ຂ່າວດີແທ້!!! ລັດຖະບານແຕ່ງຕັ້ງຄະນະສະເພາະກິດ ສົ່ງເສີມສິນຄ້າພາຍໃນເພື່ອຈຳໜ່າຍ

81

ເພື່ອເປັນການສົ່ງເສີມສິນຄ້າພາຍໃນທີ່ເປັນທ່າແຮງສົ່ງອອກ ສ້າງລາຍຮັບເຂົ້າສູ່ປະເທດ ລັດຖະບານໄດ້ເລີ່ມປະຕິຮູບສົ່ງເສີມສິນຄ້າພາຍໃນ, ຫຼຸດຜ່ອນການນຳເຂົ້າສິນຄ້າ ຈາກຕ່າງປະເທດໃຫ້ຫຼາຍຂຶ້ນ ພ້ອມແຕ່ງຕັ້ງຄະນະສະເພາະກິດ ລົງເຄື່ອນໄຫວ, ຊຸກຍູ້ຊາວກະສິກອນຜະລິດສິນຄ້າ ເພື່ອຈຳໜ່າຍສ້າງລາຍຮັບສູ່ຄອບຄົວ ແລະ ປະກອບສ່ວນໃຫ້ເສດຖະກິດໂດຍລວມຂອງຊາດ.

 

ในภาพอาจจะมี ผู้คนกำลังนั่ง และสถานที่ในร่ม

 

ອີງຕາມຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະປະສານງານຂັ້ນສູນກາງ ເພື່ອປະຕິບັດໂຄງການສົ່ງເສີມການຜະລິດເປັນສິນຄ້າ ແລະ ໂຄງການຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ສະບັບເລກທີ 04/ນຍ ລົງວັນທີ 5 ມັງກອນ 2017 ແລະ ອີງຕາມຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນ ກໍລະກົດ 2019 ຄັ້ງວັນທີ 23-24 ກໍລະກົດ 2019.

 

ในภาพอาจจะมี 3 คน, เครื่องดื่ม, อาหาร และสถานที่ในร่ม

 

ດັ່ງນັ້ນ, ຫ້ອງການສຳນັກງານຍາຍົກລັດຖະມົນຕີ ອອກແຈ້ງການ ສະບັບເລກທີ 1264/ຫສນຍ ລົງວັນທີ 26 ກໍລະກົດ 2019 ເຖິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ; ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້; ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ; ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ; ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ; ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ເລື່ອງໃຫ້ທິດຊີ້ນຳກ່ຽວກັບ ການສົ່ງເສີມຜະລິດສິນຄ້າພາຍໃນ ແລະ ຄຸ້ມຄອງການນຳເຂົ້າສິນຄ້າອຸປະໂພກ-ບໍລິໂພກ.

 

ในภาพอาจจะมี 4 คน, ผู้คนกำลังยืน

 

ໃນແຈ້ງການລະບຸໄວ້ວ່າ: ເຫັນດີໃຫ້ແຕ່ງຕັ້ງຄະນະສະເພາະກິດສົ່ງເສີມຜະລິດສິນຄ້າພາຍໃນ ແລະ ຄຸ້ມຄອງການນຳເຂົ້າສິນຄ້າອຸປະໂພກ-ບໍລິໂພກ ໂດຍມອບໃຫ້ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນເປັນຫົວໜ້າຄະນະ ແລະ ປະກອບມີຜູ້ຕາງໜ້າຈາກກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງກະສິກຳ ແລະ ປ່າໄມ້, ນະຄອນຫຼວງວຽງຈັນ,  ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າເປັນຄະນະ.

ในภาพอาจจะมี หนึ่งคนขึ้นไป, ท้องฟ้า, พื้นหญ้า, ธรรมชาติ และสถานที่กลางแจ้ง

 

ມອບໃຫ້ຫົວໜ້າເປັນເຈົ້າການສົມທົບກັບ ພາກສ່ວນກ່ຽວຂ້ອງ ຮ່າງຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບດັ່ງກ່າວ ເພື່ອໃຫ້ສາມາດເຄື່ອນໄຫວ, ຊຸກຍູ້ສົ່ງເສີມສິນຄ້າພາຍໃນ ແລະ ຄຸ້ມຄອງການນຳເຂົ້າສິນຄ້າຢ່າງຮັດກຸມ ແລະ ມີປະສິດທິພາບສູງ.

 

ในภาพอาจจะมี ตาราง และอาหาร

 

ໃຫ້ຄະນະສະເພາະກິດດັ່ງກ່າວ ຮີບຮ້ອນຄົ້ນຄວ້າ ບັນດານະໂຍບາຍ, ກົນໄກການຜະລິດ ເພື່ອສົ່ງເສີມການຜະລິດເປັນສິນຄ້າ ຂອງແຕ່ລະປະເພດສິນຄ້າເປັນທ່າແຮງພາຍໃນປະເທດ ແລະ ມາດຕະການໃນການຈັດຕັ້ງປະຕິບັດໃຫ້ກະທັດຮັດ, ມີປະສິດທິຜົນ ແລ້ວນຳມາລາຍງານຕໍ່ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ເພື່ອພິຈາລະນາໃນເດືອນ ສິງຫາ 2019.