ໄຊຍະບູລີ ຄາດການປູກພືດລະດູຝົນປີນີ້ຈະບໍ່ບັນລຸເປົ້າ

94

ລະດູຝົນກ້າວເຂົ້າມາເກືອບເຄິ່ງທາງແລ້ວ ຂະນະທີ່ການປູກພືດຕາມລະດູການຢູ່ແຂວງໄຊຍະບູລີ ໄດ້ພຽງ 70% ຂອງພື້ນທີ່ທັງໝົດເທົ່ານັ້ນ, ສ່ວນການປັກດຳເຂົ້ານາປີສຳເລັດພຽງ 66%, ຍ້ອນສະພາບແຫ້ງແລ້ງ ແລະ ສັດຕູພືດທຳລາຍຜົນຜະລິດ ຄາດການຜະລິດພືດລະດູຝົນປີນີ້ຈະບໍ່ສາມາດບັນລຸເປົ້າ.

ຕາມການໃຫ້ຂໍ້ມູນຈາກຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ການປູກພືດລະດູຝົນໃນປີນີ້ຄາດວ່າຈະບໍ່ບັນລຸຕາມແຜນທີ່ຕັ້ງໄວ້ ໃນເນື້ອທີ່ທັງໝົດ 165.767 ເຮັກຕາ. ໃນນີ້, ແຜນການປູກເຂົ້ານາປີມີ 34.287 ເຮັກຕາ, ແຜນປູກເຂົ້າໄຮ່ 10.480 ເຮັກຕາ ແລະ ແຜນປູກພືດຕ່າງໆ 112.000 ເຮັກຕາ. ມາຮອດປັດຈຸບັນການປູກພືດລະດູຝົນແມ່ນສຳເລັດພຽງແຕ່ 70% ຂອງເນື້ອທີ່ທັງໝົດ.

ເນື້ອທີ່ນາປີຕາມແຜນ 34.287 ເຮັກຕາ ຄາດຄະເນສະມັດຖະພາບສະເລ່ຍ 4,75 ໂຕນຕໍ່ເຮັກຕາ. ຄາດຄະເນຜົນຜະລິດ 162.968 ກວ່າໂຕນ. ປັດຈຸບັນຕົກກ້າໄດ້ແລ້ວ 2.232.658 ກິໂລກຣາມ ເທົ່າກັບ 96,82%, ກຽມດິນໄດ້ 26.237 ເຮັກຕາ ເທົ່າກັບ 76,52% ແລະ ປັກດຳສຳເລັດແລ້ວ 22.653 ເຮັກຕາ ເທົ່າກັບ 66,07% ຂອງແຜນການ.

ການປູກເຂົ້າເນີນສູງຕາມແຜນ 10.480 ເຮັກຕາ ຄາດຄະເນສະມັດຖະພາບສະເລ່ຍ 2,19 ໂຕນຕໍ່ເຮັກຕາ ຄາດຄະເນຜົນຜະລິດ 22.991 ໂຕນ, ປັດຈຸບັນປະຕິບັດໄດ້ 11.074 ເຮັກຕາກວ່າ ເທົ່າກັບ 105,65% ສ່ວນການປູກພືດຕ່າງໆຕາມແຜນການທັງໝົດ 112.000 ເຮັກຕາ ຄາດຄະເນສະມັດຖະພາບສະເລ່ຍ 11,64 ໂຕນຕໍ່ເຮັກຕາ ຄາດຄະເນຜົນຜະລິດທັງໝົດ 1.304.031 ໂຕນ, ປັດຈຸບັນປະຕິບັດໄດ້ 102.051 ເຮັກຕາ ເທົ່າກັບ 91,72% ແລະ ຄາດວ່າການປູກພືດລະດູຝົນໃນທົ່ວແຂວງໄຊຍະບູລີ ຈະໃຫ້ສຳເລັດໃນທ້າຍເດືອນສິງຫານີ້.

ສາເຫດທີ່ການປູກພືດລະດູຝົນບໍ່ໄດ້ຕາມແຜນທີ່ກຳນົດໄວ້ ກໍເພາະດິນຟ້າອາກາດມີການປ່ຽນແປງຜິດປົກກະຕິເກີດໄພແຫ້ງແລ້ງ, ຝົນຕົກຂາດໄລຍະຢູ່ຫຼາຍຂົງເຂດໃນທົ່ວແຂວງ ນັບແຕ່ເດືອນມິຖຸນາເປັນຕົ້ນມາຝົນບໍ່ຕົກ ຈຶ່ງເຮັດໃຫ້ການຜະລິດຫຼ້າຊ້າກວ່າແຕ່ລະປີ ແລະ ໄດ້ສົ່ງຜົນກະທົບຕໍ່ການຜະລິດເຂົ້ານາປີ ແລະ ພືດຊະນິດຕ່າງໆ ເກີດສະງັກຢຸດການຈະເລີນເຕີບໂຕຍ້ອນຂາດນໍ້າ ລວມທັງປະເຊີນໜ້າກັບການລະບາດຂອງສັດຕູພືດ.

ຕໍ່ກັບສະພາບການດັ່ງກ່າວ ພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊຍະບູລີ ໄດ້ມີການກະກຽມແນວພັນເຂົ້າ ແລະ ພືດຊະນິດຕ່າງໆ ເພື່ອໄວ້ແຈກຢາຍໃຫ້ຊາວກະສິກອນ ເພື່ອປູກທົດແທນພື້ນທີ່ທີ່ເສຍຫາຍ ເຊັ່ນ: ແນວພັນເຂົ້າ 600 ກວ່າໂຕນ, ແນວພັນສາລີ 200 ໂຕນ, ຖົ່ວດິນ 10 ໂຕນ, ຖົ່ວແດງ 2 ໂຕນ ແລະ ຖົ່ວດໍາ 2 ໂຕນ.

( ຂ່າວ: ບຸນທີ )