ສັງທອງ ເປີດກວ້າງໃຫ້ພາກທຸລະກິດເຂົ້າມາພັດທະນາ

60

ກອງປະຊຸມຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງນັກທຸລະກິດເຂົ້າສູ່ເມືອງສັງທອງ ຈັດຂຶ້ນເພື່ອເປັນການສົ່ງເສີມນັກທຸລະກິດເຂົ້າມາມີສ່ວນຮ່ວມໃນການພັດທະນາຕົວເມືອງດັ່ງກ່າວ ຕາມ 3 ທ່າແຮງຫຼັກທີ່ໄດ້ກໍານົດໄວ້ໃນກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະພັກເມືອງສັງທອງ, ຂະນະທີ່ທ່ານເຈົ້າຄອງ ເນັ້ນໃຫ້ຜະລິດກະສິກຳສະອາດເປັນສິນຄ້າ ໂດຍນຳໃຊ້ເຕັກໂນໂລຊີເຂົ້າຊ່ວຍ.

ກອງປະຊຸມຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງນັກທຸລະກິດເຂົ້າສູ່ເມືອງສັງທອງຈັດຂຶ້ນໃນວັນທີ 8 ສິງຫາ 2019 ທີ່ຫ້ອງການປົກຄອງເມືອງສັງທອງ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ມີທ່ານເຈົ້າເມືອງສັງທອງ, ມີບັນດາພາກທຸລະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ດາວເພັດ ອາລຸນ ເຈົ້າເມືອງສັງທອງ ຂຶ້ນລາຍງານກ່ຽວກັບສະພາບລວມ ແລະ ແຜນພັດທະນາເສດຖະກິດຂອງເມືອງ ໂດຍປະຕິບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກເມືອງ ຄາດໝາຍສູ້ຊົນໃນປີ 2020 ລາຍໄດ້ສະເລ່ຍຕໍ່ຫົວຄົນ 16,58 ລ້ານກີບ ເທົ່າກັບ 2,07 ພັນໂດລາຕໍ່ຄົນຕໍ່ປີ, ໃນປີຜ່ານມາເມືອງສັງທອງ ສາມາດເກັບລາຍຮັບເຂົ້າງົບປະມານບັນລຸ 6,8 ຕື້ກີບ ເທົ່າກັບ 120,27% ຂອງແຜນການ 5,74 ຕື້ກີບ, ສ່ວນຄາດໝາຍຂອງປີນີ້ນະຄອນຫຼວງ ວາງໄວ້ 7,5 ຕື້ກີບ ມາຮອດປັດຈຸບັນສາມາດເກັບລາຍຮັບໄດ້ 4,4 ຕື້ກີບ ທຽບໃສ່ແຜນການປະຕິບັດໄດ້ແລ້ວ 58,76%, ລາຍຮັບສ່ວນໃຫຍ່ມາຈາກການເກັບອາກອນ 3,7 ຕື້ກີບ ເທົ່າກັບ 58,22% ແລະ ຊັບສິນ 680 ລ້ານກີບ ເທົ່າກັບ 61,91%. ນອກຈາກນີ້, ເພື່ອສ້າງ ຄວາມສະຫງົບສຸກໃຫ້ແກ່ເມືອງ ແລະ ທັງເປັນການສ້າງຄວາມເຊື່ອໝັ້ນໃຫ້ກັບພາກທຸລະກິດ ທີ່ຈະເຂົ້າມາລົງທຶນພັດທະນາເສດຖະກິດໃນອະນາຄົດເມືອງ ໄດ້ເອົາໃຈໃສ່ແກ້ໄຂປາກົດການຫຍໍ້ທໍ້ຂອງສັງຄົມຕາມທິດ 3 ຫຼຸດ 3 ເພີ່ມ ແລະ 3 ຂະບວນການ ຕິດພັນກັບການພັດທະນາບ້ານກໍຄືເມືອງສັງທອງ. ພ້ອມນີ້, ເພື່ອເປັນການກະຕຸ້ນທ່າແຮງໃຫ້ກັບເມືອງ ໂດຍສອດຄ່ອງກັບມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກເມືອງທີ່ກຳນົດໄວ້ຢ່າງຈະແຈ້ງວ່າການພັດທະນາເມືອງຕ້ອງໄດ້ສຸມໃສ່ 3 ເຂດໃຫຍ່ເປັນຫຼັກ ຕົ້ນຕໍແມ່ນເຂດພັດທະນາທີ 1: ເຂດນ້ຳຕອນລຽບພູພະນັງ ກຳນົດເປັນເຂດກະສິກຳຕິດພັນກັບການທ່ອງທ່ຽວທາງປະຫວັດສາດ ເຊິ່ງເຂດດັ່ງກ່າວໄດ້ຊຸກຍູ້ສົ່ງເສີມປະຊາຊົນຈັດຕັ້ງເປັນກຸ່ມຜະລິດເຂົ້າອີນຊີ, ພືດຜັກປອດສານພິດ ແລະ ຫັດຖະກຳຈຳນວນໜຶ່ງ; ເຂດພັດທະນາທີ 2: ເຂດທາງເລກທີ 11 ລຽບຕາມແມ່ນ້ຳຂອງ ກຳນົດເປັນເຂດຜະລິດກະສິກຳ, ອຸດສາຫະກຳ ແລະ ການບໍລິການ ເປັນຕົ້ນການຄ້າ – ຂາຍ, ການບໍລິການຕ່າງໆຕິດພັນກັບການສົ່ງເສີມການປູກເຂົ້າ, ປູກພືດລົ້ມລຸກ ແລະ ຍັງກຳນົດເປັນເຂດການຂຸດຄົ້ນແຮ່ທາດ, ໂຮງຈັກໂຮງງານຕ່າງໆ; ເຂດພັດທະນາທີ 3 ເຂດລຽບຕາມສາຍນ້ຳສັງກຳນົດເປັນເຂດກະສິກຳ ແລະ ການທ່ອງທ່ຽວດ້ານທຳມະຊາດ. ໃນນີ້, ເຂດດັ່ງກ່າວຍັງໄດ້ສົ່ງເສີມການປູກເຂົ້າ, ພືດຜັກ, ໄມ້ໃຫ້ໝາກ, ພືດອຸດສາຫະກຳ, ໄມ້ອຸດສາຫະກຳ, ການລ້ຽງສັດເປັນຟາມ ແລະ ຍັງໄດ້ຊຸກຍູ້ສົ່ງເສີມການສ້າງຕັ້ງກຸ່ມຜະລິດຫັດຖະກຳໄມ້ປ່ອງນຳອີກ.

