ອັດຕະປື ຈະສືບຕໍ່ພັດທະນາການທ່ອງທ່ຽວໃຫ້ມີຈຸດສຸມ

145

ການຈັດຕັ້ງປະຕິບັດວຽກງານທ່ອງທ່ຽວລາວຢູ່ແຂວງອັດຕະປື ໃນໄລຍະຜ່ານມາເຫັນໄດ້ວ່າ ທຸກພາກສ່ວນທົ່ວສັງຄົມໄດ້ຮັບຮູ້, ໄດ້ມີສ່ວນຮ່ວມໃນການພັດທະນາ ແລະ ການສົ່ງເສີມການທ່ອງທ່ຽວ ທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ ເວົ້າລວມແລ້ວສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຢູ່ແຂວງອັດຕະປື ໄດ້ສູງເຖິງ 179.240 ຄົນ, ສ້າງລາຍຮັບໃຫ້ສັງຄົມ 65 ຕື້ກີບ ເກີນແຜນ 12%, ສ້າງລາຍຮັບໄດ້ໃນປີ 2019 ທັງໝົດ 58 ຕື້ກີບ.

ທ່ານ ນາງ ບຸນນານ ບຸນນະແສງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງອັດຕະປື ລາຍງານຕໍ່ກອງປະຊຸມສະພາປະຊາຊົນສະໄໝສາມັນ ເທື່ອທີ 7 ໃນວັນທີ 7 ສິງຫາ 2019 ໃຫ້ຮູ້ວ່າ: ສຳລັບທິດທາງຕໍ່ໜ້າເພື່ອຮັບປະກັນຕໍ່ການພັດທະນາວຽກງານທ່ອງທ່ຽວທາງດ້ານວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ຢູ່ແຂວງອັດຕະປື ໃຫ້ບັນລຸຄາດໝາຍນັ້ນໄດ້ນຳສະເໜີທັດສະນະແຜນຍຸດທະສາດກ່ຽວກັບວຽກງານທ່ອງທ່ຽວໃນ 3 ຮູບແບບ ລວມມີ 8 ບັນຫາສຳຄັນ ເຊິ່ງຜ່ານການປະກອບຄຳເຫັນຄົ້ນຄວ້າຈາກບັນດາສະມາຊິກສະພາປະຊາຊົນແຂວງເທື່ອນີ້ເຫັນໄດ້ວ່າ ການພິຈາລະນາຮັບຮອງແມ່ນໄດ້ຮັບຄວາມເປັນເອກະສັນດ້ວຍສຽງສ່ວນຫຼາຍ ຄາດວ່າ ການຈັດຕັ້ງປະຕິບັດຕາມແຜນກຳນົດທີ່ໄດ້ກຳນົດໄວ້ນັ້ນຈະເປັນຮູບປະທຳຢ່າງເລິກເຊິ່ງ ຫຼັງຈາກກອງປະຊຸມສະພາປະຊາຊົນແຂວງສິ້ນສຸດລົງ.

ແນວໃດກໍດີ, ທ່ານ ນາງ ບຸນນານ ບຸນນະແສງ ຍັງໃຫ້ຮູ້ຕື່ມອີກວ່າ: ບັນດາຄາດໝາຍທີ່ໄດ້ຮັບຮອງຕາມການຕົກລົງເຫັນດີດ້ວຍສຽງສ່ວນຫຼາຍນີ້ ທາງຄະນະຮັບຜິດຊອບຈະໄດ້ມີການເປີດກອງປະຊຸມຮັບຮອງແຜນລະອຽດອີກໃນລະດັບອົງການປົກຄອງແຂວງ ເພື່ອຈັດວາງເປົ້າໝາຍເປັນບຸລິມະສິດຢ່າງມີຈຸດສຸມຕາມແຕ່ລະຂັ້ນຕອນ, ສ່ວນວ່າຈະເອົາອັນໃດກ່ອນ, ອັນໃດລຸນໃນການເລີ່ມຈັດຕັ້ງປະຕິບັດນັ້ນຈະນຳລາຍລະອຽດໃຫ້ຊາບຕື່ມອີກໃນໄລຍະຕໍ່ໄປ.

( ໂດຍ: ສາຍນ້ຳ)