ສຸດຍອດສີມືຍິງລາວ! ມີລາຍຮັບຈາກການຕໍ່າຫູກ-ທໍໄໝກວ່າ 1 ຕື້ກີບຕໍ່ປີ

308

ຕັ້ງແຕ່ໃດໆມາເອື້ອຍນ້ອງແມ່ຍິງລາວ ມີມູນເຊື້ອໃນການຕ່ຳຫູກທໍໄໝ, ມີຄວາມດຸໝັ່ນຂະຫຍັນພຽນໃນການທຳມາຫາກິນ ເຊິ່ງສິ່ງເຫຼົ່ານັ້ນໄດ້ກາຍເປັນໜ້າທີ່ຂອງແມ່ຍິງລາວບັນດາເຜົ່າທີ່ໄດ້ປະຕິບັດໃນສະໄໝກ່ອນ. ມາຮອດປັດຈຸບັນກໍ່ຍັງເຫັນວ່າປະຊາຊົນຫຼາຍທ້ອງຖິ່ນໄດ້ຢຶດຖືເອົາການຕໍ່າຫູກທໍໄໝເປັນອາຊີບ ສ້າງລາຍຮັບເຂົ້າຄອບຄົວເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນ ເຊັ່ນດຽວກັນກັບຊາວບ້ານສິນອຸດົມ ເມືອງ ຫຼວງນໍ້າທາ ແຂວງ ຫຼວງນໍ້າທາ ທີ່ໄດ້ຢຶດເອົາການຕໍ່າຫູກທໍໄໝເປັນອາຊີບ ສ້າງລາຍຮັບກວ່າ 1 ຕື້ກີບຕໍ່ປີ.

 

 

ຂໍ້ມູນດັ່ງກ່າວໄດ້ເປີດເຜີຍ ຂະນະທີ່ຄະນະຮັບຜິດຊອບອະນຸກຳມະການເນື້ອໃນລົງເກັບກຳຂໍ້ມູນການຕໍ່າຫູກທໍໄໝບ້ານສິນອຸດົມ ເພື່ອກະກຽມກອງປະຊຸມໃຫຍ່ຄັ້ງທີ 10 ຂອງອົງຄະນະບໍລິຫານງານພັກເມືອງຫຼວງນໍ້າທາ ໃນວັນທີ 6 ສິງຫາ 2019 ຜ່ານມາທີ່ບ້ານສິນອຸດົມ ເມືອງຫຼວງນໍ້າທາ, ແຂວງ ຫຼວງນໍ້າທາ.

 

 

ທ່ານ ໜານອິນຄຳ ແສງລືໄຊ ນາຍບ້ານໆສິນອຸດົມ ໄດ້ລາຍງານສະພາບການເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດໃນໄລຍະຜ່ານມາວ່າ: ບ້ານ ສິນອຸດົມ ສ້າງຕັ້ງຂຶ້ນໃນປີ 1986 ເຊິ່ງໄດ້ຍົກຍ້າຍຖິ່ນຖານມາຈາກບ້ານຄອນຄຳ ເມືອງ ນາແລ ແຂວງ ຫຼວງນໍ້າທາ. ປັດຈຸບັນ ມີ 56 ຫຼັງຄາເຮືອນ, ມີ 69 ຄອບຄົວ, ມີພົນລະເມືອງທັງໝົດ 315 ຄົນ, ຍິງ 163 ຄົນ, ມີແຮງງານຕົ້ນຕໍ 161 ແຮງງານ, ແຮງງານສຳຮອງ 92 ແຮງງານ, ມີສະມາຊິກພັກ 13 ສະຫາຍ. ມີສອງຊົນເຜົ່າຢູ່ຮ່ວມກັນຄື: ເຜົ່າລື້ ແລະ ເຜົ່າກຶມມຸ. ປະຊາຊົນແມ່ນມີມູນເຊື້ອດຸໝັ່ນຂະຫຍັນພຽນ ອາຊີບສ່ວນໃຫຍ່ແມ່ນປູກເຂົ້າເນີນສູງ, ເຮັດສວນ ແລະ ການຕໍ່າຫູກທໍໄໝ.

 

 

ທ່ານ ນາງ ແຍງ ຂໍດາຄໍາ ໜຶ່ງໃນຜູ້ຕໍ່າຫູກທໍໄໝ ໄດ້ເລົ່າປະຫວັດຄວາມເປັນມາຂອງການຕໍ່າຫູກທໍໄໝແມ່ນມີມູນເຊື້ອມາແຕ່ປູຍ່າຕາຍາຍສືບທອດມາແຕ່ດຶກດຳບັນ. ເມື່ອກ່ອນປະຊາຊົນພາຍໃນບ້ານຕໍ່າຫູກພຽງແຕ່ຮັບໃຊ້ພາຍໃນຄອບຄົວ ບໍ່ທັນຜະລິດເປັນສິນຄ້າສົ່ງອອກ. ແຕ່ມາເຖິງປີ 2017 ເປັນຕົ້ນມາ ຍ້ອນການຊີ້ນໍາໆພາຂອງພັກ-ລັດ, ຂັ້ນເທິງ ໂດຍສະເພາະແມ່ນການນໍາຂອງເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງ ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດໃຫ້ກາຍເປັນສິນຄ້າ ໄດ້ນໍາເອົາພໍ່ຄ້າແມ່ຄ້າຈາກພາຍໃນ ແລະ ຕ່າງປະເທດມາເກັບຊື້.

 

 

ໃນເບື້ອງຕົ້ນມີຫູກ 10 ກີ່ເທົ່ານັ້ນ, ມາຮອດປັດຈຸບັນມີການເຕີບໃຫຍ່ຂະຫຍາຍຕົວເພີ່ມຂຶ້ນມີຫູກ 69 ກີ່, ຄົນໜຶ່ງສາມາດຜະລິດສິ້ນໄດ້ 50 ຜືນ/ປີ ລາຄາຜືນໜຶ່ງກໍ່ບໍ່ຫຼຸດ 2,5 ກີບ ຕາມລາຍບາງຜືນລາຄາສູງຂຶ້ນຮອດ 1 ລ້ານກວ່າກີບ. ນອກນັ້ນ, ຍັງຕໍ່າເສື້ອ, ໂສ້ງ, ຜ້າປູໂຕະ, ຜ້າບ່ຽງ, ຜ້າລົບເສື່ອ, ສົບໝອນ ແລະ ເຄື່ອງໃຊ້ສອຍອື່ນໆຕາມສັ່ງຂອງພໍ່ຄ້າແມ່ຄ້າ.

 

ในภาพอาจจะมี หนึ่งคนขึ้นไป และผู้คนกำลังนั่ง

 

ບ້ານສິນອຸດົມ ສາມາດສ້າງລາຍຮັບຈາກການຕໍ່າຫູກ-ທໍໄໝໄດ້ 1 ຕື້ກວ່າກີບ/ປີ ສະເລ່ຍໃສ່ຄອບຄົວໜຶ່ງໄດ້ຮັບ 15 ລ້ານກວ່າກີບ/ປີ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນພາຍໃນບ້ານນັບມື້ດີຂຶ້ນເປັນກ້າວໆ.

 

ในภาพอาจจะมี 3 คน