ນາຍົກຊີ້ນຳແຂວງວຽງຈັນ ສ້າງແຜນຜັງພັດທະນາເມືອງວັງວຽງ ຕິດພັນການທ່ອງທ່ຽວທີ່ຍືນຍົງ

59

ໃນການເຄື່ອນໄຫວຊຸກຍູ້ການພັດທະນາເມືອງວັງວຽງ ທ່ານນາຍົກໄດ້ຊີ້ນຳໃຫ້ກະຊວງທີ່ກ່ຽວຂ້ອງສົມທົບກັບແຂວງໃນການສ້າງແຜນຜັງ ແລະ ຍຸດທະສາດ ເພື່ອເປັນບ່ອນອີງໃນການພັດທະນາຕົວເມືອງວັງວຽງ ຄຽງຄູ່ກັບສົ່ງເສີມການທ່ອງທ່ຽວຕິດພັນກັບການຜະລິດກະສິກຳສະອາດເປັນສິນຄ້າໃຫ້ປະຊາຊົນມີລາຍຮັບຫຼາຍຂຶ້ນ.

ໃນຕອນເຊົ້າວັນທີ 8 ສິງຫາ 2019 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງກ່ຽວຂ້ອງ ແລະ ເຈົ້າແຂວງວຽງຈັນ ໄດ້ໄປຢ້ຽມຢາມ ແລະ ຊຸກຍູ້ການພັດທະນາເມືອງວັງວຽງ. ໃນໂອກາດດັ່ງກ່າວ, ໄດ້ໄປຢ້ຽມຢາມ ແລະ ຕິດຕາມເບິ່ງຈຸດກໍ່ສ້າງສະຖານີລົດໄຟວັງວຽງ ເຫັນວ່າ: ເສັ້ນທາງລົດໄຟ ລາວ – ຈີນ ຜ່ານແຂວງວຽງຈັນ ມີຄວາມຍາວທັງໝົດ 145 ກິໂລແມັດ, ຜ່ານ 4 ເມືອງ, 60 ບ້ານ, ມີຜູ້ໄດ້ຮັບຜົນກະທົບ 1.589 ຄອບຄົວ, ມາຮອດປັດຈຸບັນ ໄດ້ໄກ່ເກ່ຍທີ່ດິນ ແລະ ສິ່ງກີດຂວາງການກໍ່ສ້າງທາງລົດໄຟສໍາເລັດ 99% ແລະ ສືບຕໍ່ດຳເນີນການຊົດເຊີຍໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວ.

ສຳລັບສະຖານີລົດໄຟວັງວຽງ ແມ່ນຕັ້ງຢູ່ບ້ານຫ້ວຍສະເຫງົ້າ – ພູດິນແດງ ຫ່າງຈາກເທສະບານເມືອງວັງວຽງ ປະມານ 2 ກິໂລແມັດ, ຫ່າງຈາກເສັ້ນທາງເລກທີ 13 ເໜືອ 300 ແມັດ, ມີເນື້ອທີ່ທັງໝົດ 144 ກວ່າເຮັກຕາ, ສະເພາະເນື້ອທີ່ອາຄານສະຖານີ ມີ 5.000 ຕາແມັດ ແລະ ສາມາດຮອງຮັບຜູ້ໂດຍສານໄດ້ 600 ຄົນ. ປັດຈຸບັນໄດ້ສຳເລັດການອອກແບບ, ສຳເລັດການບຸກເບີກພື້ນທີ່ ແລະ ກະກຽມເພື່ອດຳເນີນການກໍ່ສ້າງ ເຊິ່ງຄາດວ່າຈະສໍາເລັດການກໍ່ສ້າງພາຍໃນປີ 2021.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ຜູ້ພັດທະນາໂຄງການເອົາໃຈໃສ່ປະຕິບັດວຽກງານສຳເລັດຕາມແຜນການທີ່ວາງໄວ້ ແລະ ໃຫ້ມີຄຸນນະພາບ, ການກໍ່ສ້າງໃຫ້ເປັນໄປຕາມການອອກແບບທີ່ໄດ້ຮັບຮອງ, ສິ່ງສຳຄັນໂຄງສ້າງຕ່າງໆຕ້ອງໃຫ້ກົມກືນກັບທຳມະຊາດ ກໍຄືແຫຼ່ງທ່ອງທ່ຽວຂອງເມືອງວັງວຽງ.

ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມສູນບໍລິການເຕັກນິກກະສິກຳ ແລະ ໄດ້ຊີ້ນຳໃຫ້ສູນດັ່ງກ່າວເອົາໃຈໃສ່ການປູກພືດປອດສານພິດ, ພືດລົ້ມລຸກ ໂດຍໃຫ້ຕິດພັນກັບການສົ່ງເສີມການທ່ອງທ່ຽວ. ພ້ອມນີ້, ໄດ້ຢ້ຽມຢາມສະຖານທີ່ທ່ອງທ່ຽວທຳມະຊາດ ຖໍ້ານາງຟ້າ ແລະ ຖໍ້ານອນ ໂດຍໄດ້ເນັ້ນໃຫ້ຜູ້ພັດທະນາເອົາໃຈໃສ່ການອະນຸຮັກທຳມະຊາດ ແລະ ຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ພະນັກງານຫຼັກແຫຼ່ງຂອງເມືອງວັງວຽງ, ພະນັກງານອາວຸໂສບຳນານ ແລະ ນັກທຸລະກິດຈຳນວນໜຶ່ງ ທີ່ສະໂມສອນຂອງເມືອງວັງວຽງ. ກ່ອນອື່ນແມ່ນໄດ້ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ – ສັງຄົມຂອງເມືອງໃນໄລຍະ 6 ເດືອນຜ່ານມາ ຈາກທ່ານເຈົ້າເມືອງວັງວຽງ ເຊິ່ງທົ່ວເມືອງຍັງສືບຕໍ່ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ດ້ານການສຶກສາ ແລະ ວັດທະນະທຳຕິດພັນກັບການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນກໍນັບມື້ດີຂຶ້ນເປັນກ້າວໆ.

ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ບັນດາທ່ານລັດຖະມົນຕີ ກະຊວງກ່ຽວຂ້ອງ ຊີ້ແຈງຕໍ່ບາງບັນຫາທີ່ທາງເມືອງສະເໜີ ແລະ ບາງບັນຫາພົ້ນເດັ່ນ ເປັນຕົ້ນການປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດໄຂ້ເລືອດອອກ; ການສົ່ງເສີມການຜະລິດກຳສິກຳອິນຊີ, ການປູກພືດປອດສານພິດ ຕິດພັນກັບການຊຸກຍູ້ສົ່ງເສີມການທ່ອງທ່ຽວ, ການຕິດຕາມເຝົ້າລະວັງການລະບາດຂອງພະຍາດອະຫິວາໝູອາຟຣິກາ; ການສ້າງ ແລະ ປັບປຸງເສັ້ນທາງເຂົ້າແຫຼ່ງທ່ອງທ່ຽວ ແລະ ການຊົດເຊີຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກທາງລົດໄຟ.

ຕໍ່ກັບການພັດທະນາຂອງເມືອງວັງວຽງ ໃນປັດຈຸບັນ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນວ່າເມືອງວັງວຽງ ໄດ້ຮັບການພັດທະນາ ແລະ ມີຫຼາຍອັນປ່ຽນແປງໃໝ່ ແຕ່ເຖິງຢ່າງໃດກໍຕາມ ຍັງມີບາງບັນຫາທີ່ຕ້ອງໄດ້ເອົາໃຈໃສ່ ປັບປຸງ ແກ້ໄຂ ເປັນຕົ້ນການພັດທະນາເມືອງວັງວຽງ ຍັງບໍ່ທັນໄປຕາມຜັງເມືອງ ຢ່າງເຄັ່ງຄັດ, ຂາດການວາງແຜນພັດທະນາການທ່ອງທ່ຽວທີ່ດີ ແລະ ຍືນຍົງ, ບັນຫາລາຄາສິນຄ້າ ແລະ ຄ່າບໍລິການແພງ, ບັນຫາຄວາມສະອາດ, ຄວາມເປັນລະບຽບຮຽບຮ້ອຍ, ບັນຫາການຄຸ້ມຄອງການປ່ອຍນ້ຳເປື້ອນລົງແມ່ນ້ຳ ແລະ ອື່ນໆ.

