ຕັ້ງຄະນະສະເພາະກິດ ສົ່ງເສີມການຜະລິດພາຍໃນ

56

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແຈ້ງແຕ່ງຕັ້ງຄະນະສະເພາະກິດເພື່ອສົ່ງເສີມການຜະລິດພາຍໃນ ແລະ ຄວບຄຸມການນໍາເຂົ້າສິນຄ້າ ເພື່ອພ້ອມກັນຄົ້ນຄວ້າອອກນະໂຍບາຍສົ່ງເສີມການຜະລິດພາຍໃນຢ່າງຈິງຈັງ.

ອີງຕາມຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະປະສານງານຂັ້ນສູນກາງ ເພື່ອປະຕິບັດໂຄງການສົ່ງເສີມການຜະລິດເປັນສິນຄ້າ ແລະ ໂຄງການຄໍ້າປະກັນ ຄວາມໝັ້ນຄົງທາງດ້ານສະບຽງອາຫານ ສະບັບເລກທີ 04/ນຍ ລົງວັນທີ 5 ມັງກອນ 2017 ແລະ ອີງຕາມຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກໍລະກົດ 2019 ຄັ້ງວັນທີ 23 – 24 ກໍລະກົດ 2019.

ດັ່ງນັ້ນ, ຫ້ອງການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການສະບັບເລກທີ 1264/ຫສນຍ ລົງວັນທີ 26 ກໍລະກົດ 2019 ເຖິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ເລື່ອງ: ທິດຊີ້ນຳກ່ຽວກັບການສົ່ງເສີມຜະລິດສິນຄ້າພາຍໃນ ແລະ ຄຸ້ມຄອງການນຳເຂົ້າສິນຄ້າອຸປະໂພກ – ບໍລິໂພກ.

ໃນແຈ້ງການລະບຸໄວ້ວ່າ: ເຫັນດີໃຫ້ແຕ່ງຕັ້ງຄະນະສະເພາະກິດສົ່ງເສີມຜະລິດສິນຄ້າພາຍໃນ ແລະ ຄຸ້ມຄອງການນຳເຂົ້າສິນຄ້າອຸປະໂພກ – ບໍລິໂພກ ໂດຍມອບໃຫ້ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນເປັນຫົວໜ້າຄະນະ ແລະ ປະກອບມີຜູ້ຕາງໜ້າຈາກກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງກະສິກຳ ແລະ ປ່າໄມ້, ນະຄອນຫຼວງວຽງຈັນ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າເປັນຄະນະ.

ມອບໃຫ້ຫົວໜ້າຄະນະເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ຮ່າງຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບດັ່ງກ່າວ ເພື່ອໃຫ້ສາມາດເຄື່ອນໄຫວ, ຊຸກຍູ້ສົ່ງເສີມສິນຄ້າພາຍໃນ ແລະ ຄຸ້ມຄອງການນຳເຂົ້າສິນຄ້າຢ່າງຮັດກຸມ ແລະ ມີປະສິດທິພາບສູງ.

ໃຫ້ຄະນະສະເພາະກິດດັ່ງກ່າວຮີບຮ້ອນຄົ້ນຄວ້າບັນດານະໂຍບາຍ, ກົນໄກການຜະລິດເພື່ອສົ່ງເສີມການຜະລິດເປັນສິນຄ້າຂອງແຕ່ລະປະເພດສິນຄ້າເປັນທ່າແຮງພາຍໃນປະເທດ ແລະ ມາດຕະການໃນການຈັດຕັ້ງປະຕິບັດໃຫ້ກະທັດຮັດ, ມີປະສິດທິຜົນ ແລ້ວນຳມາລາຍງານຕໍ່ກອງປະຊຸມນາຍົກ – ຮອງນາຍົກລັດຖະມົນຕີ ເພື່ອພິຈາລະນາໃນເດືອນສິງຫາ 2019.

ຢ່າງໃດກໍຕາມ, ສໍາລັບສິນຄ້າພາຍໃນມີຫຼາຍກວ່າ 1 ພັນລາຍການ, ສະເພາະສິນຄ້າທີ່ຕິດກາໝາຍຜະລິດຕະພັນແຫ່ງຊາດ ຫຼື ໂອດ໊ອບມີແລ້ວ 194 ຫົວໜ່ວຍ ເຊິ່ງມີຫຼາຍກວ່າ 700 ລາຍການ.

ແນວໃດກໍຕາມ, ສ່ວນສິນຄ້ານໍາເຂົ້າກໍມີຫຼາຍກວ່າ 1 ພັນລາຍການເຊັ່ນກັນ, ບາງລາຍການທີ່ນໍາເຂົ້າມາຢູ່ພາຍໃນປະເທດກໍຜະລິດໄດ້ເຊັ່ນກັນ ເຊິ່ງຖ້າຫາກຄະນະສະເພາະກິດໄດ້ເຮັດວຽກຢ່າງຈິງຈັງ ກໍຈະເຮັດໃຫ້ການນໍາເຂົ້າໂດຍສະເພາະສິນຄ້າທີ່ຜະລິດໄດ້ຫຼຸດລົງ.

ທ່ານ ສຸລິຍົນ ພິລາວົງ ຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ສໍາພາດກ່ອນໜ້ານີ້ວ່າ: ການສົ່ງອອກໃນປີ 2018 ຈະບັນລຸ 5.115 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 4,6%, ສ່ວນການນໍາເຂົ້າໃນປີຈະບັນລຸ 5.424 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 13,2%,

ສ່ວນການຄາດຄະເນມູນຄ່າການນໍາເຂົ້າ ແລະ ສົ່ງອອກປີ 2019 ຈະບັນລຸໄດ້ປະມານ 11.292 ລ້ານໂດລາສະຫະລັດ ເພີ່ມຂຶ້ນປະມານ 7,1%. ໃນນີ້, ການສົ່ງອອກຄາດວ່າຈະບັນລຸ 5.156 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 7,8% ແລະ ການນໍາເຂົ້າບັນລຸ 5.775 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 6,5%.

ພາຍຫຼັງທີ່ມີຄໍາສັ່ງ 2501 ນັບແຕ່ປີ 2015 ເປັນຕົ້ນມາ ເຈົ້າໜ້າທີ່ການຄ້າກໍພະຍາຍາມຕິດຕາມ ກວດກາ, ແນະນໍາ ແລະ ແຈ້ງໃຫ້ທຸກແຂວງຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ ແລະ ຕິດສະຫຼາກສິນຄ້ານໍາເຂົ້າເປັນພາສາລາວ, ປັດຈຸບັນມີ 35 ບໍລິສັດທີ່ຈັດຕັ້ງວຽກງານດັ່ງກ່າວ. ໃນນັ້ນ, ມີສິນຄ້າ 1.004 ລາຍການທີ່ຕິດສະຫຼາກເປັນພາສາລາວ.

( ຂ່າວ: ພຸດຕີ້ )