ເຈົ້າໜ້າທີ່ແຂວງສະຫວັນນະເຂດ ໄດ້ຮັບການອົບຮົມວຽກງານສືບສວນ – ສອບສວນ

41

ໃນວັນທີ 7 ສິງຫາ 2019 ນີ້ ຫ້ອງຕຳຫຼວດ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີເປີດຊຸດຝຶກອົບຮົມວຽກງານສືບສວນ – ສອບສວນ ໃຫ້ເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ແຂວງສະຫວັນນະເຂດ ຢູ່ທີ່ຫ້ອງປະຊຸມຊັ້ນສາມ ປກສ ແຂວງ​ ໂດຍການເຂົ້າຮ່ວມຂອງ ທ່ານ ພັນໂທ ຄຳສີ ທູນທະວົງສັກ ຫົວໜ້າຫ້ອງການຕຳຫຼວດ ປກສ ແຂວງ, ທ່ານ ໂພສີແກ້ວ ທິຣະວົງ ຮອງຫົວໜ້າອົງການໄອຍະການປະຊາຊົນ ແຂວງສະຫວັນນະເຂດ ພ້ອມຄະນະ ມີຄະນະພະແນກທີ່ກ່ຽວຂ້ອງ, ຄູຝຶກ ແລະ ຄະນະຮັບຜິດຊອບຕະຫຼອດຮອດສຳມະນາກອນ 122 ສະຫາຍ ເຂົ້າຮ່ວມ.

ການຝຶກອົບຮົມວຽກງານສືບສວນ – ສອບສວນຄັ້ງນີ້ ແມ່ນດຳເນີນເປັນເວລາສອງວັນຈຶ່ງສຳເລັດ. ໃນນີ້, ປະກອບມີເອກະສານ ຄື: ເອກະສານຈັນຍາບັນ – ຈັນຍາທຳຂອງການສືບສວນ – ສອບສວນຂອງເຈົ້າໜ້າທີ່ຕຳຫຼວດ, ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ, ການດຳເນີນຄະດີອາຍາຂອງອົງການສືບສວນ – ສອບສວນ, ຄວາມຮູ້ທົ່ວໄປກ່ຽວກັບການດຳເນີນຄະດີອາຍາ. ໃນນີ້, ບັນດາສຳມະນາກອນຍັງໄດ້ຄົ້ນຄວ້າແລກປ່ຽນປະສົບການຖາມບາງບັນຫາທີ່ຍັງບໍ່ເຂົ້າໃຈ ພ້ອມທັງຍົກໃຫ້ເຫັນຄວາມສຳຄັນ ແລະ ວິທີໝູນໃຊ້ໃນໜ້າທີ່ວຽກງານຕົວຈິງ, ການຝຶກອົບຮົມວຽກງານສືບສວນ – ສອບສວນ ກໍເພື່ອແນໃສ່ໃຫ້ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງສະຫວັນນະເຂດ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ເນື້ອໃນເອກະສານດັ່ງກ່າວ ແລະ ເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານທີ່ປະຕິບັດໜ້າທີ່ວຽກງານວິຊາສະເພາະ ມີຄວາມຮັບປະກັນ, ເປັນການປັບປຸງພັດທະນາໃນຂົງເຂດວຽກງານສືບສວນ – ສອບສວນໃຫ້ນັບມື້ສູງຂຶ້ນໄປເລື້ອຍໆ .

( ຮູບ – ຂ່າວ: ປກສ ແຂວງສະຫວັນນະເຂດ )