5 ຂໍ້ຄິດ ກ່ອນຈະຕັດສິນໃຈລາອອກຈາກວຽກ

09 Aug 2019

ຄລິກແຊຣ໌ 0 Facebook WhatsApp

ໃນຊີວິດການເຮັດວຽກຂອງທຸກຄົນ ຍ່ອມມີບັນຫາຮ້ອຍແປດພັນປະການ, ບາງຄົນແກ້ ແລະ ຈັດການກັບອາລົມຕົວເອງບໍ່ໄດ້ແລ້ວຄິດຢາກລາອອກຈາກວຽກມື້ໜຶ່ງຫຼາຍໆຮອບ. ແຕ່ການເລືອກທີ່ຈະລາອອກນັ້ນເບິ່ງຄືການແກ້ບັນຫາທີ່ດີ; ແຕ່ທ່ານຄິດບໍວ່າ ການໄດ້ເຮັດວຽກໃໝ່ຈະບໍ່ພົບບັນຫາແບບເກົ່າໆອີກ. ການລາອອກໄປອາດຈະມີບັນຫາໃຫ້ຕ້ອງຄິດຫຼາຍກວ່າເກົ່າກໍ່ອາດຈະເປັນໄປໄດ້. ສະນັ້ນ, ມື້ນີ້ແອັດມິນມີຄຳເຕືອນ ຈາກຄົນທີ່ລາອອກຈາກຊີວິດມະນຸດເງິນເດືອນ ມາຝາກຄົນທີ່ຢາກຈະລາອອກວຽກດັ່ງນີ້:

 

     1 ຢ່າລາອອກເພາະຢາກເລີ່ມທຸລະກິດດ້ວຍຕົນເອງ: ຫຼາຍຄົນເລືອກທີ່ຈະລາອອກຈາກວຽກ ດ້ວຍເຫດຜົນທີ່ວ່າ ຢາກເລີ່ມທຸລະກິດສ່ວນຕົວ, ຕ້ອງການອິດສະຫຼະ ຢາກເຮັດວຽກແບບອິດສະຫຼະ ບໍ່ຕ້ອງໄປລໍບັດເຂົ້າ-ອອກ ແລ້ວເຈົ້າຄິດວ່າການເຮັດວຽກບໍ່ປະຈຳ ຫຼື ເຮັດກິດຈະການນ້ອຍໆເປັນຂອງຕົນເອງ ຈະໃຫ້ອິດສະຫຼະເຕັມຮູບແບບກັບເຈົ້າໄດ້ສໍ່າໃດ? ເພາະການເລີ່ມທຸລະກິດໃໝ່ໆເຈົ້າອາດຈະໄດ້ທຸ້ມເທກັບມັນຫຼາຍທີ່ສຸດ. ຄຳວ່າອິດສະຫຼະມັນບໍ່ຂຶ້ນກັບການເຮັດວຽກ ແຕ່ມັນຂຶ້ນກັບການບໍລິຫານຈັດການວຽກຫຼາຍກວ່າ. ມະນຸດເງິນເດືອນທີ່ວາງແຜນຊີວິດດີໆກໍ່ມີຊີວິດທີ່ດີໄດ້. ສະນັ້ນ, ຢ່າໃຊ້ຂໍ້ອ້າງວ່າເຮັດວຽກປະຈຳ ຄືຂໍ້ຈຳກັດ ເພາະວຽກແບບໃດກໍ່ໜັກຄືກັນ ຖ້າເຮົາບໍລິຫານບໍ່ເປັນ.

 

 

     2 ຢ່າລາອອກ ເພາະຢາກລາອອກ: ບໍ່ຄວນຄິດທີ່ຈະລາອອກວຽກ ດ້ວຍເຫດຜົນທີ່ວ່າຢາກອອກ ແຕ່ໃຫ້ອອກໄປເພາະຮູ້ວ່າເສັ້ນທາງຊີວິດເຈົ້າຈະເປັນຢ່າງໃດ, ມີເປົ້າໝາຍທີ່ຊັດເຈນທີ່ຈະພາເຈົ້າໄປເຖິງອະນາຄົດໄດ້. ການຕັດສິນໃຈຂອງເຮົາໃນວັນນີ້ ຈະສົ່ງຜົນຕໍ່ຊີວິດຂອງເຮົາໃນວັນຂ້າງໜ້າ ວ່າຊີວິດຂອງເຮົາຈະເດີນໄປທິດທາງໃດ ຖ້າຍັງຕອບຕົວເອງບໍ່ໄດ້ ກໍ່ຄວນຈະຢຸດຄິດແບບນີ້ ເພາະການເຮັດວຽກໃນວັນນີ້ ຕ້ອງເກັບປະສົບການໃຫ້ຫຼາຍໆເປັນເລື່ອງທີ່ຄວນເຮັດ.

