ສະພາບລາຄາເຂົ້າ ແລະ ຊີ້ນໝູ

111

ອີງໃສ່ການຕິດຕາມການເໜັງຕີງລາຄາສິນຄ້າສະບຽງອາຫານ ໂດຍສະເພາະເຂົ້າກິນໃນຫຼາຍປີທີ່ຜ່ານມາ ເຫັນວ່າລາຄາເຂົ້າມີການເໜັງຕີງຂຶ້ນໃນໄລຍະເດືອນມິຖຸນາ ຫາ ຕຸລາ ຍ້ອນເປັນລະດູການຜະລິດເຂົ້ານາປີ ແລະ ຊາວນາຈໍານວນໜຶ່ງຍັງແຮເຂົ້າໄວ້ກິນ, ທັງເປັນລະດູຝົນການເກັບຊື້ເຂົ້າມີຄວາມຫຍຸ້ງຍາກ ເຮັດໃຫ້ການສະໜອງເຂົ້າບໍ່ພຽງພໍບາງໄລຍະ ຈຶ່ງເຮັດໃຫ້ລາຄາເຂົ້າມີການເໜັງຕີງຂຶ້ນເລັກໜ້ອຍໃນບາງຊະນິດ ໂດຍສະເພາະແມ່ນເຂົ້າທີ່ ຄວາມຕ້ອງການບໍລິໂພກຂອງຕະຫຼາດມີສູງ ເຊັ່ນ: ເຂົ້າສານປະເພດ 1, ເຂົ້າສານປະເພດ 2 ແລະ ເຂົ້າໄກ່ນ້ອຍ. ຫຼັງຈາກນັ້ນ, ລາຄາຈະຄ່ອຍໆຫຼຸດລົງນັບແຕ່ເດືອນຕຸລາ ຫາ ກໍລະກົດ ຂອງທຸກໆປີ ຍ້ອນໄລຍະດັ່ງກ່າວເປັນໄລຍະຂອງລະດູການເກັບກ່ຽວເຂົ້ານາປີ ເຮັດໃຫ້ການສະໜອງເພື່ອຄວາມຕ້ອງການບໍລິໂພກເຂົ້າມີຫຼາຍ ແລະ ພຽງພໍກັບຄວາມຕ້ອງການຂອງຕະຫຼາດ.

ອີງໃສ່ສະຖິຕິ ແລະ ແຜນການຜະລິດເຂົ້າເຫັນໄດ້ວ່າການຜະລິດເຂົ້າມີທ່າອ່ຽງເພີ່ມຂຶ້ນແຕ່ລະປີ ໂດຍເພີ່ມຂຶ້ນປະມານ 4% ໃນລະຫວ່າງປີ 2015 – 2017 ແລະ ຫຼຸດລົງເລັກໜ້ອຍ ປະມານ 2% ໃນປີ 2018 ຍ້ອນເກີດໄພພິບັດຈາກທໍາມະຊາດ.

ປັດຈຸບັນລາຄາເຂົ້າມີການເໜັງຕີງຂຶ້ນທັງເຂົ້າເປືອກ ແລະ ເຂົ້າສານ ໂດຍລາຄາມີການເໜັງຕີງຫຼາຍແມ່ນເຂົ້າສານຈ້າວປະເພດ 1 ແລະ ເຂົ້າສານຈ້າວປະເພດ 2 ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ ມີດັ່ງນີ້:

ເຂົ້າສານຈ້າວ ປະເພດ 1 ຈາກລາຄາ 10.000 ກີບຕໍ່ກິໂລ ເປັນ 11.000 ກີບຕໍ່ກິໂລ ເພີ່ມຂຶ້ນ 1.000 ກີບຕໍ່ກິໂລ ຫຼື ເພື່ມຂຶ້ນ 10%.

ລາຄາເຂົ້າສານຈ້າວ ປະເພດ 2 ຈາກລາຄາ 8.000 ກີບຕໍ່ກິໂລ ເປັນ 9.000 ກີບຕໍ່ກິໂລ ເພີ່ມຂຶ້ນ 1.000 ກີບຕໍ່ກິໂລ ຫຼື ເພື່ມຂຶ້ນ 12,5%.