ສະນັ້ນ, ເພື່ອສືບຕໍ່ພັດທະນາເມືອງວັງວຽງ ໃຫ້ເປັນເມືອງທ່ອງທ່ຽວຢ່າງແທ້ຈິງ, ທ່ານນາຍົກລັດຖະມົນຕີ ໃຫ້ທິດຊີ້ນຳແກ່ການນຳຫຼັກແຫຼ່ງ ແລະ ພະນັກງານຂອງເມືອງວັງວຽງ ໃຫ້ເອົາໃຈໃສ່ຕື່ມ ເປັນຕົ້ນໃຫ້ເມືອງວັງວຽງ ກໍຄືແຂວງວຽງຈັນ ຊອກໃຫ້ເຫັນທ່າແຮງແທ້ຈິງຂອງເມືອງວັງວຽງ ແລະ ນຳໃຊ້ທ່າແຮງດັ່ງກ່າວຢ່າງຖືກຕ້ອງ, ຍືນຍົງ ແລະ ມີປະສິດທິຜົນສູງ; ໃຫ້ກະຊວງກ່ຽວຂ້ອງສົມທົບກັບແຂວງວຽງຈັນ ສ້າງແຜນຜັງ ແລະ ຍຸດທະສາດການພັດທະນາເມືອງວັງວຽງ ເພື່ອເປັນບ່ອນອີງໃນການພັດທະນາ ແລະ ພິຈາລະນາອະນຸມັດໂຄງການ ຫຼື ທຸລະກິດຕ່າງໆ; ເອົາໃຈໃສ່ຕິດຕາມ, ກວດກາ, ຄຸ້ມຄອງລາຄາສິນຄ້າ, ຄ່າທີ່ພັກ, ລາຄາອາຫານໃຫ້ຖືກຕ້ອງເໝາະສົມ, ບໍ່ໃຫ້ສູງເກີນຄວາມເປັນຈິງ; ສົ່ງເສີມການຜະລິດກະສິກຳສະອາດ ແລະ ປູກພືດປອດສານພິດ; ຕ້ອງເຂັ້ມງວດຕໍ່ການປົກປັກຮັກສາສິ່ງແວດລ້ອມ, ການປ່ອຍນໍ້າເປື້ອນ, ການຖິ້ມຂີ້ເຫຍື້ອຊະຊາຍ, ຕະຫຼອດຮອດການສ້າງຮ້ານບັນເທີງທີ່ບໍ່ຖືກຕ້ອງ, ບໍ່ແທດເໝາະກັບເງື່ອນໄຂຕົວຈິງ ແລະ ບໍ່ສອດຄ່ອງກັບລະບຽບການ.

ນອກນັ້ນ, ໃຫ້ສົ່ງເສີມການທ່ອງທ່ຽວຕິດພັນກັບການຊຸກຍູ້ການຜະລິດ ແລະ ສ້າງວຽກເຮັດງານທຳໃຫ້ປະຊາຊົນ; ໃຫ້ເອົາໃຈໃສ່ແກ້ໄຂບັນຫາທີ່ບໍ່ດີ ແລະ ເກີດຂຶ້ນຢູ່ເມືອງວັງວຽງ ໃນໄລຍະຜ່ານມາ ໃຫ້ຕົກໄປເປັນກ້າວໆ; ເອົາໃຈໃສ່ຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນດາປາກົດການຫຍໍ້ທໍ້ຕ່າງໆ ທີ່ເປັນສິ່ງທ້າທາຍຕໍ່ການປົກປັກຮັກສາ ແລະ ພັດທະນາເມືອງວັງວຽງ ໃຫ້ໄດ້ຢ່າງຂາດຕົວ; ເອົາໃຈໃສ່ພັດທະນາ ແລະ ປັບປຸງໂຄງລ່າງພື້ນຖານການທ່ອງທ່ຽວ, ປັບປຸງຍົກລະດັບຂີດຄວາມສາມາດດ້ານການບໍລິຫານ – ບໍລິການການທ່ອງທ່ຽວໃຫ້ດີຂຶ້ນ ເພື່ອໃຫ້ນັກທ່ອງທ່ຽວເຂົ້າມາແລ້ວປະທັບໃຈ ແລະ ສາມາດດຶງດູດນັກທ່ອງທ່ຽວຫຼາຍລະດັບ ດ້ວຍການໄປຖອດຖອນບົດຮຽນກັບປະເທດທີ່ມີຊື່ສຽງດ້ານການທ່ອງທ່ຽວ; ເພີ່ມປະສິດທິພາບ ແລະ ເພີ່ມທະວີການຄຸ້ມຄອງເມືອງວັງວຽງ ໃຫ້ເປັນເມືອງທຳມະຊາດ ແລະ ວັດທະນະທຳຢ່າງແທ້ຈິງ.