ທົ່ວທຸກພາກຍັງຈະມີຝົນ, ພາກກາງທຳໃຈຝົນຍັງຕົກໜັກ

36

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານພະຍາກອນອາກາດປະຈຳວັນທີ 12 ສິງຫາ 2019 ໂດຍຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພາດຜ່ານຢູ່ພາກເໜືອ ຫາ ພາກກາງ ຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່. ສະພາບເຊັ່ນນີ້ຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ ແລະ ຈະມີຝົນຕົກໜັກຢູ່ບາງທ້ອງຖິ່ນແຂວງພາກກາງ.

 

ในภาพอาจจะมี รถยนต์ และสถานที่กลางแจ้ง

ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ວຽງໄຊ, ຊຳເໜືອ, ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກຢູ່ປານກາງຢູ່ບາງທ້ອງຖິ່ນແຂວງຫົວພັນ ແລະ ຊຽງຂວາງ. ອຸນຫະພູມຢູ່ລະຫວ່າງ 19-33 ອົງສາ.

 

 

ພາກເໜືອດ້ານຕາເວັນຕົກ (ອຸດົມໄຊ, ຫ້ວຍຊາຍ, ຫຼວງນໍ້າທາ, ເມືອງສິງ, ວຽງພູຄາ, ຫຼວງພະບາງ, ໄຊຍະບູລີ): ມີເຝື້ອປົກຄຸມເປັນສ່ວນຫຼາຍ, ຍັງຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມຢູ່ລະຫວ່າງ 21-33 ອົງສາ.

 

 

ນະຄອນຫຼວງວຽງຈັນ: ຍັງຈະມີຝົນຕົກຟ້ອງຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນຕື່ມ. ອຸນຫະພູມຢູ່ລະຫວ່າງ 21-32 ອົງສາ.

ພາກກາງ (ໂພນໂຮງ, ປາກຊັນ, ຫຼັກຊາວ, ເມືອງວຽງທອງ, ນາກາຍ, ທ່າແຂກ, ສະຫວັນນະເຂດ, ເຊໂນ): ມີເຝື້ອປົກຄຸມເປັນສ່ວນຫຼາຍ, ຍັງຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງຫາຕົກໜັກພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງວຽງຈັນ, ຄຳມ່ວນ, ບໍລິຄຳໄຊ ແລະ ສະຫວັນນະເຂດ. ອຸນຫະພູມລະຫວ່າງ 21-32 ອົງສາ. ແຂວງໄຊສົມບູນ: ຈະມີຝົນຕົກ ຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາປານກາງ ແລະ ຕົກໜັກພ້ອມມີລົມພັດແຮງເປັນບາງໂອກາດຢູ່ຕື່ມອີກ. ອຸນຫະພູມຢູ່ລະຫວ່າງ 18-25 ອົງສາ.

 

 

ພາກໃຕ້ (ປາກເຊ, ນິຄົມ 34, ສາລະວັນ, ເຊກອງ, ທ່າແຕງ, ດາກຈຶງ, ອັດຕະປື): ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມຢູ່ລະຫວ່າງ 22-32 ອົງສາ.

ສຳລັບເຂດພູພຽງບໍລະເວນ: ຍັງຈະມີຝົນຕົກໃນລະດັບຄ່ອຍຫາປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມຢູ່ະຫວ່າງ 14-28 ອົງສາ.