ພ້ອມດຽວກັນນີ້, ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ IV ກໍໄດ້ກຳນົດແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ໄວ້ໃນ 4 ຂົງເຂດວຽກງານ, 112 ໂຄງການ. ໃນນັ້ນ, ຂົງເຂດເສດຖະກິດ 53 ໂຄງການ, ຂົງເຂດວັດທະນະທຳ – ສັງຄົມ 27 ໂຄງການ, ຂົງເຂດປ້ອງກັນຊາດ – ປ້ອງກັນຄວາມສະຫງົບ 12 ໂຄງການ ແລະ ຂົງເຂດບໍລິຫານລັດ 21 ໂຄງການ ເຊິ່ງປັດຈຸບັນມາຮອດທ້າຍສະໄໝຂອງກອງປະຊຸມ ເນື່ອງໃນໂອກາດເປີດຂະບວນການຮັກຊາດ ແລະ ພັດທະນາ ຕິດພັນກັບຮັກນະຄອນຫຼວງວຽງຈັນ ຂອງພາກທຸລະກິດຢູ່ເມືອງສັງທອງ ແລະ ເພື່ອເປັນການດຶງດູດການລົງທຶນມາສູ່ເມືອງສັງທອງ ແມ່ນຕ້ອງສຸມໃສ່ຂົງເຂດເສດຖະກິດ ແລະ ຂົງເຂດວັດທະນະທຳສັງຄົມ ທີ່ນອນໃນ 3 ເຂດພັດທະນາຫຼັກທີ່ກ່າວມາເບື້ອງຕົ້ນ ທ່ານ ດາວເພັດ ກ່າວເພີ່ມຕື່ມ.

ໂອກາດດຽວກັນ ທ່ານ ສິນລະວົງ ຄຸດໄພທູນ ກໍໄດ້ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ເປັນຕົ້ນແມ່ນ: ໃຫ້ເມືອງສືບຕໍ່ສົ່ງເສີມທຸກການລົງທຶນຂອງພາກເອກະຊົນທີ່ເຫັນວ່າຈະຊ່ວຍໃຫ້ເມືອງມີການພັດທະ ນາ, ຮັບປະກັນໃຫ້ຊົນນະບົດ ແລະ ຕົວເມືອງມີຈັງຫວະການພັດທະນາທີ່ຍັບມໍ່ເຂົ້າໃກ້ກັນ, ສົ່ງເສີມການຜະລິດກະສິກຳເປັນສິນຄ້າໃຫ້ຫຼາຍຂຶ້ນ ແລະ ຖືເອົາກະສິກຳສະອາດເປັນທ່າແຮງ ໂດຍນຳໃຊ້ເຕັກນິກວິທະຍາສາດວິທະຍາການເຂົ້າໃນການຜະລິດ. ຄຽງຄູ່ກັນນັ້ນ, ກໍຕ້ອງໄດ້ສ້າງພະນັກງານນັກພັດທະນາທ້ອງຖິ່ນກັບທີ່ ແລະ ເປັນຕົວແບບຂອງການພັດທະນາໃຫ້ເປັນຮູບປະທຳຫຼາຍຂຶ້ນ ຄຽງຄູ່ກັບອົງການຈັດຕັ້ງເບື້ອງລັດພາກທຸລະກິດແມ່ນເປັນກຳລັງແຮງທີ່ສຸດ. ສະນັ້ນ, ຈຶ່ງຮຽກຮ້ອງພາກທຸລະກິດເຂົ້າມາມີສ່ວນຮ່ວມໃນການແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບການຮັກນະຄອນຫຼວງວຽງຈັນ, ຊຸກຍູ້ວຽກງານ 3 ສ້າງ 3 ຫຼຸດ 3 ເພີ່ມ 3 ຂະບວນການ ແລະ 3 ເພື່ອ ໃຫ້ເປັນຂະບວນການຟົດຟືນໃຫ້ຫຼາຍຂຶ້ນ, ປຸກລະດົມໃຫ້ທຸກພາກສ່ວນມີສ່ວນຮ່ວມເປັນເຈົ້າການດຶງດູດການລົງທຶນ, ຊອກຕະຫຼາດ ແລະ ຊຸກຍູ້ໃຫ້ຫົວໜ່ວຍທຸລະກິດປະກອບສ່ວນເຂົ້າໃນວຽກງານແຂ່ງຂັນພັດທະນາຊົນນະບົດ ເພື່ອສ້າງໃຫ້ນະຄອນຫຼວງວຽງຈັນ ມີໃບໜ້າໃໝ່ໃຫ້ມີການປ່ຽນແປງ ແລະ ພັດທະນາເປັນກ້າວໆ.

( ຂ່າວ: ເອຢິບ, ຮູບ: ສຸກສະຫວັນ )