ສື່ມວນຊົນລາວຕ້ອງຢຶດຖືຈັນຍາບັນນຳໃຊ້ສື່ແບບໃໝ່ໃຫ້ເກີດປະໂຫຍດ

81

ຫົວໜ້າກົມສື່ມວນຊົນ, ຜູ້ອຳນວຍການວິທະຍຸແຫ່ງຊາດ ແລະ ຫົວໜ້າບັນນາທິການໃຫຍ່ໜັງສືພິມພາສາຕ່າງປະເທດ ໄດ້ຮຽກຮ້ອງໃຫ້ສື່ມວນຊົນລາວຕ້ອງເຮັດໜ້າທີ່ພາຍໃຕ້ຄວາມຖືກຕ້ອງ ແລະ ປົກປ້ອງສິດຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ກໍຄືຂອງປະເທດຊາດ. ພ້ອມນັ້ນ, ສື່ມວນຊົນຕ້ອງຮູ້ນຳໃຊ້ສື່ທັນສະໄໝໃນການເຜີຍແຜ່ຂໍ້ມູນ – ຂ່າວສານໃຫ້ຖືກຕ້ອງ ແລະ ເໝາະສົມ.

ທ່ານ ປິ່ນປາດຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ສຳພາດວ່າ: ໃນວັນທີ 13 ສິງຫາ 1950 ພັກເຮົາໄດ້ສ້າງຕັ້ງອົງການສື່ມວນຊົນ ແລະ ສື່ພິມຈຳໜ່າຍ ເພື່ອຮັບໃຊ້ແກ່ການດຳເນີນກອງປະຊຸມແນວລາວອິດສະຫຼະໃນເຂດປົດປ່ອຍຂອງພວກເຮົາ. ມາຮອດປີ 2008 ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍ ວ່າດ້ວຍສື່ມວນຊົນລາວ ແລະ ໄດ້ຮັບຮອງເອົາວັນທີ 13 ສິງຫາ ເປັນວັນສື່ມວນຊົນລາວ.

ການພັດທະນາຢ່າງໄວວາຂອງສື່ສັງຄົມອອນລາຍສັງຄົມລາວມີເກືອບ 3 ລ້ານບັນຊີສື່ສັງຄົມອອນລາຍ ເຊິ່ງເຮັດໃຫ້ຮູບແບບການບໍລິໂພກຂ່າວສານຂອງປະຊາຊົນແມ່ນໄດ້ປ່ຽນແປງ ໂດຍເລີ່ມຈາກສື່ແບບໃໝ່ກ່ອນ. ຫຼັງຈາກນັ້ນ, ຫາກພົບບັນຫາໃດໜຶ່ງບໍ່ລະອຽດຊັດເຈນ ຈຶ່ງຫັນມາບໍລິໂພກຂ່າວສານຂອງສື່ທາງການ ເຮັດໃຫ້ສື່ມວນຊົນລາວຈຳເປັນຕ້ອງຫັນມານຳໃຊ້ສື່ແບບໃໝ່ນີ້ ເພື່ອເປັນພາຫະນະໃນການສື່ສານ, ສື່ສັງຄົມອອນລາຍບໍ່ແມ່ນຄູ່ປໍລະປັກຂອງສື່ດັ້ງເດີມ ແຕ່ເປັນຄູ່ຮ່ວມເພື່ອພ້ອມທີ່ຈະກ້າວໄປນຳກັນ ເຊິ່ງປັດຈຸບັນບັນດາສື່ທາງການຂອງພວກເຮົາມີເພຈສື່ແບບໃໝ່ເປັນຂອງຕົນເອງແລ້ວ 13 ສື່.

ຕໍ່ກັບບັນຫາດັ່ງກ່າວ ນັກຂ່າວຜູ້ເປັນນັກຮົບປະຈັນບານຕ້ອງເປັນຄົນສະຫຼາດຫຼັກແຫຼມ, ມີໄຫວພິບສະດຸ້ງໄວ, ມີຈັນຍາບັນ – ຈັນຍາທຳ, ກຳແໜ້ນກົດໝາຍເຄື່ອນໄຫວພາຍໃຕ້ ຄວາມຖືກຕ້ອງ, ນັກຂ່າວຕ້ອງເປັນຄົນທີ່ໜັກແໜ້ນ ບໍ່ຫູເບົາໃຈງ່າຍຫຼົງເຊື່ອຂໍ້ມູນທີ່ບໍ່ເປັນຈິງແລ້ວເອົາມາອອກຂ່າວ, ຕ້ອງນຳຄວາມຈິງຄວາມຖືກຕ້ອງມາສູ່ສັງຄົມ, ຕ້ອງຮູ້ທັນອຸບາຍຂອງພວກບໍ່ຫວັງດີ ແລະ ສຳຄັນແມ່ນຕ້ອງເຄື່ອນໄຫວພາຍໃຕ້ຈັນຍາບັນ 10 ປະການຂອງນັກຂ່າວລາວ.

