ອຸຕຸເຕືອນ! ຈະມີຝົນຕົກໜັກຕະຫຼອດອາທິດນີ້, ປາກຊັນນໍ້າຝົນຫຼາຍສຸດ

79

ກົມອຸຕຸນິຍົມ ແລະ ອຸທຸກກະສາດ ໄດ້ຄາດຄະເນສະພາບອາກາດໃນໄລຍະວັນທີ 12 ຫາ 18 ສິງຫາ 2019ວ່າ: ໃນໄລຍະວັນທີ 12-15 ສິງຫາ 2019 ຮ່ອງຄວາມກົດດັນຕໍ່າຍັງຈະພັດຜ່ານຢູ່ແຂວງພາກເໜືອ ຫາພາກກາງຂອງປະເທດລາວ ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຍັງຈະພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍເປັນບໍລິເວນກວ້າງຢູ່ໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກລົງ ຫາພາກກາງ ແລະ ພາກໃຕ້.

 

ในภาพอาจจะมี ท้องฟ้า, ต้นพืช, สถานที่กลางแจ้ง และธรรมชาติ

 

ຈາກນັ້ນ, ວັນທີ 16- 18 ສິງຫາ 2019 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຍັງຈະມີກໍາລັງແຮງເພີ່ມຂຶ້ນປົກຄຸມ ເຊິ່ງຍັງຈະເຮັດໃຫ້ມີຝົນຍັງສືບຕໍ່ຕົກໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນຕົກ ຫາ ພາກາງ ແລະ ພາກໃຕ້ ພ້ອມມີລົມພັດແຮງເປັນບາງໂອກາດ.

 

ในภาพอาจจะมี สถานที่กลางแจ้ง

 

ຂະນະທີ່ສະພາບອາກາດໃນຕອນເຊົ້າຂອງວັນທີ 12 ສິງຫາ 2019 ກົມອຸຕຸລາຍງານວ່າ: ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພາດຜ່ານຢູ່ພາກເໜືອ ຫາ ພາກກາງ ຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫ່ຍ. ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມຈະມີລົພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ ແລະ ຈະມີຝົນຕົກໜັກຢູ່ບາງທ້ອງຖິ່ນແຂວງພາກກາງ.

ສ່ວນປະລິມານນໍ້າຝົນຫຼາຍສຸດທີ່ວັດແທກໃນວັນທີ 11 ສິງຫາ 2019 ແມ່ນ ປາກຊັນ (ບໍລິຄຳໄຊ) ວັດແທກໄດ້ 91,4 ມີນລີແມັດ; ຮອງລົງມາແມ່ນ ໄຊສົມບູນ ວັດແທກໄດ້ 59,7 ມີນລີແມັດ; ຊຳເໜືອ 48,1 ມີນລີແມັດ;  ນະຄອນຫຼວງວຽງຈັນ 36 ມີນລີແມັດ; ປາກຊ່ອງບໍລິເວນ 30,3 ມີນລີແມັດ; ໂພນໂຮງ (ວຽງຈັນ) 25,9 ມີນລີແມັດ ແລະເຂດອື່ນໆຕາມລຳດັບ.

 

ในภาพอาจจะมี สถานที่กลางแจ้ง

ສຳລັບປະລິມານນໍ້າຂອງ ແລະ ແມ່ນໍ້າສາຂາຕາມການລາຍງານຂອງກົມອຸຕຸນິຍົມ ແລະ ອຸທົກກະສາດໃນເຊົ້າມື້ນີ້ ວັນທີ 12 ສິງຫາ 2019 ໃຫ້ຮູ້ວ່າ: ເຂດທີ່ມີປະລິມານນໍ້າເພີ່ມຂຶ້ນເຊັ່ນ: ຂົວເຊ (ເຊບັ້ງໄຟ) ວັດແທກໄດ້ 10,81 ແມັດ; ຮອງລົງມາແມ່ນ ຫຼວງພະບາງ (ນໍ້າຂອງ) ວັດແທກໄດ້ 9,48 ແມັດ; ປາກຊັນ ( ນໍ້າຂອງ) ວັດແທກໄດ້ 6,32 ແມັດ; ມະຫາໄຊ (ເຊບັ້ງໄຟ) ວັດແທກໄດ້ 6,18 ແມັດ; ທ່າແຂກ (ນໍ້າຂອງ) ວັດແທກໄດ້ 5,68 ແມັດ. ສ່ວນແມ່ນໍ້າສາຂາ ອັດຕະປື (ເວີນແຄນ)ວັດແທກໄດ້ 7,45 ແມັດ; ເມືອງງອຍ (ນໍ້າອູ) ວັດແທກໄດ້ 6,71 ແມັດ. ສ່ວນລະດັບນໍ້າໜ້າເຂື່ອນວັດແທກໄດ້ 200,57 ແມັດ ຂະນະເຂດລະວັງໄພແມ່ນ 212 ແມັດ, ເຂດອັນຕະລາຍ 212,31 ແມັດ ເຊິ່ງຄາດວ່າ ລະດັບນໍ້າໜ້າເຂື່ອນນໍ້າງື່ມຈະເພີ່ມຂຶ້ນເປັນ 200,84 ແມັດ ໃນວັນທີ 14 ສິງຫາ 2019.