ຫ້ອງການຕໍາຫຼວດ ປກສ ແຂວງໄຊຍະບູລີ ປະກາດການຈັດຕັ້ງ

150

ໃນທ້າຍເດືອນກໍລະກົດ 2019 ຜ່ານມານີ້, ຫ້ອງການຕໍາຫຼວດ ປກສ ແຂວງ ໄຊຍະບູລີ ໄດ້ຈັດພິທີປະກາດການຈັດຕັ້ງທີ່ຫ້ອງປະຊຸມກອງບັນຊາການ ປກສ ແຂວງ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພັນໂທ ສົມເພັດ ປັນແກ້ວ ຮອງຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ມີບັນດາຫົວໜ້າຫ້ອງ, ຮອງຫ້ອງ, ຫົວໜ້າພະແນກ – ຮອງພະແນກ, ແຂກຖືກເຊີນ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ໃນພິທີ ທ່ານ ພັນຕີ ແສນໄຊ ພົນອາສາ ຮອງຫົວໜ້າຫ້ອງການເມືອງ ປກສ     ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1236 ແລະ 1237/ປກສ ລົງວັນທີ 24 ມິຖຸນາ 2019 ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງນາຍຕໍາຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງໄຊຍະບູລີ. ໃນນີ້, ໄດ້ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ພັນໂທ ບຸນມີ ພິມພາ ອະດີດຮອງຫ້ອງການຕໍາຫຼວດ ປກສ ແຂວງໄຊຍະບູລີ ໄປຮັບໜ້າທີ່ໃໝ່ເປັນຮອງກອງບັນຊາການ ປກສ ເມືອງພຽງ.

ໂອກາດດັ່ງກ່າວ ທ່ານ ພັນໂທ ສົມເພັດ ປັນແກ້ວ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍບັນດາຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະຫ້ອງ ແລະ ຜູ້ທີ່ຖືກຍົກຍ້າຍ ແຕ່ງຕັ້ງໄປຮັບໜ້າທີ່ຢູ່ບ່ອນໃໝ່ ຈົ່ງພ້ອມກັນເອົາໃຈໃສ່ສຶກສາອົບຮົມການເມືອງ – ແນວຄິດໃຫ້ພະນັກງານນັກຮົບຢ່າງຕໍ່ເນື່ອງ ແລະ ເພີ່ມທະວີການຊີ້ນໍາ – ນໍາພາຕໍ່ໜ້າທີ່ວຽກງານທີ່ຢູ່ໃນຂົງເຂດຕົນເອງຮັບຜິດຊອບໃຫ້ໄດ້ຕາມລະດັບຄາດໝາຍ ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີຂອງອ້າຍນ້ອງໃຫ້ເປັນປຶກແຜ່ນແໜ້ນໜາ ເພື່ອພ້ອມກັນປະຕິບັດໜ້າທີ່ອັນມີກຽດສະຫງ່າທີ່ໄດ້ຮັບການມອບໝາຍໃຫ້ສໍາເລັດໃນທຸກດ້ານ.

[ ຂ່າວ: ແສງທອງ ທອງສະໄໝ ]