ທ່ານ ໂພສີ ແກ້ວມະນີວົງ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວໃຫ້ສຳພາດວ່າ: ສື່ມວນຊົນຕ້ອງຢຶດຖືຄວາມຖືກຕ້ອງ, ປະຕິບັດໜ້າທີ່ເພື່ອຜົນປະໂຫຍດຂອງສ່ວນລວມ ກໍຄືຂອງປະຊາຊົນ ແລະ ຂອງຊາດ. ພ້ອມກັນນັ້ນ, ບັນດາສື່ຕ້ອງໄດ້ຍົກສູງຄຸນນະພາບໃນການເຮັດຂ່າວ, ໃນການນຳໃຊ້ເຕັກໂນໂລຊີທັນສະໄໝສື່ສັງຄົມອອນລາຍ ເຮັດແນວໃດໃຫ້ສາມາດກະຈາຍຂ່າວໄດ້ໄວທີ່ສຸດ, ຖືກຕ້ອງທີ່ສຸດ ແລະ ເກີດຜົນປະໂຫຍດແກ່ສັງຄົມໃຫ້ຫຼາຍທີ່ສຸດ. ນັກຂ່າວຕ້ອງໄດ້ປັບຕົວໄປຕາມຍຸກຂອງການພັດທະນາ ເປັນຕົ້ນແມ່ນຕ້ອງຢຶດຖືຈັນຍາບັນນັກຂ່າວ, ຕ້ອງຊອກຫາຂ່າວທີ່ມີແຫຼ່ງຂໍ້ມູນເປັນຈິງ, ຕອບສະໜອງຂໍ້ມູນ – ຂ່າວສານໄວທັນເຫດການ ພາຍໃຕ້ຄວາມຖືກຕ້ອງ, ຕ້ອງຮຽນຮູ້ໃຫ້ຫຼາຍຂຶ້ນ. ສະເພາະການພັດທະນາຢ່າງໄວວາຂອງສື່ສັງຄົມອອນລາຍ ເຮັດໃຫ້ມີແຫຼ່ງຂ່າວຂໍ້ມູນບິດເບືອນ ແລະ ບໍ່ມີມູນຄວາມຈິງຕ່າງໆ, ນັກຂ່າວຕ້ອງໄດ້ຊອກຂໍ້ມູນ ຄວາມທີ່ແທ້ຈິງເພື່ອມາແກ້ຂ່າວທີ່ພວກຄົນບໍ່ຫວັງດີມາສ້າງກະແສ.

ທ່ານ ທອງຫຼໍ່ ດວງສະຫວັນ ຫົວໜ້າບັນນາທິການໃຫຍ່ໜັງສືພິມ ພາສາຕ່າງປະເທດ ( ວຽງຈັນທາມ ) ໄດ້ໃຫ້ສຳພາດວ່າ: ປັດຈຸບັນ, ການພັດທະນາຢ່າງໄວວາຂອງເຕັກໂນໂລຊີທັນສະໄໝ ສົ່ງຜົນໃຫ້ສື່ມວນຊົນກຳລັງປະເຊີນໜ້າກັບຄວາມທ້າທາຍຫຼາກຫຼາຍ. ສະນັ້ນ, ສື່ມວນຊົນລາວຄວນຮູ້ນຳໃຊ້ສື່ສັງຄົມອອນລາຍໃນທາງທີ່ຖືກ ນຳໃຊ້ຈຸດດີ – ຈຸດເດັ່ນຂອງສື່ດັ່ງກ່າວໃນການໂຄສະນາຂ່າວສານທີ່ມີປະໂຫຍດແກ່ສັງຄົມ ແລະ ປະເທດຊາດ.

