ຮ້ານນໍ້າຫວານ so sweet lao dessert ເລີ່ມຕີຕະຫຼາດຈາກການຮັບອໍເດີອອນລາຍ

83

ມື້ນີ້ທີມຂ່າວໜັງສືພິມເສດຖະກິດ – ການຄ້າ ຈະມາແນະນໍາຮ້ານນໍ້າຫວານ so sweet lao dessert ຖືວ່າເປັນຮ້ານນ້ອງໃໝ່ທີ່ຕອບສະໜອງຄົນທີ່ມັກປະເພດນໍ້າຫວານ ໂດຍເລີ່ມຕີຕະຫຼາດຈາກການສັ່ງຊື້ທາງອອນລາຍຈົນຕັ້ງເປັນໜ້າຮ້ານ ແລະ ມີຫຼາກຫຼາຍຢ່າງໃຫ້ເລືອກກວ່າ 30 ຢ່າງ.

ທ່ານ ນາງ ທິບພາວອນ ແກ້ວສີວອນ ເຈົ້າຂອງຮ້ານ so sweet lao dessert ໃຫ້ສຳພາດວ່າ: ກ່ອນຈະມາເຮັດຂອງຫວານຕົນເອງເປັນຄົນມັກຂອງຫວານ ແລະ ມັກເຮັດຂອງກິນຢູ່ແລ້ວ ເພາະເຮັດແລ້ວສະບາຍໃຈພ້ອມທັງເປັນການຝຶກຝົນສີມືໄປໃນຕົວນໍາ. ນອກຈາກນີ້, ກໍຕ້ອງບວກກັບພອນສະຫວັນ ແລະ ປະສົບການກ່ຽວກັບການປຸງແຕ່ງອາຫານເປັນພື້ນຖານ ຈຶ່ງໄດ້ສຶກສາຮຽນຮູ້ປຸງແຕ່ງສູດນໍ້າຫວານໃຫ້ແຕກຕ່າງກັບຮ້ານອື່ນ ພ້ອມທັງເພີ່ມຄວາມຫຼາກຫຼາຍໃຫ້ລູກຄ້າໄດ້ເລືອກນໍາ.

ໃນເບື້ອງຕົ້ນໄດ້ຕີຕະຫຼາດຜ່ານການຂາຍທາງອອນລາຍກວ່າ 2 ປີ ລວມທັງຮັບອອກງານນອກຕາມງານສ້າງສັນຕ່າງໆຮ່ວມນໍາ ເຫັນວ່າໄດ້ຜົນຕອບດີຈຶ່ງຕັດສິນໃຈເປີດເປັນຮ້ານເພື່ອຕອບສະໜອງຄວາມຮຽກຮ້ອງຂອງລູກຄ້າໃຫ້ໄດ້ຫຼາຍຂຶ້ນ ແລະ ເນັ້ນໃຫ້ທຸກລາຍການເຂົ້າກັບກຸ່ມລູກຄ້າທຸກເພດທຸກໄວ. ສ່ວນຈຸດພິເສດຂອງຮ້ານແມ່ນເຮົາຈະເຮັດສົດໃໝ່ທຸກມື້ ແລະ ໃນແຕ່ລະມື້ຈະປ່ຽນລາຍການພິເສດທຸກມື້​ ເຊິ່ງເຮົາບໍ່ຢາກເຮັດໃຫ້ລູກຄ້າເບື່ອກັບສິ່ງເກົ່າໆຈຶ່ງຕ້ອງເນັ້ນການສ້າງຈຸດສົນໃຈໃໝ່ໆໃຫ້ກັບລູກຄ້າຢູ່ຕະຫຼອດ ແລະ ຍັງເປັນການເພີ່ມທາງເລືອກໃຫ້ລູກຄ້າໄດ້ຫຼາຍຂຶ້ນອີກດ້ວຍ. ສໍາລັບການເລືອກວັດຖຸດິບສ່ວນໃຫຍ່ແມ່ນຂອງປະເທດເຮົາເອງ ແລະ ເລືອກໝາກໄມ້ຕາມລະດູການເປັນການດີທີ່ສຸດໃນການນໍາມາເປັນສ່ວນປະສົມ.

