ເສຍຊີວິດຫຼາຍຄົນ ມຽນມາ, ອິນເດຍ, ຈີນ ຝົນຕົກໜັກນໍ້າຖ້ວມ ແລະ ດິນເຈື່ອນ

37

ຝົນຕົກຢ່າງຕໍ່ເນື່ອງ ເຮັດໃຫ້ດິນເຈື່ອນລົງຈາກພູຖົມໝູ່ບ້ານແຫ່ງໜຶ່ງ ທາງພາກໃຕ້ຂອງມຽນມາ ມີຜູ້ເສຍຊີວິດ 41 ຄົນ ແລະ ສູນຫາຍເກືອບ 100 ຄົນ ຂະນະທີ່ ອິນເດຍ ນໍ້າຖ້ວມຈາກຝົນຕົກໜັກ ເຮັດໃຫ້ມີຜູ້ເສຍຊີວິດກ່ວາ 100 ຄົນ ສ່ວນຈີນ ຜົນຈາກອິດທິພົນພາຍຸໄຕ້ຝຸ່ນເຮັດໃຫ້ດິນເຈື່ອນລົງຈາກພູ ມີຜູ້ເສຍຊີວິດຢ່າງໜ້ອຍ 18 ຄົນ.

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງເມາະລໍາເລິງ ປະເທດມຽນມາ ເທື່ອວັນເສົາ ທີ 10 ສິງຫາ ວ່າ ມຽນມາຜະເຊີນກັບຝົນຕົກໜັກຢ່າງຕໍ່ເນື່ອງ ເຮັດໃຫ້ນໍ້າຖ້ວມເກືອບທຸກພາກຂອງປະເທດ ໂດຍສະເພາະໃນເຂດພາກໃຕ້ ຂອງລັດມອນ ເຊິ່ງເກີດເຫດດິນເຈື່ອນລົງມາຈາກພູຖົມເອົາບ້ານເຮືອນປະຊາຊົນ ເມື່ອວັນສຸກ ຜ່ານມາ ການຊອກຫາກູ້ໄພຈົນຮອດຄືນວັນເສົາ ພົບຜູ້ເສຍຊີວິດ 41 ຄົນ ບາດເຈັບ 47 ຄົນ ແລະ ກວ່າ 80 ຄົນ ຍັງສູນຫາຍ.

ในภาพอาจจะมี หนึ่งคนขึ้นไป, สนามบาสเก็ตบอล, รองเท้า, ท้องฟ้า, เด็ก และสถานที่กลางแจ้ง

ໃນເຂດພະໂຄ ພາກຕາເວັນອອກ ລະດັບນໍ້າໃນແມ່ນໍ້າຊິຕອງ ຫຼື ແມ່ນໍ້າສະໂຕງ ຍຶ່ງລົ້ນຖ້ວມບ້ານເຮືອນສອງແຄມຝັ່ງ ສູງຮອດແອວ ທາງການສັ່ງອົບພະຍົບປະຊາຊົນອອກຈາກພື້ນທີ່ ຂະນະທີ່ ໜ່ວຍບັນເທົາສາທາລະນະໄພ ພະຍາຍາມເປີດຖະໜົນທາງສາຍຫຼັກ ເຊື່ອມລະຫວ່າງເມືອງຫຼວງເກົ່າຢາງກຸ້ງ ກັບ ເມືອງເມາະລໍາເລິງ ຫຼື ມະລະແໝ່ງ ເມືອງເອກຂອງລັດມອນ ທີ່ທັບຖົມໄປດ້ວຍຂີ້ຕົມ, ກິ່ງໄມ້ ແລະ ສິ່ງເສດເຫຼືອ ສູງ 1,8 ແມັດ.

ในภาพอาจจะมี หนึ่งคนขึ้นไป

ເຈົ້າໜ້າທີ່ປະສານງານດ້ານມະນຸດສະທຳແຫ່ງສະຫະປະຊາຊາດ (OCHA) ເຜີຍວ່າ ມຽນມາ ອົບພະຍົບປະຊາຊົນ ປະມານ 89,000 ເພື່ອໜີນໍ້າ ໃນໄລຍະ 2-3 ອາທິດຜ່ານມາ.

