ຢາກໃຫ້ແຂ້ວຂາວສະອາດ ຂີ້ໝິ້ນຊ່ວຍໄດ້

124

ແຂ້ວ ເປັນອະໄວຍະວະໜຶ່ງທີ່ສຳຄັນບໍ່ແພ້ສ່ວນໃດໆໃນຮ່າງກາຄົນເຮົາ, ສະນັ້ນ ການຮັກສາດູແລແຂ່ວໃຫ້ຂາວສະອາດ ຈຶ່ງເປັນເລື່ອງທີ່ຫຼາຍໆຄົນຕ້ອງປະຕິບັດ ແລະ ເອົາໃຈໃສ່ເຮັດເປັນປະຈຳ ຫຼີກລ່ຽງພາວະການເກີດແຂ້ວເຫຼືອງ, ມີກິ່ນປາກ ແລະ ອື່ນໆຕາມມາ ມື້ນີ້, ແອັດມິນຈະມາແນະນຳວິທີຮັກສາສຸຂະພາບຊ່ອງປາກດ້ວຍຂີ້ໝິ້ນ ເຊິ່ງຈະມີແນວໃດເບິ່ງນໍາກັນເລີຍ!!

 

 

ວິທີເຮັດ:

ຜົງຂີ້ໝິ້ນ 4 ບ່ວງ

ນໍ້າມັນໝາກພ້າວ 2,5 ບ່ວງ

ເບກກິ້ງໂຊດາ2 ບ່ວງ

 

 

     ຂັ້ນຕອນການເຮັດ: ນໍາເອົາຜົງຂີ້ໝິ້ນ, ເບກກິ້ງໂຊດາ ປະສົມເຂົ້າກັນ ໃສ່ນໍ້າມັນໝາກພ້າວ ຈາກນັ້ນ ຄົນເຂົ້າກັນໃຫ້ເປັນເນື້ອດຽວກັນ.

ວິທີໃຊ້: ນໍາເອົາຂີ້ໝິ້ນທີ່ເຮົາປະສົມແລ້ວ ມາຖູແຂ້ວແທນຢາສີແຂ້ວ ແລະ ຖູແຂ້ວປົກກະຕິຄືດັ່ງທີ່ເຮົາປະຕິບັດມາເປັນໄລຍະເວລາ 2 ນາທີ ແລ້ວລ້າງອອກດ້ວຍນໍ້າສະອາດ

 

 

ເຊິ່ງນີ້ກໍ່ເປັນອີກວິທີໜຶ່ງທີ່ປະຢັດເວລາ ແລະ ປະຢັດລາຍຈ່າຍ ສາມາດເຮັດໃຊ້ເອງໄດ້ແບບງ່າຍໆ ພ້ອມທັງໄດ້ແຂ້ວທີ່ຂາວສະອາດ ປາສະຈາກກິ່ນປາກ ເຮັດໃຫ້ມີຄວາມໝັ້ນໃຈໃນການສົນທະນາ ກັບເພື່ອນອ້ອມຂ້າງ

 

 

ສັບພະຄຸນ: ດັ່ງຫຼາຍຄົນຮູ້ນຳກັນແລ້ວວ່າ ຂີ້ໝິ້ນອຸດົມໄປດ້ວຍວິຕາມິນ ແລະ ແຮ່ທາດຫຼາຍຊະນິດເຊັ່່ນ: ວິຕາມິນເອ, ວິຕາມິນບີ1, ບີ2, ບີ3, ວິຕາມິນຊີ, ວິຕາມິນອີ, ແຄລຊຽມ, ຟໍຟໍສຣັສ, ທາດເຫຼັກ ແລະ ເກືອແຮ່ຕ່າງໆ ນອກນັ້ນ, ຍັງມີເສັ້ນໄຍຄາໂບໄຮເດຣສ ແລະ ໂປຣຕິນຕື່ມອີກ ເຊິ່ງຂີ້ໝິ້ນມີສັບພະຄຸນຮັກສາອຫານ ຫຼື ໂຣກຕ່າງໆໄດ້ເປັນຢ່າງດີ ແຖມຍັງຊ່ວຍຂັດ, ພອກ ຜິວພັນໄດ້ອີກດ້ວຍ.