ອິນໂດເນເຊຍ ກຽມຂຶ້ນພາສີສິນຄ້າ ອີຢູ ເນື່ອງຈາກຂໍ້ພິພາດນໍ້າມັນປາມ

10 Aug 2019

ຄລິກແຊຣ໌ 0 Facebook WhatsApp

ລັດຖະບານອິນໂດເນເຊຍ ກຽມຈັດຕັ້ງປະຕິບັດອັດຕາພາສີ 25% ສຳລັບສິນຄ້າຈາກສະຫະພາບເອີຣົບ ຖ້າອີກຝ່າຍຂຶ້ນພາສີນໍ້າມັນປາມຂອງອິນໂດເນເຊຍ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຈາກາຕ້າ ປະເທດອິນໂດເນເຊຍ ເມື່ອວັນເສົາ ທີ 10 ສິງຫາ ວ່າ ທ່ານເອງກາເຕຍສະໂຕ ລູກິຕາ ລັດຖະມົນຕີກະຊວງການຄ້າອິນໂດເນເຊຍ ໄດ້ກ່າວ ເມື່ອວັນສຸກ ຜ່ານມາ ວ່າ ຕົນໄດ້ ເຊີນຜູ້ປະກອບການນຳເຂົ້າສິນຄ້າປະເພດນົມ ແລະ ສິນຄ້າທີ່ກ່ຽວຂ້ອງ ເຂົ້າຮ່ວມກອງປະຊຸມ ເນື້ອເນື້ອໃນາໍາຄັນຄືໃຫ້ບໍລິສັດທຸກແຫ່ງ ກຽມຊອກຫາແຫຼ່ງນໍາເຂົ້າສິນຄ້າຈາກ “ບັນດາປະເທດຄູ່ຄ້າສໍາຮອງ” ເຊິ່ງບໍ່ແມ່ນປະເທດທີ່ຢູ່ໃນສະມາຊິກສະຫະພາບເອີຣົບ (EU) ເນື່ອງຈາກລັດຖະບານຈາກາຕ້າ ກຽມຈະໃຊ້ມາດຕະການຂຶ້ນພາສີ ເພື່ອຕອບໂຕ້ສິນຄ້າດັ່ງກ່າວຂອງອີຢູ.

ในภาพอาจจะมี เครื่องดื่ม และสถานที่ในร่ม

ທ່ານລີກິຕາ ກ່າວວ່າ ເມື່ອໃດກໍ່ຕາມທີ່ສະຫະພາບເອີຣົບ ປະກາດອັດຕາພາສີລະຫວ່າງ 8% ຫາ 18% ສຳລັບຜະລິດຕະພັນນໍ້າມັນປາມຂອງອິນໂດເນເຊຍ ລັດຖະບານຈາກາຕ້າ ຈະຕອບໂຕ້ທັນທີ ດ້ວຍອັດຕາພາສີ 20% ເຖິງ 25% ຕໍ່ຜະລິດຕະພັນນົມ ແລະ ຜະລິດຕະພັນທີ່ກ່ຽວຂ້ອງທີ່ຜະລິດຢູ່ສະຫະພາບເອີຣົບ. ຢ່າງໃດກໍ່ຕາມ ທ່ານລູຕິກາ ກ່າວວ່າ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍຍັງຫາລືຮ່ວມກັນ ເພື່ອແກ້ໄຂບັນຫາໃຫ້ມີຄວາມຍຸຕິທໍາ ຂະນະທີ່ ທ່ານລູຄັສ ຊິບໍ ຮັກສາການຫົວໜ້າຄະນະຜູ້ແທນສະຫະພາບເອີຣົບ ປະຈຳສໍານັກງານໃຫຍ່ຂອງສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ເຊິ່ງມີສຳນັກງານໃຫຍ່ຕັ້ງຢູ່ນະຄອນຫຼວງຈາກາຕ້າ ກ່າວວ່າ ກ່ອນໜ້ານີ້ ອີຢູ ເຄີຍຊີ້ແຈງກ່ຽວກັບນະໂຍບາຍເຊື້ອໄຟຊີວະພາບໃຫ້ອິນໂດເນເຊຍ ແລະ ມາເລເຊຍ ໃຫ້ຮັບຮູ້ແລ້ວຫຼາຍຄັ້ງ.

ไม่มีคำอธิบายรูปภาพ

ປະຈຸບັນ ອິນໂດເນເຊຍ ແລະ ມາເລເຊຍ ເປັນປະເທດຜະລິດປາມນໍ້າມັນໃຫຍ່ທີ່ສຸດ ເປັນອັນດັບ1 ແລະ 2 ຂອງໂລກ ຕາລຳດັບ ໂດຍຄອບຄອງອັດຕາສ່ວນ 85% ຂອງຕະຫຼາດທົ່ວໂລກ ແຕ່ສະຫະພາບເອີຣົບອອກມາດຕະການຢຸດການ ນຳເຂົ້າຜະລິດຕະພັນນໍ້າມັນປາມ ເພື່ອເອົາມາໃຊ້ເປັນເຊື້ອໄຟຊີວະພາບ ເຊິ່ງຈະມີຜົນບັງຄັບໃຊ້ພາຍໃນປີໜ້າ ໂດຍທາງ ອີຢູ ໃຫ້ເຫດຜົນກ່ຽວກັບຄວາມວິຕົກກັງວົນຕໍ່ສິ່ງແວດລ້ອມ ແລະ ລະບົບນິເວດ ເນື່ອງຈາກຈຳເປັນຕ້ອງມີຂະບວນການເຜົາໄໝ້ ແລະ ການຖາງປ່າເປັນພື້ນທີ່ກວ້າງເພື່ອປູກພືດຊະນິດນີ້ ພ້ອມທັງເປັນການຄຸກຄາມພື້ນທີ່ ແລະ ຊີວິດຂອງສັດປ່າ ໂດຍສະເພາະລິງອຸລັງອຸຕັງ ແຕ່ທັງສອງປະເທດພັດມີແນວຄິດວ່າເປັນການກີດກັນທາງການຄ້າຫຼາຍກວ່າ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