ແຈ້ງ! 3 ເມືອງ ກຽມໂຕ່ງນໍ້າໄວ້ໃຊ້ ການສະໜອງນໍ້າອາດບໍ່ພຽງພໍໃນວັນທີ 11 ສິງຫານີ້

86

ລັດວິສາຫະກິດນໍ້າປະປານະຄອນຫຼວງ, ພະແນກໂຍທາທິການ ແລະ ຂົນສົ່ງ, ນະຄອນຫຼວງວຽງຈັນ ໄດ້ແຈ້ງເຖິງບັນດາບໍລິສັດ, ຫົວໜ່ວຍທຸລະກິດ, ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ແລະ ພະແນກການຕ່າງໆ ທີ່ຊົມໃຊ້ນໍ້າປະປາ ເລື່ອງ: ການບໍລິການ-ສະໜອງນໍ້າປະປາ ບໍ່ປົກກະຕິ ແລະ ບໍ່ພຽງພໍໃນການຊົມໃຊ້ພາຍໃນເຂດເມືອງ ໄຊທານີ, ໄຊເສດຖາ ແລະ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ໃນວັນອາທິດທີ 11 ສິງຫາ 2019ນີ້.

 

ในภาพอาจจะมี ท้องฟ้า, สะพาน, สถานที่กลางแจ้ง และน้ำ

 

ລັດວິສາຫະກິດນໍ້າປະປາ ນະຄອນຫຼວງວຽງຈັນ ຂໍແຈ້ງມາຍັງບັນດາລູກຄ້າຜູ້ທີ່ຊົມໃຊ້ນໍ້າປະປາ ທີ່ອາໄສຢູ່ເຂດ ເມືອງໄຊທານີ, ເມືອງ ໄຊເສດຸາ ແລະ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນຊາບວ່າ: ແຮງດັນນໍ້າຈະບໍ່ປົກກະຕິ ແລະ ພຽງພໍຕໍ່ການຊົມໃຊ້ ໃນໄລຍະທີ່ມີການມອດໄຟຟ້າທີ່ເມືອງ ໄຊທານີ ສົ່ງຜົນໃຫ້ໂຮງງານຜະລິດນໍ້າປະປາດົງໝາກຄາຍ ບໍ່ສາມາດທຳການຜະລິດນໍ້າໄດ້ຢ່າງເຕັມສ່ວນ. ດັ່ງນັ້ນ, ຈຶ່ງໃຫ້ກະກຽມໂຕ່ງນໍ້າໄວ້ກ່ອນລ່ວງໜ້າ ເພື່ອຊົມໃຊ້ຊົ່ວຄາວ ຈົນກວ່າແຮງດັນນໍ້າຈະມາເປັນປົກກະຕິ.

 

ในภาพอาจจะมี สะพาน, ท้องฟ้า, สถานที่กลางแจ้ง และน้ำ

 

ເຊິ່ງແຮງດັນນໍ້າບໍ່ເປັນປົກກະຕິໃນວັນທີ 11 ສິງຫາ 2019 ກົງກັບວັນອາທິດ: ເລີ່ມແຕ່ເວລາ 8:00-16:00 ໂມງ