ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງຊຽງຂວາງ ຄັ້ງທີ 8 ສະໄໝທີ VII

35

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຊຽງຂວາງ ຄັ້ງທີ 8 ສະໄໝທີ VII ໄດ້ຈັດຂຶ້ນໃນລະຫວ່າງວັນທີ 8 – 9 ສິງຫາ 2019 ຢູ່ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ບຸນຕົ້ນ ຈັນທະພອນ ເລຂາພັກແຂວງ ເຈົ້າແຂວງຊຽງ ຂວາງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ ແລະ ຫົວໜ້າພະແນກການເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ບົວສອນ     ສີນວນທອງ ຮອງເລຂາພັກແຂວງ ຮອງເຈົ້າແຂວງຊຽງຂວາງ ໄດ້ລາຍງານການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 7 ສະໄໝທີ VII ແລະ ບາງວຽກງານຈຸດສຸມໃນຕໍ່ໜ້າ, ການຈັດຕັ້ງແຜນພັດທະນາເສດຖະກິດ – ສັງຄົມ ແລະ ແຜນງົບປະມານ 6 ເດືອນ ປີ 2019 ແລະ ຄາດໝາຍສູ້ຊົນ 6 ເດືອນ ທ້າຍປີ 2019, ກວດກາຄືນແຜນກຳນົດພະນັກງານນຳພາ – ຄຸ້ມຄອງ ເພື່ອກະກຽມດ້ານບຸກຄະລາກອນ ແລະ ຄວາມພ້ອມໃຫ້ແກ່ກອງປະຊຸມໃຫຍ່ 3 ຂັ້ນຂອງຕົນ, ຜ່ານແຜນກະກຽມດຳເນີນກອງປະຊຸມໃຫຍ່ ອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ, ປັບປຸງກົງຈັກຫ້ອງການຄຸ້ມຄອງມໍລະດົກໂລກໄຫຫີນ, ກວດກາຄືນແຜນງານປັບປຸງຍົກລະດັບຂອງການປິ່ນປົວ ການຄຸ້ມຄອງດ້ານສາທາລະນະສຸກ, ອາຫານ ແລະ ຢາ, ກອງປະຊຸມຄັ້ງນີ້ໄດ້ຮັບຮອງເອົາແຜນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມໃນ 6 ເດືອນ ທ້າຍປີ 2019.

ໂອກາດດັ່ງກ່າວທ່ານເຈົ້າແຂວງ ກ່າວເນັ້ນວ່າ: ສຸມໃສ່ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ໂດຍເພີ່ມທະວີຄວາມຮັບຜິດຊອບ, ເອົາໃຈໃສ່ເປັນພິເສດ, ເອົາໃຈໃສ່ປົກປັກຮັກສາພືດລະດູຝົນ, ແຕ່ລະເມືອງ, ພະແນກການກະກຽມສຸມໃສ່ກອງປະຊຸມໃຫຍ່ຂອງຕົນ, ສ້າງຂະບວນການວຽກງານພັກ, ວຽກງານປາບປາມຢາເສບຕິດຢ່າງແຂງແຮງ, ແກ້ໄຂການຈັບຈອງດິນ, ກວດກາຄືນການສຳປະທານດິນ ຫັນເຂົ້າສູ່ກົດໝາຍ, ຄະນະຈັດຕັ້ງແຂວງເປັນໃຈກາງ ແລະ ພາກສ່ວນກ່ຽວຂ້ອງລົງຊຸກຍູ້ຕິດຕາມການຈັດຕັ້ງດຳເນີນກອງປະຊຸມໃຫຍ່, ສຸມໃສ່ເກັບລາຍຮັບ ຕິດພັນກັບການສຳປະທານທີ່ດິນ, ກວດກາບັນດາໂຄງການທີ່ກຳລັງຈັດຕັ້ງປະຕິບັດ, ກວດກາຄືນການສຳປະທານດິນຢູ່ດ່ານສາກົນນ້ຳກັ່ນ, ຄະນະວິໄນຂອງແຂວງສົມທົບກັບພະແນກການກວດກາຄືນ ແລະ ຈັດຕັ້ງປະຕິບັດວິໄນໃຫ້ວ່ອງໄວ, ເດັດດ່ຽວສືບຕໍ່ແກ້ໄຂຄະດີສໍ້ລາດບັງຫຼວງ, ຮີບຮ້ອນປັບປຸງສັບຊ້ອນຫ້ອງການຄຸ້ມຄອງມໍລະດົກໂລກ, ເປັນເຈົ້າການຮັບໂຄງການອີຟັດເຂົ້າມາພັດທະນາ, ກະກຽມຮັບທົ່ງໄຫຫີນ ແລະ ງານມະຫະກຳກີລາແຫ່ງຊາດ.

( ຂ່າວ: ບຸນມີ ແສງທຸມມີ )