ລາຍງານຈາກນະຄອນຫຼວງນິວເດລີ ເມື່ອວັນເສົາ ລະບຸວ່າ ຝົນຕົກໜັກເຮັດໃຫ້ເກີດນໍ້າຖ້ວມ ທາງພາກກາງ ແລະ ພາກໃຕ້ຂອງອິນເດຍ ມີຜູ້ເສຍຊີວິດຢ່າງໜ້ອຍ 100 ຄົນ ປະຊາຊົນອົບພະຍົບໜີນໍ້າຫຼາຍແສນຄົນ ເຈົ້າໜ້າທີ່ບັນເທົາໄພພິບັດຂອງອິນເດຍ ເຜີຍເມື່ອວັນເສົາ ວ່າ ໄດ້ຮັບລາຍງານຜູ້ເສຍຊີວິດຢ່າງໜ້ອຍ 48 ຄົນ ຕັ້ງແຕ່ວັນພະຫັດ ຈາກໄພນໍ້າຖ້ວມ ໃນລັດເກຣລະ ທາງພາກໃຕ້ ສ່ວນລັດການາກາຕະ ທີ່ຢູ່ຕິດກັນ ພົບສົບຜູ້ເສຍຊີວິດຢ່າງໜ້ອຍ 24 ຄົນ, ສູນຫາຍ 9 ຄົນ ແລະ ເມືອງມະຫາຣາຊທຣາ ມີຜູ້ເສຍຊິວິດຈາກນໍ້າຖ້ວມຢ່າງໜ້ອຍ 27 ຄົນ ສ່ວນລັດຄຸຊະຣາຊ ທາງພາກຕາເວັນຕົກ ມີຜູ້ເສຍຊີວິດ 8 ຄົນ ຍ້ອນຟ້າຜ່າ.

ในภาพอาจจะมี 1 คน

ເຈົ້າໜ້າທີ່ສໍານັກງານບໍລິຫານຈັດການໄພພິບັດແຫ່ງຊາດອິນເດຍ ກ່າວວ່າ ສະຖານະການນໍ້າຖ້ວມດັ່ງກ່າວ ໃນລັດເກຣລະ ມີປະຊາຊົນອົບພະຍົບອອກຈາກບ້ານເຮືອນ ໄປອາໄສຢູ່ສູນລີ້ໄພສຸກເສີນຂອງທາງການ ປະມານ 120,000 ຄົນ ສ່ວນທີ່ລັດສູນພັກພິງກວ່າ 600 ແຫ່ງ ໜາແໜ້ນໄປດ້ວຍປະຊາຊົນ ກວ່າ 161.000 ຄົນ.

ในภาพอาจจะมี หนึ่งคนขึ้นไป, สถานที่กลางแจ้ง และธรรมชาติ

ດ້ານສຳນັກຂ່າວຊິນຫົວຂອງທາງການຈີນ ແລະ ສຳນັກຂ່າວ CC TV ລາຍງານ ເມື່ອວັນເສົາ ວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 18 ຄົນ ແລະ ສູນຫາຍ 14 ຄົນ ຫຼັງຈາກລົມພາຍຸເລກິມາ ພັດຜ່ານຂຶ້ໜຝັ່ງທາງພາກຕາເວັນອອກ ໃນຕອນເຊົ້າຂອງວັນເສົາ ໂດຍຜູ້ເສຍຊີວິດ ແລະ ສູນຫາຍ ເກີດຈາກດິນເຈື່ອນລົງມາທັບຖົມ ໃນເມືອງເຫວິນໂຈ ທາງທິດໃຕ້ຂອງຊຽງໄຮ້.

ในภาพอาจจะมี หนึ่งคนขึ้นไป, ท้องฟ้า และสถานที่กลางแจ้ง

ລາຍງານຂອງສື່ຈີນ ລະບຸວ່າ ພາຍຸໄຕ້ຝຸ່ນເລກິມາ ພັດຜ່ານຂຶ້ນຝັ່ງ ໃນເມືອງເຫວິນຫຼິງ ມົນທົນເຈີ້ຈຽງ ເມື່ອເວລາ 1:00 ໂມງ ວັນເສົາຕາມເວລາທ້ອງຖິ່ນ ດ້ວຍກໍາລັງແຮງລົມ ໃກ້ຈຸດສູນກາງ 187 ກິໂລແມັດຕໍ່ຊົ່ວໂມງ ກະແສລົມເຮັດໃຫ້ຕົ້ນໄມ້ຫຼາຍສິບພັນຕົ້ນຫັກລົງ ແລະ ປະຊາຊົນກວ່າ 1 ລ້ານຄົນ ອົບພະຍົບອອກຈາກບ້ານເຮືອນ ກ່ອນທີ່ພາຍຸຈະພັດຂຶ້ນຝັ່ງ ແລະ ເມື່ອວັນເສົາ ສະເພາະໃນມົນທົນເຈີ້ຈຽງ ຖ້ຽວບິນໂດຍສານ ໄດ້ປະກາດຍົກເລີກການເດີນທາງເກືອບ 300 ຖ້ຽວ ຂະນະທີ່ ເຮືອໂດຍສານ ແລະ ລົດໄຟ ທາງການສັ່ງໂຈະການບໍລິການຊົ່ວຄາວ.