 

 

     3 ຢ່າລາອອກຈົນກວ່າຈະຫາວຽກໃໝ່ໄດ້: ໝູ່ເຄີຍບອກເຈົ້າວ່າມີຫຼັກປະກັນໃນຊີວິດຂອງຕົວເອງ ໃຫ້ໝັ້ນໃຈວ່າສາມາດເອົາຕົວລອດໄດ້, ຖ້າເຈົ້າຫາກຕັດສິນລາອອກແລ້ວ ລາຍໄດ້ຂອງເຈົ້າຕ້ອງຫຼຸດລົງຈົນເຮັດໃຫ້ຊີວິດລຳບາກ ແຖມສະພາບເສດຖະກິດແບບນີ້ມີຄົນຕົກວຽກ ແລະ ແຍ່ງວຽກກັນກໍ່ຫຼາຍ, ຖ້າຈະຄິດວ່າດຽວຄ່ອຍຫາທາງໃໝ່. ຫຼັງຈາກອອກໄປແລ້ວມັນຄົງບໍ່ງ່າຍຂະໜາດນັ້ນ. ຖ້າວັນໜຶ່ງເຂົາໃຫ້ເຮົາອອກແທນລະຊີວິດເຮົາຈະເປັນແບບໃດຕໍ່.

 

 

   4  ຢ່າລາອອກ ຖ້າຍັງບໍ່ເງິນສຳຮອງ: ຄວາມແນ່ນອນຂອງຊີວິດ ກໍ່ຄືຄວາມບໍ່ແນ່ນອນນັ້ນແລະ ເຖິງແມ່ນວ່າເຮົາຈະວຽກໃໝ່ໄດ້ແລ້ວ ກໍ່ບໍ່ໝາຍຄວາມວ່າຈະຮອດ ຖ້າຕ້ອງອອກຈາກວຽກໃໝ່ອີກຄັ້ງ ເມື່ອ ຫາວຽກບໍ່ໄດ້ຈະເຮັດແນວໃດ. ເລື່ອງແບບນີ້ເຮົາຕ້ອງມີເງິນສຳຮອງພຽງພໍລະຫວ່າງທີ່ຫາວຽກໃໝ່ ກໍ່ຄົງຈະບໍ່ມີບັນຫາອີຫຍັງຫຼາຍ. ດັ່ງນັ້ນ, ການມີເງິນສຳຮອງໄວ້ ກໍ່ຈະເຮັດໃຫ້ເຮົາມີໂອກາດຫຼາຍກວ່າ ແລະ ສາມາດເລືອກໂອກາດທີ່ຈະເຂົ້າມາຫຼາຍຂຶ້ນ.

 

 

 5  ຢ່າລາອອກ ຖ້າຍັງບອກບໍ່ໄດ້ວ່າ ເຫດຜົນທີ່ແທ້ຈິງຂອງການຕັດສິນໃຈລາອອກຄືຫຍັງ?: ຖາມຕົວເອງໃຫ້ຈະແຈ້ງເຖິງເຫດຜົນການລາອອກ ເພາະບາງທີການລາອອກກໍ່ບໍ່ແມ່ນຄຳຕອບທີ່ແທ້ຈິງ. ເຫດຜົນທີ່ເຮົາໃຊ້ຕັດສິນໃຈລາອອກຕ່າງຫາກຄືສິ່ງທີ່ເຮົາຕ້ອງເວົ້າກັບຕົວເອງແລ້ວຖາມຕົວເອງວ່າ ເຮົາຈະອອກໄປເຮັດຫຍັງ ແລະ ເຮົາຍອມຮັບຊີວິດທີ່ປ່ຽນໄປຫຼັງຈາກນີ້ໄດ້ແທ້ຫຼືບໍ ເພາະມັນຈະບໍ່ມີຫຍັງກັບມາຄືເກົ່າອີກ.

 

 

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