍລິການ – ການຈໍາໜ່າຍຫວຍທີ່ທັນສະໄໝປັດຈຸບັນມີທັງໝົດ 44 ຕົວແທນຈໍາໜ່າຍໃນຂອບເຂດທົ່ວປະເທດ ໂດຍມີຜູ້ຂາຍຫວຍແບບທັນສະໄໝທີ່ຂຶ້ນທະບຽນທັງໝົດ 37.980 ຄົນ, ດ້ານຜະລິດຕະພັນທີ່ໄດ້ຮັບອະນຸມັດເຄື່ອນໄຫວປະກອບມີປະເພດຫວຍທຳມະດາ: ຫວຍເລກ 2 ໂຕ, 3 ໂຕ, 4 ໂຕ, ເລກນາມສັດ 3/40    ຊື້ – ຂາຍແບບທັນສະໄໝ ແລະ ປະເພດໃບຫວຍຂູດ. ນອກຈາກນີ້, ຍັງມີຜະລິດຕະພັນທີ່ໄດ້ຮັບອະນຸຍາດກຽມທົດລອງຈໍາໜ່າຍໃນໄວໆນີ້ແມ່ນຫວຍເລກ 6 ໂຕ, 5 ໂຕ, ເລກ 4 ໂຕ, ເລກ 3 ໂຕ, ເລກ 2 ໂຕ, ເລກ 3 ໂຕ, 2 ໂຕທ້າຍສະຫຼັບກັນ, ເລກ 1 ໂຕໜ້າ ແລະ ເລກ 1 ໂຕທ້າຍຂອງລາງວັນທີ 1.

ທ່ານຜູ້ອໍານວຍການ ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ເນັ້ນຕື່ມອີກວ່າ: ການດຳເນີນທຸລະກິດຂອງຫວຍພັດທະນາໃນໄລຍະຜ່ານມາມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ ທີ່ຈະຕ້ອງເອົາໃຈໃສ່ ເປັນຕົ້ນ: ມາດຕະການສະກັດກັ້ນຫວຍເຖື່ອນ, ການປຸກລະດົມໂຄສະນາຕ່າງໆໃຫ້ປະຊາຊົນເຂົ້າໃຈກ່ຽວກັບການສ່ຽງໂຊກຊີງລາງວັນກັບກິດຈະການຫວຍພັດທະນາ, ສືບຕໍ່ການປັງປຸງໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນຂອງບໍລິສັດໃຫ້ກະທັດຮັດ ແລະ ມີຄວາມໂປ່ງໃສ.

ເຖິງຢ່າງໃດກໍຕາມ, ຄະນະອຳນວຍການ, ຄະນະພະແນກ, ພ້ອມດ້ວຍພະນັກງານ ໄດ້ພະຍາຍາມບຸກບືນໃນການດຳເນີນທຸລະກິດເຮັດໃຫ້ລວມຍອດລາຍຮັບບັນລຸໄດ້ 25,8 ຕື້ກວ່າກີບ ເທົ່າກັບ 109,20% ຂອງແຜນການ, ລວມຍອດລາຍຈ່າຍ 8,9 ຕື້ກວ່າກີບ ເທົ່າກັບ 34,68% ຂອງລາຍຮັບລວມ, ກຳໄລລວມ 16,6 ຕື້ກວ່າກີບ ເທົ່າກັບ 65,32% ຂອງລາຍຮັບລວມ, ປະຕິບັດພັນທະເຂົ້າງົບປະມານແຫ່ງລັດໄດ້ 14,4 ຕື້ກວ່າກີບ ເທົ່າກັບ 114,17% ຂອງແຜນການ ລື່ນແຜນການ 14,17%. ໃນນັ້ນ, ອາກອນມູນຄ່າເພີ່ມ, ອາກອນລາຍໄດ້, ອາກອນກໍາໄລລ່ວງໜ້າ, ເງິນປັນຜົນກຳໄລລ່ວງໜ້າ.

ໂອກາດນີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ມີທິດຊີ້ນຳໃຫ້ຄະນະອຳນວຍການຫວຍພັດທະນາ ເອົາໃຈໃສ່ປັບປຸງຂອດການບໍລິການ, ການຍາດແຍ່ງສ່ວນແບ່ງຕະຫຼາດຂອງບັນດາຕົວແທນຈໍາໜ່າຍ, ການອອກຫວຍຕ້ອງຕອບສະໜອງໄດ້ກັບ ຄວາມຮຽກຮ້ອງຕ້ອງການຂອງຜູ້ສ່ຽງໂຊກຊີງລາງວັນຢ່າງມີຄວາມໂປ່ງໃສ, ຫັນການຈໍາໜ່າຍຫວຍໃຫ້ມີຄວາມທັນສະໄໝສາມາດຄຸ້ມຄອງໄດ້ຢ່າງລວມສູນ, ຄົ້ນຄວ້າປັບປຸງນິຕິກຳຄຸ້ມຄອງການເຄື່ອນໄຫວຫວຍພັດທະນາໃຫ້ສອດຄ່ອງແຕ່ລະໄລຍະ ເປັນຕົ້ນແມ່ນ: ການຄົ້ນຄວ້າປຶກສາຫາລືກ່ຽວກັບຜະລິດຕະພັນທີ່ໄດ້ຮັບອະນຸຍາດກຽມທົດລອງຈໍາໜ່າຍ ເຊັ່ນ: ຫວຍເລກ 6 ໂຕ, 5 ໂຕ, ເລກ 4 ໂຕ, ເລກ 3 ໂຕ, ເລກ 2 ໂຕ, ເລກ 3 ໂຕ, 2 ໂຕທ້າຍສະຫຼັບກັນ, ເລກ 1 ໂຕໜ້າ ແລະ ເລກ 1 ໂຕທ້າຍຂອງລາງວັນທີ 1, ແຜນພັດທະນາ, ສ້າງແຜນແມ່ບົດໃນການພັດທະນາ ລັດວິສາຫະກິດ ຫວຍພັດທະນາ ໃນສະເພາະໜ້າ ແລະ ຍາວນານ, ແຜນພັດທະນາວຽກງານລັດວິສາຫະກິດຫວຍພັດທະນາໃນ 5 ປີຕໍ່ໜ້າ, ແຜນພັດທະນາຍາວນານ 10 ປີ ແຕ່ລະດ້ານ, ສືບຕໍ່ຊີ້ ນຳ – ນຳພາການເມືອງແນວຄິດໃຫ້ແກ່ພະນັກງານຂອງລັດວິສາຫະກິດ ຫວຍພັດທະນາ, ບັນດາຕົວແທນຈໍາໜ່າຍ, ແຜນການເຄື່ອນໄຫວປະຈໍາປີໃຫ້ໄດ້ຕາມແຜນການ ຫຼື ລື່ນແຜນການ, ໂຄສະນາເຜີຍແຜ່ໃຫ້ສັງຄົມເຂົ້າໃຈຢ່າງຖືກຕ້ອງໃນການສ່ຽງໂຊກຊີງລາງວັນ ດ້ວຍຄວາມສະໝັກໃຈຂອງຜູ້ຫຼິ້ນ, ຊຸກຍູ້ເຈົ້າໜ້າທີ່ກ່ຽວຂ້ອງໃນການຕ້ານ ແລະ ສະກັດກັ້ນການແຜ່ລາມຫວຍເຖື່ອນ ( ຫວຍຕ່າງປະເທດນອກລະບົບ ), ສືບຕໍ່ປະຕິບັດພັນທະເຂົ້າງົບປະມານໃຫ້ໄດ້ຕາມແຜນການ ຫຼື ລື່ນແຜນການ ແລະ ອື່ນໆ.

ນອກນີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ໄປຢ້ຽມຢາມເບິ່ງສະຖານທີ່ກະກຽມບໍລິການເບີກຈ່າຍເງິນລາງວັນ, ສູນເຊີເວີ້, ສະໂມສອນອອກເລກລາງວັນຫວຍພັດທະນາ ນຳອີກດ້ວຍ.

[ ຂ່າວ: ກະຊວງການເງິນ ]