ສາວສື່ສານ ຜູ້ມັກຮັກໃນການເປັນນາງງາມ ໂມເມ ທິບສະຫວັນ ຜູ້ເຂົ້າປະກວດ Miss Universe Laos 2019

120

ພໍ້ກັນອີກເວທີ ກັບສາວ ທິບສະຫວັນ ມະນີດອນ (ໂມເມ) ອາຍຸ 18 ປີ ປັດຈຸບັນຮຽນຢູ່ ສາວ ສື່ສານມວນຊົນປີ 2 ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ຈາກກ່ອນໜ້ານີ້ ເຄີຍປະກວດ Miss World laos 2018 ເຂົ້າຮອບ 10 ຄົນ ຮັບຕຳແໜ່ງເປັນ ນາງສາວຂວັນໃຈມະຫາຊົນ, ເຄີຍປະກວດນາງສາວນະຄອນຫຼວງວຽງຈັນ ປີ 2019 ເຂົ້າຮອບ 20 ຄົນສຸດທ້າຍ.

ຈົນມາຕອນນີ້ໄດ້ຜ່ານເຂົ້າຮອບ 30 ຄົນສຸດທ້າຍ ໃນການປະກວດ Miss Universe Laos 2019 ໝາຍເລກ 8

ໂມເມ ມີຄວາມສາມາດພິເສດຫຼາຍຢ່າງ ບໍ່ວ່າຈະເປັນ ຟ້ອນ ເຕັ້ນ ແລະ ເດີນແບບໄດ້ທຸກ style ຜ່ານມາຫຼັງຈາກການປະກວດກໍໄດ້ໄປເດີນແບບງານ Wow Fashion Week 2019 ແລະ ງານອື່ນໆອີກຫຼາຍງານ.

ໂມເມບອກກັບທີມຂ່າວ ເສດຖະກິດການຄ້າວ່າ: ສໍາລັບເວທີ Miss Universe Laos 2019 ໂມເມເອງ ມີຄວາມຄາດຫວັງຫຼາຍກັບເວທີນີ້ ນ້ອງມາປະກວດຍ້ອນມັນຄືຄວາມໃຝ່ຝັນ ແລະ ໂມເມ ບໍ່ເຄີຍຄິດທີ່ຈະຢຸດຄິດຄວາມຝັນນີ້ ເຖິງຫຼາຍໆຄົນຈະວ່າເປັນໄປບໍ່ໄດ້ ແຕ່ນ້ອງກະຍັງເຊື່ອໝັ້ນໃນໂຕເອງວ່າມື້ໃດມື້ໜຶ່ງມັນຕ້ອງມີມື້ຂອງເຮົາ ມື້ທີ່ຄວາມຝັນຂອງເຮົາເປັນຈິງ ແລະ ນອກຈາກເວທີນາງງາມ ອານາຄົດນ້ອງຢາກຈະເຮັດວຽກໃນວົງການບັນເທິງ ເປັນນາງແບບ, ພິທີກອນ, ນັກສະແດງອື່ນໆ.