ນາງ ສຸກດາວັນ ສີລີວາດ ຜູ້ເຂົ້າປະກວດ ມິສ ຢູນິເວີຣສ ລາວ 2019

60

ກອງປະກວດ ມິສ ຢູນິເວີຣສ ລາວ 2019 ( Miss Universe Laos 2019 ) ໄດ້ປະກາດນາງສາວ 30 ນ້ອງ ທີ່ຈະຜ່ານເຂົ້າສູ່ການປະກວດຮອບສຸດທ້າຍເປັນທີ່ຮຽບຮ້ອຍໃນທ້າຍອາທິດຜ່ານມາ .

ມື້ນີ້ທີມໜັງສືພິມເສດຖະກິດ – ການຄ້າ ຈະພາມາຮູ້ຈັກກັບໝາຍເລກ 6 ນ້ອງ ສຸກດາວັນ ສີລີວາດ.

ນາງ ສຸກດາວັນ ສີລີວາດ ຫຼື ຜິງ ອາຍຸ 26 ປີ ສັດສ່ວນ 34 – 24 – 35 ສູງ 168 ຊັງຕີແມັດ ໃຫ້ສໍາພາດວ່າ: ສາເຫດທີ່ມາປະກວດເວທີ Miss Universe Laos 2019 ເພາະເວທີນີ້ເປີດໂອກາດໃຫ້ຄົນໃໝ່ໆທີ່ມີຄວາມຕັ້ງໃຈ, ຄວາມພະຍາຍາມ ແລະ ຄວາມງາມ. ນອກນີ້, ຍັງເປັນເວທີທີ່ສອນໃຫ້ນ້ອງໄດ້ຫຼາຍຢ່າງ ບໍ່ພຽງແຕ່ການປ່ຽນບຸກຄະລິກທີ່ມີຄວາມເປັນແມ່ຍິງລາວ ລວມທັງສອນດ້ານຄວາມຄິດ, ທັດສະນະຄະຕິ ແລະ ຄວາມໝັ້ນໃຈໃນຕົນເອງ ເຊິ່ງສາມາດນຳໄປໃຊ້ໃນການເຮັດວຽກ ຫຼື ການຢູ່ໃນສັງຄົມ.

ນ້ອງເອງຮູ້ສຶກດີໃຈຫຼາຍທີ່ໄດ້ເຂົ້າຮອບຄັດເລືອກ 30 ຄົນ ເພາະຜ່ານມາບໍ່ເຄີຍມີປະສົບການມາກ່ອນ ແລະ ໄດ້ກຽມພ້ອມຫຼາຍຢ່າງກ່ອນຮອດມື້ຊີງຊະນະເລີດ ບໍ່ວ່າຈະເປັນການອອກກຳລັງກາຍຟິດຮູບຮ່າງ, ການຊ້ອມຍ່າງເທິງເວທີດ້ວຍເກີບສົ້ນສູງໃຫ້ມີຄວາມຄ່ອງແຄ້ວສະຫງ່າງາມ, ຝຶກການເວົ້າ ແລະ ຕອບຄຳຖາມ, ຝຶກໄຫວພິບລວມທັງການຟັງທຳເພື່ອໃຫ້ເປັນຄົນຄິດບວກຍິ່ງຂຶ້ນນໍາ.

ສໍາລັບຈຸດເດັ່ນຂອງນ້ອງທີ່ເຮັດໃຫ້ເຂົ້າຮອບ 30 ຄົນ ຄື: ນ້ອງເປັນຄົນມີ ຄວາມພະຍາຍາມ, ເຊື່ອໝັ້ນໃນຕົວເອງ, ຕອບຄຳຖາມຢ່າງຈິງໃຈ ແລະ ເປັນຕົວຂອງຕົວເອງໃນເວລາຄັດເລືອກ. ສ່ວນປະສົບການທີ່ຈະໄດ້ຮຽນຮູ້ຈາກເວທີນີ້ ຫຼັກໆຄືການຢູ່ຮ່ວມກັນຂອງບັນດາຜູ້ເຂົ້າຮອບ, ຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມທັງຢືນເທິງເວທີດ້ວຍຄວາມມິດຕະພາບ. ນອກນີ້, ຍັງໄດ້ປ່ຽນບຸກຄະລິກກະພາບໃຫ້ມີຄວາມອ່ອນນ້ອມ, ການຍ່າງ, ການວາງຕົວໃນແບບແມ່ຍິງລາວ, ໄດ້ຮຽນການສະແດງຈາກສິລະປິນທີ່ມີຊື່ສຽງຈາກປະເທດເພື່ອນບ້ານ, ວິທີສ້າງ ຄວາມໝັ້ນໃຈ, ການຄິດບວກ ແລະ ອີກຫຼາຍໆຢ່າງທີ່ເວທີ miss universe laos 2019 ໄດ້ມອບໂອກາດໃຫ້.

ສາມາດຕິດຕາມ, ຮ່ວມເຊຍ, ເປັນກຳລັງໃຈໃຫ້ນ້ອງ ແລະ ໝູ່ເພື່ອນນາງສາວລາວທີ່ມີຄວາມກ້າ, ຄວາມສາມາດ ແລະ ຄວາມງາມທີ່ເປັນເອກະລັກຂອງໃຜລາວໄດ້ ຜ່ານຊ່ອງທາງແຟນເພຈ໌: Miss Universe Laos 2019 ມີສຢູນີເວີຣສ ລາວ ໄດ້ເລີຍ.

[ ຂ່າວ: ນຸ້ມນິ້ມ; ຮູບ: ສຸກດາວັນ ສີລີວາດ ]