ສາເຫດການເພີ່ມຂຶ້ນແມ່ນຄືດັ່ງທີ່ໄດ້ຍົກມາຂ້າງເທິງ, ການເໜັງຕີງຂອງລາຄາເຂົ້າດັ່ງກ່າວຍັງຢູ່ໃນລະດັບທີ່ບໍ່ທັນສົ່ງຜົນກະທົບຮ້າຍແຮງຕໍ່ປະຊາຊົນ ໂດຍສະເພາະແມ່ນຜູ້ທີ່ມີລາຍຮັບປານກາງຫາຕໍ່າ ( ລາຍຮັບຂັ້ນຕໍ່າ 1.100.000 ກີບຕໍ່ຄົນຕໍ່ເດືອນ ) ເມື່ອທຽບກັບດັດສະນີລາຄາຜູ້ຊົມໃຊ້ ຫຼື ອັດຕາເງິນເຟີ້ແມ່ນຢູ່ໃນລະດັບປົກກະຕິ ໃນລະຫວ່າງ 0 – 3% ຂອງການຂະຫຍາຍຕົວທາງດ້ານເສດຖະກິດ.

ເຖິງຢ່າງໃດກໍຕາມ, ຄາດຄະເນວ່າລາຄາເຂົ້າຈະມີການເໜັງຕີງລົງມາຢູ່ໃນລະດັບລາຄາປົກກະຕິ ຫຼື ລາຄາເກົ່າຄືຜ່ານມາ ເຊັ່ນ: ເຂົ້າສານຈ້າວ ປະເພດ 1 ລາຄາ 10.000 ກີບຕໍ່ກິໂລ, ເຂົ້າສານຈ້າວ ປະເພດ 2 ລາຄາ 8.000 ກີບຕໍ່ກິໂລ ໃນທ້າຍປີນີ້ພາຍຫຼັງການເກັບກ່ຽວເຂົ້ານາປີ ຖ້າການຜະລິດເປັນປົກກະຕິບໍ່ມີໄພນ້ຳຖ້ວມ, ໄພແຫ້ງແລ້ງ ແລະ ສັດຕູພືດທຳລາຍ.

ການນໍາໃຊ້ມາດຕະການແຊກແຊງລາຄາເຂົ້າຂອງລັດຖະບານ ຈະແຊກແຊງໄດ້ກໍຕໍ່ເມື່ອລາຄາເຂົ້າມີການເໜັງຕີງຂຶ້ນຢູ່ໃນລະດັບຫຼາຍກວ່າ 20% ລັດຖະບານຈຶ່ງຈະນໍາໃຊ້ມາດຕະການດັ່ງກ່າວເຂົ້າມາແກ້ໄຂຈົນກວ່າລາຄາເຂົ້າມີຄວາມຄ່ອງຕົວ ຫຼື ລາຄາມີການເໜັງຕີງຂຶ້ນລົງໃນລະດັບປົກກະຕິ. ທັງນີ້, ກໍເພື່ອແນໃສ່ຮັກສາສະຖຽນລະພາບທາງດ້ານລາຄາໃຫ້ຢູ່ໃນເກນທີ່ສົມເຫດສົມຜົນ, ເຮັດໃຫ້ຜູ້ຜະລິດ ແລະ ຜູ້ປະກອບການສາມາດມີຜົນກໍາໄລ, ປະຊາຊົນສາມາດບໍລິໂພກເຂົ້າທີ່ມີຄຸນນະພາບໃນລາຄາເໝາະສົມ.

ສ່ວນລາຄາຊີ້ນໝູມີການເໜັງຕີງຂຶ້ນໃນໄລຍະທີ່ພະຍາດອະຫິວາໝູອາຟຣິກກາ ລະບາດໃນລາວ ແມ່ນຍ້ອນການກຳນົດລາຄາດ້ວຍຕົນເອງຂອງບາງລູກຂຽງ ຈາກລາຄາລັດຄຸ້ມຄອງ 36.000 ກີບຕໍ່ກິໂລ ເປັນ 40.000 ກີບຕໍ່ກິໂລ, ບັນຫາດັ່ງກ່າວທາງກົມການຄ້າພາຍໃນ ໄດ້ລົງສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ແລະ ຫ້ອງການການຄ້າແຕ່ລະເມືອງ ລົງຕິດຕາມ, ກວດກາ ແລະ ແກ້ໄຂບັນຫາດັ່ງກ່າວໃຫ້ສອດຄ່ອງຕາມສະພາບຄວາມເປັນຈິງແລ້ວ.

ອີງຕາມການລາຍງານຂອງກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ການລະບາດຂອງພະຍາດດັ່ງກ່າວແມ່ນຍັງບໍ່ທັນສົ່ງຜົນກະທົບໂດຍລວມຂອງວົງຈອນການຜະລິດໝູ ແລະ ຊີ້ນໝູຍັງຕອບສະໜອງໄດ້ຕາມຄວາມຕ້ອງການຂອງຕະຫຼາດໄດ້ເປັນປົກກະຕິ ( ໝູທີ່ຕິດພະຍາດສ່ວນໃຫຍ່ແມ່ນໝູລ້ຽງແບບພື້ນເມືອງ ) ຕໍ່ບັນຫານີ້ແມ່ນໄດ້ນໍາໃຊ້ຫຼາຍມາດຕະການເພື່ອສະກັດກັ້ນບໍ່ໃຫ້ພະຍາດລະບາດຕື່ມ ໂດຍສະເພາະອອກແຈ້ງການຫ້າມນໍາເຂົ້າໝູທຸກປະເພດຈາກຕ່າງປະເທດ, ແຕ່ງຕັ້ງຄະນະຮັບຜິດຊອບເຝົ້າລະວັງ ແລະ ກຽມນໍາໃຊ້ມາດຕະການຄວບຄຸມ, ທໍາລາຍໝູທີ່ຕິດເຊື້ອໃນຂອບເຂດທົ່ວປະເທດ.

ອີງຕາມສະຖິຕິ ແລະ ແຜນການຜະລິດຊີ້ນໝູສະໜອງຄວາມຕ້ອງການຂອງຕະຫຼາດຜ່ານມາ ແມ່ນພຽງພໍກັບຄວາມຕ້ອງການ ແລະ ປັດຈຸບັນກໍໄດ້ມີການຫັນການລ້ຽງໝູແບບພື້ນເມືອງມາເປັນລະບົບຟາມຫຼາຍຂຶ້ນ, ການນໍາໃຊ້ເຕັກໂນໂລຊີເຂົ້າໃນຂະບວນການຜະລິດໝູຂອງບັນດາຟາມຫຼາຍຂຶ້ນ ໂດຍສະເພາະ ບໍລິສັດ CP ທີ່ສາມາດຜະລິດໝູນ້ອຍ ( ໝູຂຸນ ) ໄດ້ເອງ ເພື່ອສະໜອງໃຫ້ບັນດາຟາມຂອງຕົນ ແລະ ຟາມອື່ນ ໂດຍບໍ່ໄດ້ນໍາເຂົ້າໝູດັ່ງກ່າວຈາກຕ່າງປະເທດດັ່ງທີ່ເຄີຍນໍາເຂົ້າຜ່ານມາ ເຮັດໃຫ້ການຜະລິດເພື່ອສະໜອງຄວາມຕ້ອງການຊີ້ນໝູເພີ່ມຂຶ້ນເມື່ອທຽບກັບໄລຍະກ່ອນ.

ຄາດຄະເນລາຄາຊີ້ນໝູຈະບໍ່ມີການເໜັງຕີງຂຶ້ນຕື່ມ ຖ້າມີແມ່ນກໍລະນີສຸກເສີນຍ້ອນຜົນກະທົບຈາກພະຍາດອະຫິວາໝູອາຟຣິກກາ, ມີການລະບາດໃນລາວ ແລະ ຈະເປັນໄລຍະສັ້ນໆ ແລ້ວລາຄາຈະຫຼຸດລົງຢູ່ໃນລະດັບປົກກະຕິ ຄື: 36.000 ກີບຕໍ່ກິໂລ ເນື່ອງຈາກທາງລັດຖະບານ ແລະ ຜູ້ປະກອບການໄດ້ມີການສົມທົບປຶກສາຫາລື ແລະ ຊອກວິທີທາງແກ້ໄຂບັນຫາດັ່ງກ່າວຮ່ວມກັນ ເພື່ອຮັກສາສະຖຽນລະພາບທາງດ້ານລາຄາ ແລະ ສະພາບການສະໜອງຊີ້ນໝູໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດ ແລະ ລາຄາສົມເຫດສົມຜົນໂດຍອີງຕາມໂຄງປະກອບລາຄາທີ່ລັດກໍານົດໃນແຕ່ລະໄລຍະ.

( ແຫຼ່ງຂໍ້ມູນໂດຍ: ກົມການຄ້າພາຍໃນ )

( ຮຽບຮຽງໂດຍ: ອານຸສັກ ອ່ອນສະຫວັນ  )