“ທີມຊີວິດໃໝ່” ຈາກລາວ ຊະນະ 2 ລາງວັນ ຈາກການແຂ່ງຂັນຖ່າຍຮູບ ທີ່ຮັອກໄກໂດ

54

ປັດຈຸບັນໄວໜຸ່ມລາວຖືວ່າມີຄວາມສາມາດຫຼາກຫຼາຍ ໃນຫຼາຍໆດ້ານທີ່ຄືກັນ ແລະ ຕ່າງກັນໄປ ຄືຫຼ້າສຸດນ້ອງໆຈາກໂຮງຮຽນ ມສ ສັນຕິພາບ ແຂວງຫຼວງພະບາງໄດ້ເປັນຕົວແທນຈາກປະເທດລາວໄປຮ່ວມການແຂ່ງຂັນທີ່ຍີ່ປຸ່ນ ພາຍໃຕ້ຊື່ງານ the 5th Higashikawa Youth Fest (ງານແຂ່ງຂັນຮູບຖ່າຍນັກຮຽນນາໆຊາດ ຄັ້ງທີ 5 ທີ່ເມືອງ ຮິງະຊິກະວ້າ ແຂວງ ຮັອກໄກໂດ) ຈັດຂື້ນໃນລະຫວ່າງວັນທີ 2-7 ສິງຫາ 2019 ທີ່ຜ່ານມາ. ມີນັກຮຽນທັງຫມົດ 24 ທີມ ຈາກ 22 ປະເທດເຂົ້າຮ່ວມ (ຍີ່ປຸ່ນມີ 3 ທີມ) ແລ້ວກໍໄດ້ປະກາດຜົນໃນມື້ວານນີ້.

ແລະ ຕ້ອງຂໍສະແດງຄວາມຍິນດີກັບນ້ອງໆຕົວແທນຈາກປະເທດລາວ ທີມຊີວິດໃໝ່ (New Life Team) ໂດຍມີອາຈານທີ່ປຶກສາ ອາຈານ ຢາກຸ ຈະ, ທ້າວ ຄໍາຫຼ້າ ເຫຼົາ, ນາງ ຢົວ ເລົາ ແລະ ທ້າວ ໃຢລີ ເຈີຫວັງ ສາມາດຄວ້າ 2 ລາງວັນມາຝາກທຸກໆຄົນ.

ຄື ລາງວັນ ທີ 3 ລາງວັນ Hokko Gakuen Award ປະເພດບຸກຄົນ ມອບລາງວັນໂດຍ ໂຮງຮຽນ Higashikawa ແລະ ລາງວັນ Students and Teachers’ Choice Award ເປັນລາງວັນທີ່ໂຫວດກັນໂດຍອາຈານ ແລະ ນັກຮຽນທີ່ເຂົ້າຮ່ວມໂຄງການ ໂຫວດໃຫ້ຜົນງານຮູບຖ່າຍທີ່ຕົນເອງມັກ ແລະ ປະທັບໃຈທີ່ສຸດ ຖືເປັນ 2 ລາງວັນທໍາອິດໃນປີທໍາອິດທີ່ປະເທດລາວໄດ້ສົ່ງຕົວແທນເຂົ້າຮ່ວມແຂ່ງຂັນ ວ້າວ ໜ້າຍິນດີທີ່ສຸດ.

ຈາກການໃຫ້ສໍາພາດຂອງຜູ້ຮັບຜິດຊອບໃນການໄປແຂ່ງຂັນຄັ້ງນີ້ບອກວ່າ: ການໄປໃນຄັ້ງນີ້ ນ້ອງໆ ທີມ ຊີວິດໃໝ່ ແມ່ນໄດ້ຊະນະການປະກວດຖ່າຍພາບໃນໂຄງການ Tenkawa Laos (ເທັງຄາວາ ລາວ) ເປັນໂຄງການປະກວດຮູບຖ່າຍເລົ່າເລື່ອງ ທີ່ເປີດໂອກາດໃຫ້ນັກຮຽນລະດັບ ມ.ປາຍ ໃນທົ່ວປະເທດ ຜູ້ທີ່ມີພອນສະຫວັນ ແລະ ມັກຮັກໃນການຖ່າຍຮູບ ສົ່ງຜົນງານຮູບຖ່າຍເລົ່າເລື່ອງຂອງຕົນ ເພື່ອເປັນຕົວແທນທີມລາວ ເຂົ້າຮ່ວມການແຂ່ງຂັນຖ່າຍຮູບນາໆຊາດທີ່ ແຂວງຮັອກໄກໂດ ປະເທດຍີ່ປຸ່ນ.

Tenkawa Laos ປີ 2019 ແມ່ນປີທຳອິດທີ່ຈັດຂື້ນ ພາຍໃຕ້ຫົວຂໍ້ຮູບຖ່າຍເລົ່າເລື່ອງ “Our Proud Community, ຊຸມຊົນທີ່ຂ້ອຍພູມໃຈ” ກະຕິກາແມ່ນ ນ້ອງໆ ມ.ປາຍທີ່ຢູ່ໂຮງຮຽນດຽວກັນ ຈັບກຸ່ມກັນ 3 ຄົນ ຖ່າຍຮູບມາຄົນລະ 2 ໃບ (ລວມທັງຫມົດແມ່ນ 6 ຮູບຖ່າຍ) ເຊິ່ງແຕ່ລະຮູບຕ້ອງມີຄວາມສອດຄ່ອງ ຕໍ່ເນື່ອງ ແລະ ເປັນເລື່ອງລາວດຽວກັນ.

ມີນ້ອງໆນັກຮຽນຈາກທົ່ວປະເທດ ສົ່ງຜົນງານຂອງທີມຕົນເອງມາແຂ່ງຂັນ 48 ທີມ. ຜ່ານການຄັດເລືອກຮອບສຸດທ້າຍຈາກຄະນະກຳມະການ ໃນວັນທີ 25 ພຶດສະພາ 2019, ຜົນການແຂ່ງຂັນ ແມ່ນນັກຮຽນ ທີມ ຊີວິດໃໝ່ ຈາກ ໂຮງຮຽນ ມສ ສັນຕິພາບ ແຂວງ ຫລວງພະບາງ ໄດ້ຮັບລາງວັນຊະນະເລີດອັນດັບທີ 1 ຈຶ່ງໄດ້ເປັນຕົວແທນຈາກປະເທດລາວເຂົ້າຮ່ວມແຂ່ງຂັນ ແລະ ກໍສາມາດຍາດ 2 ລາງວັນມາໄດ້ຢ່າງພາກພູມໃຈ ເປັນໜ້າເປັນຕາໃຫ້ປະເທດຊາດ ແລະ ເປັນແບບຢ່າງທີ່ດີໃຫ້ກັບໄວໜຸ່ມຍຸກໃໝ່.

ສໍາລັບນ້ອງໆນັກຮຽນ ມ ປາຍ ທີ່ມັກໃນການຖ່າຍຮູບ ຢາກເຂົ້າຮ່ວມແຂ່ງຂັນໃນໂອກາດໜ້າ ຫຼື ປີຕໍ່ໄປ ສາມາດຕິດຕາມການເຄື່ອນໄຫວຂອງໂຄງການໄດ້ ຜ່ານ facebook: Tenkawalaos ( ຫລື Let’s Go to Hokkaido Laos High School Student Photography Contest) ທຸກການສະໝັກບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆທັງນັ້ນ.