ສ.ເກົາຫຼີ ສະໜອງທຶນກວ່າລ້ານໂດລາ ເຂົ້າໃນກິດຈະກຳຟື້ນຟູຫຼັງໄພພິບັດທີ່ອັດຕະປື

46

ນັບແຕ່ເຫດການສັນເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຢູ່ເມືອງ ສະໜາມໄຊ ແຂວງອັດຕະປື ໃນໄລຍະຜ່ານມາ ຫຼາຍພາກສ່ວນທາງພາກລັດ, ເອກະຊົນ, ຫົວໜ່ວຍທຸລະກິດ ແລະ ນິຕິບຸກຄົນໄດ້ປະກອບສ່ວນເຫຼືອທາງດ້ານ ວັດຖຸ ແລະ ປັດໃຈຕ່າງໃຫ້ປະຊາຊົນທີ່ໄດ້ຮັບໄພພິບັດນໍ້າຖ້ວມ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

 

ในภาพอาจจะมี 4 คน, ผู้คนกำลังยืน, ฝูงชน, สถานที่กลางแจ้ง และธรรมชาติ

 

ในภาพอาจจะมี 1 คน, บ้าน, ท้องฟ้า, สถานที่กลางแจ้ง และธรรมชาติ

 

ຫຼ້າສຸດ, ກະຊວງເເຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ອົງການຮ່ວມມືສາກົນ ສ.ເກົາຫຼີ ປະຈຳ ສປປ ລາວ ໄດ້ເຊັນສັນຍາຂໍ້ຕົກລົງການສະໜອງທຶນຈຳນວນ 1.200.000 ໂດລາສະຫະລັດ ເພື່ອນຳໃຊ້ເຂົ້າໃນກິດຈະກຳ ປີ 2019 ພາຍໃຕ້ “ແຜນງານ ຟື້ນຟູຫຼັງໄພພິບັດແບບປະສົມປະສານທີ່ແຂວງອັດຕະປື”, ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ສາເຫດມາຈາກອຸບັດເຫດສັນເຂື່ອນເຊໂປນ-ເຊນ້ຳນ້ອຍແຕກ ໃນປີ 2018 ເຊິ່ງເປົ້າໝາຍຂອງໂຄງການດັ່ງກ່າວແມ່ນເລັ່ງໃສ່ພັດທະນາຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນເລື້ອຍໆ.

 

 

ພິທີເຊັນຂໍ້ຕົກລົງດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 9 ສິງຫາ 2019 ຜ່ານມາ ທີ່ກະຊວງ ຮສສ ເຊິ່ງຕາງໜ້າຝ່າຍລາວແມ່ນທ່ານ ວິໄລພົງ ສີສົມຫວັງ ວ່າການຫົວໜ້າກົມສັງຄົມສົງເຄາະ ກະຊວງ ຮສສ ແລະ ຝ່າຍ ສ.ເກົາຫຼີ ແມ່ນທ່ານ ຊັງຊູ ໂອ ຜູ້ຕາງຫນ້າອົງການຮ່ວມມືສາກົນ ສ.ເກົາຫຼີ (ກອຍກາ) ໂດຍຊ້ອງໜ້າທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີທ່ານ ຊິນ ຊອງ ຊຸນ ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳລາວ ພ້ອມພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

 

 

ທີ່ມາ: ຂ່າວສານແຮງງານ ແລະ ສະຫວັດດີການສັງຄົມ