ແຈ້ງຂ່າວດີ!! ສະໝັກຮຽນພະຍາບານຟຣີ ຢູ່ປະເທດໄທຈົບມາມີວຽກໃຫ້ເຮັດ

49

ໂອກາດດີໆມາຮອດແລ້ວ ສຳລັບນ້ອງໆທີ່ມັກຮັກໃນວິຊາການແພດ ແຕ່ບໍ່ມີເງິນທຶນທີ່ຈະເຂົ້າຮຽນ ສາມາດມາສະໝັກຂໍທຶນຮຽນພະຍາບານຈາກໂຮງໝໍນໍ້າກ້ວຍໄທ (ລາຊະອານາຈັກໄທ) ທີ່ໄດ້ປະກາດແຈກທຶນຮຽນຟຣີ 100 ທຶນ ໃນໄລຍະ 6 ເດືອນ. ຫຼັງຈາກສຳເລັດການສຶກສາແມ່ນມີວຽກເຮັດງານທຳຮອງຮັບ.

 

ສຳລັບລະບຽການກູ້ຢືມເງິນ ເພື່ອການສຶກສາຫຼັກສູດ ພະນັກງານໂຮງໝໍ ສາຂາວິຊາຊີບການດູແລຜູ້ສູງອາຍຸ ( ໄລຍະ 6 ເດືອນ) ມີດັ່ງນີ້: ຄຸນບັດຂອງຜູ້ສະໝັກ ເປັນເພດຍິງ (ຊາຍຈໍານວນຈຳກັດ) ອາຍຸ 18-35 ປີ; ທຸກສະຖານະພາບ (ເພດຍິງບໍ່ຖືພາໃນໄລຍະເວລາກໍາລັງສຶກສາ); ສໍາເລັດການສຶກສາຊັ້ນ ມ.3/ມ.6 ແລະ ປະລິນຍາຕີ; ມີສຸຂະພາບແຂງແຮງ ບໍ່ເປັນໂຣກທີ່ເປັນອຸປະສັກຕໍ່ການສຶກສາ; ມີຄວາມປະພຶດດີ ຮັກການບໍລິການ ແລະ ຊ່ວຍເຫຼືອຜູ້ອື່ນ; ນໍ້າໜັກບໍ່ຕໍ່າກວ່າ 40 ກິໂລກຣາມ, ສູງບໍ່ຕໍ່າກວ່າ 150 ຊັງຕີແມັດ.

 

 

 

ເອກະສານປະກອບການສະໝັກປະກອບມີ: ສຳເນົາໃບປະກາສະນິຍະບັດ 2 ສະບັບ; ສຳເນົາບັດປະຊາຊົນ 2 ສະບັບ; ສຳເນົາສະມະໂນຄົວ ຈໍານວນ 2 ສະບັບ; ຮູບຖ່າຍປັດຈຸບັນຂະນາດ 3X4 (ໃສ່ຊຸດສຸພາບ) ຈໍານວນ 2 ໃບ; ຫຼັກຖານການປ່ຽນຊື່ ແລະ ນາມສະກຸນ (ຖ້າມີ) ຈໍານວນ 2 ສະບັບ; ທະບຽນສົມລົດ (ຖ້າມີ); ສຳເນົາບັດປະຊາຊົນຜູ້ປົກຄອງ (ພໍ່ ແລະ ແມ່) ຈຳນວນ 2 ສະບັບ ແລະ ສຳເນົາສຳມະໂນຄົວຂອງຜູ້ປົກຄອງ (ພໍ່ ແລະ ແມ່) ຈຳນວນ 2 ສະບັບ ແລະ ເງື່ອນໄຂການຄັດເລືອກມີ ການສຳພາດ; ການທົດສອບຄວາມຮູ້ພື້ນຖານ ແລະ ການກວດສຸຂະພາບ.

 

 

ສຳລັບຜູ້ທີ່ສະໝັກເຂົ້າຮຽນຕ້ອງມີຜູ້ຄໍ້າປະກັນກູ້ຢືມທຶນເພື່ອການສຶກສາ ຕ້ອງເປັນບຸກຄົນທີ່ເຊື່ອຖືໄດ້ດັ່ງນີ້: ເປັນລັດຖະກອນປະຈຳເຊັ່ນ: ຄູ, ທະຫານ, ຕໍາຫຼວດ ແລະ ອື່ນໆ; ລັດຖະກອນການເມືອງເຊັ່ນ: ປກສ, ປກຊ, ນາຍບ້ານ, ອຳນາດການປົກຄອງບ້ານ ແລະ ອື່ນໆ; ພະນັກງານເອກະຊົນທີ່ມີເງິນເດືອນ 20.000 ບາດຂຶ້ນໄປ ແລະ ມີໜັງສືຮັບຮອງການເຮັດວຽກ.

 

 

ການກູ້ຢືມທຶນເພື່ອການສຶກສາມູນຄ່າ 75.000 ບາດ ປະກອບດ້ວຍ: ຄ່າຮຽນຕະຫຼອດຫຼັກສູດ; ການຄ່າຮຽນເລີ່ມຕົ້ນເຊັ່ນ: ຄ່າອຸປະກອນການຮຽນ ແລະ ຕຳລາຮຽນ, ຄ່າຊຸດເຄື່ອງຢູ່ນິຟອມສີຟ້າ 2 ຊຸດ, ຄ່າຊຸດພາລະ 1 ຊຸດ, ຄ່າເສື້ອສູດ 1 ໂຕ, ຄ່າຊຸດເຄື່ອງນອນ 1 ຊຸດ, ທີ່ພັກ ແລະ ຄ່າອາຫານວັນລະ 3 ຄາບ. ນອກນັ້ນ, ການແຕ່ງກາຍ ຕ້ອງຕາມແບບທີ່ໂຮງຮຽນກຳນົດຄື: ເຄື່ອງແບບກະໂປ່ງຕິດກັນສີຟ້າຄໍບົວສີຂາວ, ຊຸດພາລະເສື້ອຍືດສີຂາວ ໂສ້ງວອມສີດຳຂາຍາວ ແລະ ເກີບຜ້າສີຂາວ, ຖົງຕີນສີຂາວ. ສຳລັບທ່ານໃດສົນໃຈ ສາມາດສອບຖາມຂໍ້ມູນໄດ້ທີ່ 020 58819339 , 020 55068803

ຫຼັງຈາກສຳເລັດການສຶກສາແລ້ວ ຈະຕ້ອງເຮັດວຽກໃຊ້ທຶນກັບບໍລິສັດ ຈູເນຍ ແລະ ຊີເນຍໂຮມເຮເຄ ຈຳກັດ ເປັນເວລາ 2 ປີ ມີລາຍໄດ້ເດືອນລະ 15.000 ບາດ ຫຼັງຈາກເຮັດວຽກຕາມຄົບສັນຍາແລ້ວສາມາດໄປເຮັດວຽກຕາມໂຮງໝໍລັດ ຫຼື ໂຮງໝໍເອກະຊົນໄດ້ທົ່ວປະເທດ.