ແຈ້ງ! ລົດໃຜເສຍສາມາດເອົາເອກະສານມາພົວພັນເອົາ ທີ່ປກສ ເມືອງວຽງທອງ

102

ກອງຕຳຫຼວດຈະລາຈອນ, ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງວຽງທອງ ແຂວງ ບໍລິຄຳໄຊ ປະກາດເຖິງພໍ່ແມ່ປະຊາຊົນພາຍໃນແຂວງຊາບວ່າ ລົດທ່ານໃດເສຍ ຫຼື ຖືກກັກ ສາມາດນໍາເອົາເອກະສານລົດຂອງທ່ານໄປທຽບກັບເລກຈັກ, ເລກຖັງ ນໍາພະແນກຕໍາຫລວດຈາລະຈອນ ປກສ ແຂວງ ບໍລິຄໍາໄຊໄດ້ ຫຼື ຫຼື ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມ ໂທ: 02097147795 ທ່ານ ບຸນມີ ລໍວັນໄຊ ແລະ ທ່ານ ສີສົມພອນ ສີມະລາວົງ 02022333100

 

 

ປັດຈຸບັນ ຈຳນວນລົດທີ່ຢູ່ກອງບັນຊາການ ປກສ ເມືອງວຽງທອງ ມີທັງໝົດ 64 ຄັນ ເຊິ່ງມີລາຍລະອຽດດັ່ງນີ້: ລົດຈັກຄິກ ຈຳນວນ 6 ຄັນ; ລົດຈັກເວບ ຢາມາຮາ ຈຳນວນ 9 ຄັນ; ລົດຈັກເທ່ນາ ຈຳນວນ 1 ຄັນ; ລົດຈັກຟີໂນ່ ຈຳນວນ 1 ຄັນ; ລົດຈັກ ເອັມເອັດເອັກ ຈຳນວນ 2 ຄັນ; ລົດຈັກຮອນດ້າເວບ110 ຈຳນວນ 7 ຄັນ; ລົດຈັກເວບ100 ຈຳນວນ 36 ຄັນ ແລະ ລົດຈັກດິ່ມ ຈຳນວນ 1 ຄັນ.

 

 

ສ່ວນຈຳນວນທີ່ສັບເລກຈັກ-ເລກຖັງ ແມ່ນທາງແຂວງເອົາໄວ້ ຈຳນວນ 8 ຄັນ ມີລາຍລະອຽດດັ່ງນີ້: ລົດຈັກຄິກ ຈຳນວນ 1 ຄັນ; ລົດຈັກເອັມເອັດເອັສ ຈຳນວນ 1 ຄັນ; ລົດຈັກເວັບຢາມາຮາ ຈຳນວນ 1 ຄັນ ແລະ ລົດຈັກຮອນດ້າເວບ ຈຳນວນ 5 ຄັນ.

ສຳລັບລາຍລະອຽດຂອງເລກຈັນ-ເລກຖັງ ທ່ານສາມາດເບິ່ງຕາມເອກະສານລຸ່ມນີ້: