ລັດໃຊ້ງົບປະມານຫຼາຍຮ້ອຍລ້ານກີບເພື່ອສະກັດກັ້ນ ແລະ ກຳຈັດບົ້ງຝູງສາລີ

58

ຕາມການໃຫ້ຂໍ້ມູນຈາກພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊຍະບູລີ ໃນຕົ້ນເດືອນສິງຫານີ້ໃຫ້ຮູ້ວ່າ: ແຂວງໄຊຍະບູລີ ໄດ້ສະໜອງງົບປະມານຈຳນວນຮ້ອຍລ້ານກີບຈັດຊື້ຢາແຊນອີມາແມັກ 5 ແລະ ກົມປູກຝັງກະຊວງກະສິກຳ ແລະ ປ່າໄມ້ ໄດ້ສະໜອງຢາແຊນອີມາແມັກ 5 ມູນຄ່າ 35 ລ້ານກີບ ພ້ອມອຸປະກອນຈຳນວນໜຶ່ງຄິດເປັນມູນຄ່າ 125 ລ້ານກີບ ປັດຈຸບັນແມ່ນໄດ້ນຳໃຊ້ທຶນງົບປະມານຂອງແຂວງ ແລະ ກົມປູກຝັງໝູນໃຊ້ເຂົ້າໃນການຈັດຊື້ຢາໃຫ້ຊາວກະສິກອນໄດ້ຢາທັງໝົດ 11.700 ຊອງ ມູນຄ່າ 409 ລ້ານກີບ ສາມາດນຳໃຊ້ໄດ້ 3.900 ເຮັກຕາ ເທົ່າກັບ 25% ຂອງເນື້ອທີ່ຖືກຜົນກະທົບ.

ບົ້ງຝູງສາລີພວມລະບາດຢູ່ແຂວງໄຊຍະບູລີ ໃນປັດຈຸບັນມີຖິ່ນກຳເນີດມາຈາກປະເທດອາເມຣິກາ ເຂດຮ້ອນໄດ້ແຜ່ຂະຫຍາຍໄປຍັງປະເທດອາເຈນຕິນາ ແລະ ແຄລິບປິນ. ຕົ້ນປີ 2016 ໄດ້ພົບຢູ່ພາກກາງ ແລະ ພາກຕາເວັນຕົກຂອງປະເທດອາຟຣິກກາໃນລະຫວ່າງປີ 2018 – 2019 ມີການລາຍງານພົບຢູ່ປະເທດອິນເດຍ, ສີລັງກາ, ສປ ຈີນ ແລະ ປະເທດໄທ. ສ່ວນ ສປປ ລາວ ພົບຄັ້ງທຳອິດທ້າຍປີ 2018 ທີ່ບ້ານແສນດິນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມາຮອດວັນທີ 20 ພຶດສະພາ ປີ 2019 ໄດ້ພົບການລະບາດຂອງບົ້ງຝູງສາລີຢູ່ເມືອງປາກລາຍ ແຂວງໄຊຍະບູລີ ເຊິ່ງພົບການລະບາດເບື້ອງຕົ້ນ ຈຳນວນ 7 ບ້ານ ມີເນື້ອທີ່ຖືກບົ້ງຝູງທຳລາຍຈຳນວນ 2.732 ເຮັກຕາ.

ຈາກນັ້ນ, ຮອດວັນທີ 24 ມິຖຸນາ 2019 ບົ້ງຝູງດັ່ງກ່າວໄດ້ແຜ່ລາມອອກເປັນວົງກວ້າງໃນທົ່ວແຂວງ, ເມືອງທີ່ມີເນື້ອທີ່ປູກສາລີໂດຍລວມມາຮອດປັດຈຸບັນຊາວກະສິກອນທົ່ວແຂວງໄດ້ປູກສາລີສຳເລັດແລ້ວ ຈຳນວນ 37.798 ເຮັກຕາ. ໃນນີ້, ເນື້ອທີ່ປູກສາລີທີ່ຖືກບົ້ງຝູງສາລີທຳລາຍ 15.421 ເຮັກຕາ, ມີ 174 ບ້ານ, ມີ 7.112 ຄອບຄົວ, ເນື້ອທີ່ເສຍຫາຍມີ 4.626,47 ເຮັກຕາ. ນອກຈາກນີ້, ບົ້ງຝູງສາລີຍັງທຳລາຍເຂົ້າໄຮ່ຂອງພໍ່ແມ່ປະຊາຊົນເມືອງໄຊສະຖານ ມີເນື້ອທີ່ 95,88 ເຮັກຕາ, ມີ 10 ບ້ານ, ມີ 240 ກວ່າຄອບຄົວມີບົ້ງຮຳໃບເຂົ້ານາປີ 0,75 ເຮັກຕາ, ມີ 3 ຄອບຄົວ ແລະ ຢູ່ເມືອງຊຽງຮ່ອນເຂົ້ານາເກີດພະຍາດໃບໄໝ້ມີເນື້ອທີ່ຖືກຜົນກະທົບ 44 ເຮັກຕາ, ມີ 3 ບ້ານ; ມີ 69 ຄອບຄົວ. ໃນນີ້, ເນື້ອທີ່ເສຍຫາຍ 5 ເຮັກຕາ.

ປັດຈຸບັນທາງພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ແນະນຳໃຫ້ຊາວກະສິກອນໄຖຖິ້ມແລ້ວກຽມປູກພືດຊະນິດອື່ນທົດແທນຕາມເງື່ອນໄຂສະພາບຕົວຈິງ ສ່ວນການແກ້ໄຂ ແລະ ສະກັດກັ້ນການແຜ່ລະບາດຂອງບົ້ງຝູງສາລີໃນໄລຍະຜ່ານມາ ທາງພະແນກກະສິກຳ ແລະ ປ່າໄມ້ ໄດ້ຈັດຝຶກອົບຮົມກ່ຽວກັບການປ້ອງກັນ ແລະ ກຳຈັດບົ້ງຝູງໃຫ້ແກ່ພະນັກງານວິຊາການຂັ້ນເມືອງ ແລະ ຊາວກະສິກອນ ຈຳນວນ 65 ບ້ານ ພ້ອມທັງແນະນຳຊາວກະສິກອນຊື້ຢາມານຳໃຊ້ເອງ ໂດຍລວມແລ້ວມາຮອດປັດຈຸບັນການປ້ອງກັນ ແລະ ກຳຈັດບົ້ງຝູງສາລີຢູ່ແຂວງໄຊຍະບູລີ ຍັງບໍ່ສາມາດຄວບຄຸມໄດ້ ບົ້ງຝູງສາລີຍັງສືບຕໍ່ຂະຫຍາຍອອກເປັນວົງກວ້າງແຕ່ວ່າບໍ່ຮ້າຍແຮງເນື່ອງຈາກວ່າຕົ້ນສາລີໃຫຍ່ ແລະ ແກ່ແລ້ວ.

( ຂ່າວ: ບຸນທີ ແສງຈັນທະລາ )