ວິທີຊ່ວຍໃຫ້ຜິວຂາວໃສແບບທຳມະຊາດ

404

ເຊື່ອວ່າໃຜຫຼາຍໆຄົນກໍປາຖະໜາຢາກຈະໄດ້ຜິວຂາວໃສ ແຕ່ບໍ່ຮູ້ຈະເຮັດແນວໃດ ເພາະບໍ່ຢາກໃຊ້ຜະລິດຕະພັນອາຫານເສີມ ຫຼື ໃຊ້ຄຣີມທາລອກຜິວ ເຊິ່ງອາດຈະເປັນອັນຕະລາຍຕໍ່ສຸຂະພາບ ແລະ ຜິວໜັງ ຫຼື ອາດເກີດອາການພູມແພ້ໄດ້. ດັ່ງນັ້ນ, ທົດລອງນຳເອົາວິທີທີ່ເຮັດໃຫ້ຜິວຂາວໃສແບບທຳມະຊາດໄປລອງໃຊ້ກັນເບິ່ງ ໂດຍບໍ່ຕ້ອງຢ້ານຜົນຂ້າງຄຽງທີ່ຈະໄດ້ຮັບນຳອີກ.

ສູດຜິວຂາວຈາກໂຢເກິດ ແລະ ນ້ຳໝາກນາວ.

ເອົານ້ຳໝາກນາວມາປະສົມກັບໂຢເກິດ ແລ້ວນຳໄປທາຜິວປະໄວ້ປະມານ 20 ນາທີ ແລ້ວລ້າງອອກ ເຊິ່ງໝາກນາວຈະຊ່ວຍຂັດເຊວຜິວເກົ່າ ແລະ ເຜີຍຜິວໃໝ່ທີ່ຂາວສົດໃສກວ່າເກົ່າ ສ່ວນໂຢເກິດຈະຊ່ວຍຫຼຸດອາການລະຄາຍເຄືອງຂອງຜິວໜັງ.

ສູດຜິວຂາວຈາກໝາກກ້ວຍຫອມ ແລະ ນົມສົດ.

ເອົາໝາກກ້ວຍຫອມ ແລະ ນົມສົດມາບົດປະສົມກັນແລ້ວນຳໄປພອກຜິວໃນບໍລິເວນທີ່ຕ້ອງການ ຫຼື ບໍລິເວນທີ່ເປັນຮອຍດ່າງດຳ ເຊິ່ງກ້ວຍຫອມ ແລະ ນົມສົດຈະເຮັດໃຫ້ຜິວຂາວນຽນນຸ້ມ.

ສູດຜິວຂາວຈາກໝາກຫຸ່ງສຸກ ແລະ ນົມສົດ.

ເອົາໝາກຫຸ່ງສຸກ ແລະ ນົມສົດມາບົດປະສົມກັນແລ້ວນຳໄປພອກໜ້າ ຫຼື ຜິວໜັງປະໄວ້ປະມານ 20 ນາທີ ແລ້ວລ້າງອອກ ສູດນີ້ຈະຄ້າຍໆກັບສູດກ້ວຍຫອມ ແລະ ນົມສົດ.

ສູດຜິວຂາວຈາກນ້ຳເຜິ້ງ ແລະ ໂຢເກິດ.

ເອົານໍ້າເຜິ້ງປະສົມກັບໂຢເກິດຄົນໃຫ້ເຂົ້າກັນແລ້ວນຳໄປພອກໃບໜ້າ ຫຼື ຜິວປະມານ 30 ນາທີ ແລະ ລ້າງອອກດ້ວຍນ້ຳສະອາດໂຢເກິດຈະຊ່ວຍໃຫ້ຜິວຂາວ ແລະ ນຸ້ມຂຶ້ນ.

ສູດຜິວຂາວຈາກນ້ຳມັນໝາກພ້າວ.

ໂດຍນຳນ້ຳມັນໝາກພ້າວມາທາຜິວແບບບໍ່ຕ້ອງປະສົມຫຍັງ ເຊິ່ງເປັນສູດບູຮານທີ່ໃຊ້ໄດ້ຜົນດີຕະຫຼອດການ ແລະ ນ້ຳມັນໝາກພ້າວກໍຍັງຊ່ວຍເຮັດໃຫ້ຜິວຂາວນຸ້ມຊຸ່ມຊື່ນນຳ.

ສຳລັບໃຜທີ່ຢາກຜິວຂາວກໍທົດລອງນຳວິທີຈາກທຳມະຊາດເຫຼົ່ານີ້ໄປໃຊ້ກັນເບິ່ງ ເພາະໄດ້ທັງສຸຂະພາບຜິວທີ່ດີຂຶ້ນ ແລະ ໝັ້ນໃຈວ່າປອດໄພແນ່ນອນ.

ຂໍ້ມູນຈາກ: kapok.com

[ ຮຽບຮຽງ: ນຸ້ມນິ້ມ ]