ນໍ້າຫວານແມ່ນລາຄາ 10 ພັນກີບຕໍ່ຖ້ວຍ ໂດຍຈະມີໃຫ້ເລືອກກວ່າ 30 ຢ່າງ ສາມາດເລືອກໃສ່ຈັກຢ່າງກໍໄດ້ ນອກຈາກນໍ້າຫວານຍັງມີນໍ້າປັ່ນໝາກໄມ້ສົດ, ຊາ ແລະ ກາເຟ ເພື່ອລູກຄ້າທີ່ບໍ່ຢາກກິນນໍ້າຫວານກໍສາມາດເລືອກເປັນໝາກໄມ້ແທນໄດ້. ສໍາລັບລາຍການທີ່ໄດ້ຮັບຄວາມນິຍົມ ແລະ ແນະນໍາແມ່ນນໍ້າຫວານຖົ່ວລຽນ ໂດຍຈະມີໝາກຖົ່ວລຽນ, ຖົ່ວແດງ, ໝາກຕາວ, ໝາກແຕງຫອມ, ເຂົ້າລອດຊອງ, ລິ່ນຈີ່ ແລະ ທັບທີມກອບ ລາດດ້ວຍນໍ້າກະທິ ແລະ ນໍ້າຕານຕົກແຕ່ງດ້ວຍນໍ້າກ້ອນບົດ, ລາຍການທີ 2 ແມ່ນນໍ້າຫວານທັບທີມກອບ ໂດຍເຮັດມາຈາກໝາກແຫ້ວທາງນອກຈະນຸ້ມທາງໃນຈະກອບໃສ່ໝາກພ້າວອ່ອນ ແລະ ໝາກຕາວ ລາດດ້ວຍນໍ້າກະທິ ແລະ ນໍ້າຕານ, ລາຍການທີ 3 ນໍ້າຫວານຈັບລ້ຽງ ເປັນນໍ້າຫວານທີ່ເໝາະສໍາລັບຜູ້ທີ່ຮັກສຸຂະພາບລົດຊາດຈະບໍ່ຫວານຫຼາຍ ເພາະຈະຕົ້ມເອົານໍ້າໝາກຈັບລ້ຽງມາເປັນສ່ວນປະກອບແທນນໍ້າຕານ ແລະ ກະທິ ໂດຍໄດ້ຄວາມຫວານຈາກໝາກໄມ້ ພ້ອມກັບໃສ່ເຄື່ອງຕ່າງໆປະມານ 8 – 10 ຢ່າງ. ສິ່ງທີ່ພິເສດແມ່ນການໃຊ້ກະທິຈະຄັ້ນເອງເພາະຈະມີກິ່ນຫອມຈາກທໍາມະຊາດ ສ່ວນນໍ້າຕານແມ່ນຂ້ຽວຈາກນໍ້າອ້ອຍ ແລະ ນໍ້າຕານແດງ ( ເວລາເສີບທາງຮ້ານຈະບໍ່ໃສ່ນໍ້າຕານຫຼາຍເພາະຈະມີນໍ້າຕານຢູ່ໂຕະໄວ້ໃຫ້ຖ້າມັກກໍຕື່ມໃສ່ໄດ້ ).

ໃນນາມເປັນເຈົ້າຂອງຮ້ານນໍ້າຫວານ so sweet lao dessert ຂໍເຊີນຊວນທັງລູກຄ້າເກົ່າ ແລະ ໃໝ່ໄດ້ມາລອງຊີມ ເພາະທີ່ຜ່ານມາລູກຄ້າຮູ້ຈັກພວກເຮົາກໍມາຈາກການບອກຕໍ່ແບບປາກຕໍ່ປາກ ແລະ ນັ້ນຖືວ່າເປັນສິ່ງສໍາຄັນຫຼາຍ ເຊິ່ງບໍ່ແມ່ນພຽງແຕ່ໜ້າຕາຂອງອາຫານເທົ່ານັ້ນທີ່ເປັນຈຸດດຶງລູກຄ້າ ຕ້ອງບວກກັບລົດຊາດຈົນເຮັດໃຫ້ເຮົາມາຢືນຮອດຈຸດນີ້ໄດ້.

ສາມາດເຂົ້າມາລອງຊີມນໍ້າຫວານໄດ້ທີ່ ບ້ານພະໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເປີດໃຫ້ບໍລິການທຸກມື້ ຕັ້ງແຕ່ເວລາ: 11:00 ຫາ 21:00 ໂມງ ມີຫ້ອງແອໄວ້ໃຫ້ບໍລິການ ແລະ ຟຣີ Wi – Fi ອີກດ້ວຍ. ນອກຈາກນີ້, ຍັງມີບໍລິການຈັດສົ່ງເຖິງທີ່ລາຄາແມ່ນຄິດໄລ່ຕາມໄລຍະທາງ ຫຼື ສາມາດສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ເພຈເຟສບຸ໊ກ: so sweet lao dessert ມີໂປຣໂມຊັນຄືລູກຄ້າກິນຄົບ 10 ຖ້ວຍ ແຖມຟຣີ 1 ຖ້ວຍ ໂດຍຈະມີສະແຕັມໃຫ້ສະສົມ.

( ຂ່າວ: ນຸ້ມນິ້ມ )

( ຮູບ: ສອນໄຊ )