ວິທີເກັບມ້ຽນໝາກນາວໃຫ້ສົດໃໝ່ຕະຫຼອດ ຄືກັນກັບຊື້ໃໝ່

113

ໝາກນາວ ເປັນວັດຖຸດິບທີ່ຖືກນຳມາໃຊ້ປະກອບອາຫານໄດ້ຫຼາຍຢ່າງ ເຊື່ອວ່າຫຼາຍຄົວເຮືອນຕ້ອງມີໝາກນາວປະຈຳຕູ້ເຢັນແນ່ນອນ ເພາະລົດຊາດຄວາມສົ້ມເປັນເອກະລັກສະເພາະຕົວ ແລະ ຄວາມຫອມຂອງມັນເພີ່ມໃຫ້ອາຫານປະເພດນັ້ນໜ້າຮັບປະທານຍິ່ງຂຶ້ນ. ແຕ່ໃນໄລຍະທີ່ໝາກນາວມີລາຄາແພງ ກໍ່ສ້າງຄວາມໜັກໃຈກັບແມ່ບ້ານແມ່ເຮືອນແມ່ນບໍ? ເມື່ອຕອນໝາກນາວລາຄາຖືກພັດມີລົ້ນຕະຫຼາດ ແລະ ໄລຍະນີ້ເອງແມ່ບ້ານແມ່ເຮືອນທັງຫຼາຍຕ້ອງມາເກັບໄວ້ ເພື່ອປ້ອງກັນບໍ່ຢາກຊື້ໝາກນາວແພງ, ເວົ້າແບບນີ້ຫຼາຍຄົນຄົງຢາກຈະຮູ້ວ່າ ເມື່ອຊື້ມາແລ້ວ ຈະເຮັດແນວໃດບໍ່ໃຫ້ໝາກນາວຫ່ຽວແຫ້ງ ຕາມການເວລາຂອງມັນ. ເຊິ່ງມື້ນີ້ ແອັດມິນ ຈະນຳເຄັດລັບດີໆ ໃນການເກັບມ້ຽນໝາກນາວໃຫ້ສົດໃໝ່ຄືກັນກັບເກັບມາແຕ່ຕົ້ນກັນເລີຍ!!

 

 

ແຊ່ແຂງ: ໃນຮອບປີໜຶ່ງ ມັກຈະມີໄລຍະທີ່ໝາກນາວຖືກຈົນລົ້ນຕະຫຼາດ ແລະ ຊ່ວງນັ້ນແລະ    ເໝາະສົມຊື້ໝາກນາວ ມາບີບເອົາແຕ່ນໍ້າແລ້ວແຊ່ໃສ່ຊ່ອງນໍ້າແຂງ (ແຊ່ຊ່ອງຟິດໄວ້) ໃນຕູ້ເຢັນ ເວລາຈະອອກມານຳໃຊ້ ພຽງແຕ່ເອົາມາຕັ້ງໄວ້ທີ່ອຸນຫະພູມທຳມະດາ ຫຼັງຈາກນັ້ນກໍ່ນຳມາໃຊ້ໄດ້ປົກກະຕິ ແລະ ລົດຊາດ ຄືເກົ່າ.

 

 

ນໍ້າມັນພືດ: ໃຊ້ນໍາມັນພືດທາເຄືອບບໍລິເວນເປືອກໝາກນາວໃຫ້ທົ່ວ ແລ້ວໃສ່ຖົງຢາງມັດໃຫ້ແໜ້ນ ກໍ່ຈະຊ່ວຍຢືດອາຍຸໝາກນາວໄດ້ຫຼາຍອາທິດເລີຍ ໂດຍບໍ່ເຮັດໃຫ້ເປືອກໝາກນາວແຫ້ງກະແດ້ງ.

 

 

ແຊ່ນໍ້າ: ນໍາໝາກນາວ ໄປລ້າງນໍ້າໃຫ້ສະອາດ ຈາກນັ້ນ, ໃສ່ໄວ້ໃນໂຖໃຫຍ່ ແລ້ວຖອກນໍ້າລົງໄປໃຫ້ຖ້ວມ ຫຼັງຈາກນັ້ນ ໃຫ້ໜັ່ນປ່ຽນນໍ້າທຸກມື້ ເພື່ອໃຫ້ມາກນາວຢູ່ໄດ້ດົນຂຶ້ນ.

 ຝັງຊາຍ: ນໍາໝາກນາວໄປຝັງຊາຍ ເລິກປະມານ 1 ນິ້ວ ຈາກນັ້ນຫົດນໍ້າໃຫ້ສະອາດໃຫ້ພໍໝາດ ຮັບຮອງວ່າວິທີນີ້ເກັບໄວ້ດົນເຖິງ 3 ເດືອນ.

 

 

ເຈ້ຍຫໍ່: ນໍາເອົາເຈ້ຍສີຂາວ ບໍ່ມີຕົວໜັງສື ຫຼື ມຶກ, ຈາກນັ້ນ ຈີກອອກໃຫ້ມີຂະໜາດໃຫຍ່ກວ່າໜ່ວຍໝາກນາວ ແລ້ວຫໍ່ໃຫ້ແໜ້ນ ໃສ່ຖົງຢາງແລ້ວມັດໃຫ້ແໜ້ນ. ຈາກນັ້ນ ນຳໄປແຊ່ຕູ້ເຢັນໃນຊ່ອງທຳມະດາ ວິທີ່ນີ້ສາມາດເກັບໄດ້ດົນຫຼາຍເດືອນ.

     ໃຊ້ຖົງຢາງແພັກອາຫານ: ນໍາໝາກນາວລຽນເປັນແແຖວ ແລ້ວໃຊ້ຖົງຢາງແພັກອາຫານ ຄ່ອຍໆພັນໜ່ວຍໝາກນາວໃຫ້ແໜ້ນ ແລ້ວເອົາໄວ້ໃນຕູ້ເຢັນຊ່ອງທຳມະດາ ວິທີນີ້ຈະຊ່ວຍເກັບມ້ຽນໝາກນາວໄດ້ເຖິງ 5-6 ເດືອນ.