ນັກຂ່າວເປັນຄົນທີ່ຂຽນຂ່າວເປັນຜູ້ທີ່ຜະລິດຂ່າວ. ສະນັ້ນ, ຕ້ອງເປັນຄົນທີ່ເຄື່ອນໄຫວພາຍໃຕ້ກົດໝາຍ, ເປັນຄົນທີ່ມີຈັນຍາບັນ ແລະ ຈັນຍາທຳ, ຕ້ອງເປັນນັກທີ່ຮອບຮູ້ ແລະ ຮຽນໄດ້ຫຼາຍຢ່າງ, ຕ້ອງຕຶກຕອງຄັກແນ່, ເວລາໄດ້ຂໍ້ມູນ – ຂ່າວສານວ່າແມ່ນຄວາມຈິງ ຫຼື  ບໍ່, ທຳມະຊາດຂອງນັກຂ່າວໃນຍຸກດິຈິຕອລຕ້ອງເປັນຄົນທີ່ສະດຸ້ງໄວ ແລະ ຄຳນຶງວ່າອັນໃດຖືກ ຫຼື ຜິດ, ອັນໃດຄວນ ແລະ ບໍ່ຄວນ, ເວລາຂຽນຂ່າວນັກຂ່າວຕ້ອງຮູ້ວ່າຄວນຂຽນແນວໃດ, ຂຽນເພື່ອໃຜ, ຂຽນອອກໄປແລ້ວໄດ້ຫຍັງມາໃຫ້ແກ່ຕົນເອງ, ແກ່ອົງກອນ ແລະ ປະເທດຊາດ ເຊິ່ງນັກຂ່າວທຸກຄົນຕ້ອງຄຳນຶງຢູ່ສະເໝີ.

ນາງ ດາວວຽງ ສິດດາວົງ ນັກສຶກສາປີ 3 ຄະນະອັກສອນສາດ ພາກວິຊາສື່ສານມວນຊົນໃຫ້ສຳພາດວ່າ: ການພັດທະນາຂອງສື່ສັງຄົມອອນລາຍເຮັດໃຫ້ການເຄື່ອນໄຫວຂ່າວສານຂອງນັກຂ່າວລາວເຮົາມີຄວາມທ້າທາຍສູງ ເພາະໃນສື່ສັງຄົມອອນລາຍມີທັງຂ່າວທີ່ເປັນທາງການ ແລະ ບໍ່ເປັນທາງການ. ນອກນັ້ນ, ກໍເປັນໂອກາດໜຶ່ງໃນການເຜີຍແຜ່ຂໍ້ມູນ – ຂ່າວສານກວ້າງຂວາງກວ່າເກົ່າ. ສະນັ້ນ, ນັກຂ່າວແຕ່ລະຄົນຕ້ອງເຄື່ອນໄຫວບົນພື້ນຖານການປົກປ້ອງຜົນປະໂຫຍດຂອງລວມ, ປະຕິບັດໜ້າທີ່ພາຍໃຕ້ກົດໝາຍ ແລະ ຕັ້ງໝັ້ນໃນຈັນຍາບັນນັກຂ່າວ.

ທ້າວ ໂຊກທະວີ ແກ້ວບຸດຕະລາດ ນັກສຶກສາປີ 3 ຄະນະອັກສອນສາດພາກວິຊາສື່ສານມວນຊົນໃຫ້ສຳພາດວ່າ: ສື່ມວນຊົນລາວປັດຈຸບັນແມ່ນໄດ້ເຮັດໜ້າທີ່ເປັນກະບອກສຽງຂອງພັກ – ລັດໃນການເຜີຍແຜ່ຂໍ້ມູນ – ຂ່າວສານໄປສູ່ສັງຄົມ. ສຳລັບນ້ອງໃນໄລຍະຜ່ານມາ ສື່ມວນຊົນໄດ້ເຮັດໜ້າທີ່ໄດ້ດີໃນລະດັບໃດໜຶ່ງ ແຕ່ຍັງມີບາງຈຸດທີ່ຍັງເປັນຂໍ້ຄົງຄ້າງ ເປັນຕົ້ນການນຳສະເໜີຂ່າວບໍ່ທັນການຍັງຊັກຊ້າ ແລະ ການໃຊ້ສັບພາສາຍັງບໍ່ທັນຖືກຕ້ອງ ເປັນຕົ້ນແມ່ນນຳໃຊ້ໃນສື່ອອນລາຍ.

[ ຂ່າວ: ກາວຊົ່ງ; ຮູບ: ສຸກສະຫວັນ + ບຸນປະເສີດ+ ທະນັນເສນ ]