ຂໍສຽງຊາວບໍ່ແກ້ວແດ່!!! ຮ່ວມເຊຍສາວ ແພ ອາລິຍາ ໝາຍເລກ 23 ຜູ້ເຂົ້າປະກວດ ມິສຢູນິເວີສລາວ

51

ມາອີກໜຶ່ງສາວງາມຕາຄົມ ຈາກແຂວງບໍ່ແກ້ວ ແພ ອາລິຍາ ອິນທະວົງ Aliya INTHAVONG ໝາຍເລກ 23 ໜຶ່ງໃນຜູ້ເຂົ້າປະກວດ ມິສ ຢູນິເວີສ ລາວ Miss Universe Laos 2019.

ແພ ອາຍຸ 23 ປີ ; ລວງສູງ 168 cm ; ນໍ້າຫນັກ 47kg, ການສຶກສາ : ຈົບຊັ້ນສູງທີ່ ວິທະຍາໄລ ການເງິນພາກເຫນືອ; ຈົບມະຫາວິທະຍາໄລແຫ່ງຊາດ ປະລິນຍາຕີ ສາຂາ ບໍລິຫານທຸລະກິດ
ແລະ ປັດຈຸບັນ ກຳລັງສຶກສາຢູ່ທີ່ ວິທະຍາໄລລາວ-ອາເມລິກາ.

ຮ່ວມໂຫວດ ແລະ ເປັນກໍາລັງໃຈໃຫ້ ແພ ແລະ ຜູ້ເຂົ້າປະກວດຄົນອື່ນໆໄດ້ຜ່ານທາງເພຈ໌ Miss Universe Laos ມີສຢູນີເວີຣສ ລາວ.