7 ຄົນທີ່ສູນຫາຍຈາກວຽງໄຊຍັງໄຮ້ຮ່ອງຮອຍ, ຫວຽດນາມພົບ 2 ສົບແຕ່ຍາດຢືນຢັນຍັງບໍ່ແມ່ນ

40

ພາຍຫຼັງເກີດເຫດດິນເຈື່ອນທັບເຮືອນປະຊາຊົນ ທີ່ບ້ານຫີນດຳ ເມືອງ ວຽງໄຊ ແຂວງຫົວພັນ ສົ່ງຜົນໃຫ້ມີຜູ້ສູນຫາຍ ຈຳນວນ 7 ຄົນ ປັດຈຸບັນການຄົ້ນຫາໄດ້ດຳເນີນມາ 5 ວັນແລ້ວ ແຕ່ຍັງບໍ່ພົບຮ່ອງຮອຍຜູ້ສູນຫາຍ. ຫຼ້າສຸດ ໃນຕອນແລງວັນທີ 6 ສິງຫາ ອໍານາດການປົກຄອງເມືອງກອນເຊີນ ແຂວງ ແທງຮົວ ປະເທດຫວຽດນາມ ໄດ້ແຈ້ງມາຫາທາງອຳນາດການປົກຄອງ ເມືອງວຽງໄຊ ວ່າເຂົາເຈົ້າໄດ້ພົບ ສົບເດັກນ້ອຍ 2 ຄົນ ຟູຢູ່ໜ້ານໍ້າ ໃນປະເທດຫວຽດນາມ ແຕ່ຍາດພີ່ນ້ອງຢືນຢັນບໍ່ແມ່ນສົບຜູ້ສູນຫາຍ.

 

 

ພາຍຫຼັງໄດ້ຮັບຂ່າວຮັບ ຂ່າວຈາກອຳນາດການປົກຄອງເມືອງ ກອນເຊີນ  ທ່ານ ພອນສຸກ ອິນທະວົງ ເຈົ້າເມືອງໆວຽງໄຊ ພ້ອມດ້ວຍຍາດຕິພີ່ນ້ອງຜູ້ສູນຫາຍ, ອຳນາດການປົກຄອງທ້ອງຖິ່ນ ແລະ ທະຫານໄດ້ລົງໄປຕິດຕາມ ແລະ ໄດ້ພົບສົບເດັກນ້ອຍ 2 ຄົນ ແຕ່ຍາດຕິພີ່ນ້ອງຜູ້ສູນຫາຍໄດ້ຢືນຢັນວ່າບໍ່ແມ່ນ ພີ່ນ້ອງຂອງພວກເຂົາເຈົ້າ.

 

 

ທ່ານໄດ້ກ່າວວ່າ: ບາງເທື່ອເດັກທີ່ສູນຫາຍນີ້ອາດຈະຖືກຂອງແຂງທັບ ແລະ ເຮັດໃຫ້ຮູບຮ່າງປ່ຽນສະພາບໄປຈຶ່ງ ເຮັດໃຫ້ຍາດພີ່ນ້ອງຈື່ບໍ່ໄດ້. ເຖິງຢ່າງໃດກໍ່ຕາມ ທາງອຳນາດການ ປົກຄອງເມືອງວຽງໄຊ ຍັງຈະໄດ້ສັນລະສູດສົບດັ່ງກ່າວຕື່ມເພື່ອໃຫ້ແນ່ໃຈ ວ່າບໍ່ແມ່ນເດັກນ້ອຍລາວທີ່ຖືກດິນເຈື່ອນທັບທີ່ບ້ານຫີນດໍາ.

 

 

ທ່ານ ພອນສຸກ ຍັງໄດ້ກ່າວຕື່ມອີກວ່າທາງທີມຄົ້ນຫາຜູ້ສູນຫາຍຈະໄດ້ເລີ່ມໃຊ້ລົດຈົກ 2 ຄັນ ເພື່ອສືບຕໍ່ຂຸດຄົ້ນຫາຜູ້ສູນຫາຍຕໍ່ໄປ. ການຄົ້ນຫາແມ່ນຈະເລີ່ມຈາກຂອບເຂດຂອງເຮືອນສອງຫຼັງທີ່ດິນເຈື່ອນທັບ ແລະ ໄຫຼລົງສູ່ແມ່ນໍ້າຫ້ວຍ. ຖ້າຍັງບໍ່ພົບກໍ່ຈະເຮັດໃບສະເໜີໄປຍັງອຳນາດການປົກຄອງເມືອງກອນເຊີນຕື່ມ ເພື່ອຊອກຄົ້ນຫາຕາມແມ່ນນໍ້າ ທີ່ໄຫຼໄປຜ່ານປະເທດຫວຽດນາມ.