ຊ່ວຍຊີວິດຜູ້ທຸກຍາກ! ອິນເດຍກຽມນະໂຍບາຍສັກຢາຕ້ານພິດງູ ຟຣີ

48

ກະຊວງສາທາລະນະສຸກຂອງອິເດຍ ເປີດເຜີຍ ເມື່ອວັນເສົາ ທີ 10 ສິງຫາ ຜ່ານມາ  ວ່າ ທາງກະຊວງກຳລັງພິຈາລະນາຄຳສະເໜີຈາກສະຖາບັນອາຟຄິນ (Haffkine Institute) ຜູ້ຜະລິດຢາຕ້ານເຊື້ອ ແລະ ເຊຣຸ່ມຕ້ານພິດງູ ໃນມຸມໄບ ທີ່ຕ້ອງການໃຫ້ມີການສັກຢາຕ້ານພິດງູ ໂດຍບໍ່ມີຄ່າໃຊ້ຈ່າຍ.

ສະຖາບັນອາຟຄິນ ໄດ້ສະເໜີການຈັດສັນຢາຕ້ານພິດໃຫ້ແກ່ສູນສຸຂະພາບຂັ້ນຕົ້ນ ເນື່ອງຈາກວ່າ ຢາຕ້ານເຊື້ອ ແລະ ເຊຣຸ່ມ ຕ້ານພິດໃນປະເທດອິນເດຍ ມີລາຄາແພງ ປະມານ 8-12 ໂດລາສະຫະລັດ (ປະມານ 70 ພັນ – 1 ແສນ ກີບ) ເຮັດໃຫ້ປະຊາຊົນຈໍານວນຫຼາຍທີ່ມີຄ່າແຮງງານ ສະເລ່ຍຕໍ່າກວ່າ 5 ໂດລາ (ປະມານ 44 ພັນກີບ) ຕໍ່ມື້ ບໍ່ສາມາດເຂົ້າເຖິງຢາຕ້ານພິດ ແລະ ເຊຣຸ່ມ ເຫຼົ່ານັ້ນໄດ້.

ในภาพอาจจะมี หนึ่งคนขึ้นไป

ເຈົ້າໜ້າທີ່ກະຊວງ ໄດ້ກ່າວຕື່ມວ່າ ຄຳສະເໜີດັ່ງກ່າວ ອາດຈະຖືກລວມຢູ່ໃນໂຄງການອາຢຸຊແມນ ບາຣັດ (Ayushman Bharat) ຂອງລັດຖະບານອິນເດຍ ເຊິ່ງເປັນໂຄງການປະກັນສຸຂະພາບຂະໜາດໃຫຍ່ທີ່ສຸດໃນໂລກ ໃຫ້ບໍລິການປິ່ນປົວໂດຍບໍ່ມີຄ່າໃຊ້ຈ່າຍ ມູນຄ່າ 7.045 ໂດລາ (ປະມານ 61 ລ້ານກີບ) ຕໍ່ປີ ໃຫ້ແກ່ປະຊາຊົນຜູ້ທຸກຍາກເກືອບ 500 ລ້ານຄົນ.

ในภาพอาจจะมี 1 คน, กำลังขี่จักรยาน, ต้นไม้, จักรยาน, สถานที่กลางแจ้ง และธรรมชาติ

ຂໍ້ມູນຈາກກະຊວງດັ່ງກ່າວ ລະບຸວ່າ ມີຊາວອິນເດຍ 2-3 ແສນຄົນ ທີ່ໄດ້ຮັບຄວາມເດືອດຮ້ອນຈາກງູກັດໃນແຕ່ລະປີ  ແລະ ປະມານ 50 ພັນຄົນເສຍຊີວິດ ເນື່ອງຈາກບໍ່ໄດ້ຮັບການປິ່ນປົວ ຫຼື ເຂົ້າຮັບການປິ່ນປົວທີ່ຫຼ້າຊ້າ ການຂາດແຄນເຊຣຸ່ມຕ້ານພິດ ແລະ ການປິ່ນປົວບໍ່ມີຄຸນນະພາບ.