ຮ່ວມກິດຈະກໍາ ໂຄເວີ້ ເພງປະກອບຮູບເງົາ “ດອກຈຳປາບານ” ເວີຊັ່ນ ພາສາລາວ

69

ຂ່າວດີສຳລັບໃຜທີ່ມັກໃນສຽງເພງ ມາຮອດອີກໜຶ່ງງານ ເປັນກິດຈະກໍາທີ່ໃຫ້ທຸກທ່ານຮ່ວມ ໂຄເວີ້ ເພງປະກອບຮູບເງົາ “ດອກຈຳປາບານ” ເວີຊັ່ນ ພາສາລາວ ໂດຍມີກະຕິກາດັ່ງນີ້:

ສົ່ງສຽງສົດຂອງຕົນເອງກັບດົນຕີເພງ “ດອກຈຳປາບານ” ເຂົ້າຮ່ວມປະກວດທາງເພຈ໌ ຮູບເງົາດອກຈໍາປາບານ.

ກົດໄລ້ ແລະ ກົດແຊເພຈ໌ ຮູບເງົາ ດອກຈຳປາບານ ໃຫ້ໝູ່ 5 ຄັ້ງ

ເພື່ອຊີງເງີນລາງວັນທີ 1 ເງິນສົດ 1 ລ້ານກີບ ພ້ອມບັດເຂົ້າຊົມຮູບເງົາ 5 ບັດ, ລາງວັນທີ 2: ເງິນສົດ 5 ແສນກີບ ພ້ອມບັດເຂົ້າຊົມຮູບເງົາ 4 ບັດ, ລາງວັນທີ 3 ເງິນສົດ 3 ແສນກີບ ພ້ອມບັດເຂົ້າຊົມຮູບເງົາ 3 ບັດ.

ແລະຍັງມີລາງວັນຊົມເຊີຍມີ 5 ລາງວັນຄືຈະໄດ້ບັດເຂົ້າຊົມຮູບເງົາລາງວັນລະ 2 ບັດ ເລີ່ມແຕ່ວັນທີ 15 ສິງຫາ 2019 ເປັນຕົ້ນໄປ ແລະ ຈະປະກາດຜົນໃນວັນທີ 1 ກັນ ຍາ 2019

ນາງ ເອກ ໝໍແໜ່ງ ຈັນດາລີ
ພະເອກ Mr. Ma Ziluo