ຮອບ 4 ທີມບານເຕະຊີງຂັນ ສຕລ ຄອມມານໂດ 2019 ຈໍ່ຈະມີທີມຈາກລາວລີກຕັດສິນກັນເອງ

57

ການແຂ່ງຂັນບານເຕະຊີງຂັນ ສຕລ ຄອມມານໂດ 2019 ( Commando LFF CUP 2019 ) ກັບມາແຂ່ງຂັນ ເມື່ອທ້າຍອາທິດທີ່ຜ່ານມາ ແລະ ສາມາດຄັດມາໄດ້ແລ້ວ 3 ທີມທີ່ຜ່ານເຂົ້າຮອບ 4 ທີມສຸດທ້າຍ ໂດຍເປັນທີມຈາກ ເປບຊີ ລາວພຣີເມຍລີກ ທັງໝົດ ເຮັດໃຫ້ຮອບ 4 ທີມສຸດທ້າຍ ຈໍ່ຈະມີທີມຈາກລີກສູງສຸດຂອງ ສປປ ລາວ ທີ່ຈະຕັດສິນກັນເອງ ເພາະອີກ 1 ສິດໂອກາດຈະເປັນຂອງ ລາວໂຕໂຢຕ້າ ເອັຟຊີ ແຊັມລາວພຣີເມຍລີກສູງ.

ບານເຕະລາຍການຊີງຂັນ ສຕລ ຄອມມານໂດ 2019 ມີສະໂມສອນໃນ ເປບຊີ ລາວພຣີເມຍລີກ ກັບ ສະໂມສອນໃນສາຍ ກ 2019 ( COMMANDO LAO DIVISION 1 ) ມີ 14 ທີມເຂົ້າຮ່ວມ ແບ່ງເປັນທີມຈາກລາວພຣີເມຍລີກ 6 ທີມ ແລະ ທີມຈາກ ສາຍ ກ 8 ທີມ, ສ່ວນຮູບແບບການແຂ່ງຂັນແມ່ນຈັບສະຫຼາກປະກົບຄູ່ແຂ່ງຂັນ, ແຂ່ງຂັນແບບນ໊ອກເອົ້າເສຍຕົກຮອບທັນທີ. ຂະນະທີ່ 2 ສະໂມສອນ ຄື: ເຄພີເອັສ ເອັຟຊີ ແລະ ທຣີນີຕີ ເອັຟຊີ ໂຊກດີໃນການຈັບສະຫຼາກໄດ້ສິດຢືນຖ້າໃນຮອບ 8 ທີມສຸດທ້າຍແບບອັດຕະໂນມັດ.

ມາຮອດວັນທີ 10 – 11 ສິງຫາ 2019 ເປັນການແຂ່ງຂັນ 8 ທີມສຸດທ້າຍ ໂດຍເປັນທີມຈາກ ເປບຊີ ລາວພຣີເມຍລີກ 4 ທີມ ແລະ ທີມຈາກບານເຕະ ສາຍ ກ 4 ທີມ ຜ່ານການແຂ່ງຂັນປາກົດວ່າ: ທີມຈາກ ເປບຊີ ລາວພຣີເມຍລີກ ເກັບໄຊຊະນະໄດ້ທົ່ວໜ້ານໍາໂດຍ ອີໂວ ຢູໄນເຕັດ ຖະຫຼົ່ມ ທຣີນີຕີ ເອັຟຊີ 8 – 2, ປກສ ເອັຟຊີ ຖະຫຼົ່ມ ເຄວສ ຢູໄນເຕັດ 7 – 0 ແລະ ຊ້າງນ້ອຍ ເອັຟຊີ ເອົາຊະນະ ວຽງຈັນ ເອັຟທີ        2 – 0, ສ່ວນອີກຄູ່ ລາວໂຕໂຢຕ້າ ເອັຟຊີ ພົບກັບ ເຄພີເອັສ ເອັຟຊີ ແມ່ນເລື່ອນການແຂ່ງຂັນ ເນື່ອງຈາກສະພາບຝົນຕົກໜັກບໍ່ສາມາດແຂ່ງຂັນໄດ້.

ຈາກຜົນດັ່ງກ່າວ ເຮັດໃຫ້ການແຂ່ງຂັນລາຍການດັ່ງກ່າວຈໍ່ຈະມີພຽງທີມຈາກ ເປບຊີ ລາວພຣີເມຍລີກ ທີ່ຕັດສິນກັນເອງໃນຮອບ 4 ທີມສຸດທ້າຍທີ່ຈະແຂ່ງຂັນໃນວັນທີ 24 ສິງຫາ 2019 ນໍາໂດຍ ອີໂວ ຢູໄນເຕັດ ທະລຸເຂົ້າຮອບ 4 ທີມສຸດທ້າຍໄປພົບກັບ ຊ້າງນ້ອຍ ເອັຟຊີ, ສ່ວນ ປກສ ເອັຟຊີ ໄປລໍຖ້າລຸ້ນພົບກັບ ທີມຈາກລາວລີກ ຫຼື ສາຍ ກ ຄື: ທີມຊະນະລະຫວ່າງ ລາວໂຕໂຢຕ້າ ເອັຟຊີ ຫຼື ເຄພີ ເອັສ ເອັຟຊີ ທີມດຽວຈາກ ສາຍ ກ.

( ຄໍາສອນ; ຮູບຈາກ: ສຕລ )