ຮ່ວມພະລັງສາມັກຄີ ຊ່ວຍເຫຼືອຜູ້ປະສົບໄພຊາວເມືອງວຽງໄຊ

78

ໂດຍອີງໃສ່ສະພາບຕົວຈິງທີ່ປະຊາຊົນເມືອງວຽງໄຊ ແຂວງ ຫົວພັນ ຈຳນວນ 18 ບ້ານທີ່ໄດ້ຮັບຜົນກະທົບອັນໜັກໜ່ວງ ຈາກພາຍຸວິພາໃນລະຫວ່າງ 3-5 ສິງຫາ 2019 ແລະ ອີງຕາມ ການລາຍງານຂອງແຕ່ລະທ້ອງຖິ່ນໃນເບື້ອງຕົ້ນໄດ້ແຈ້ງໃຫ້ຮູ້ວ່າ: ພາຍຸວິພາຄັ້ງວັນທີ 3-5 ສິງຫາ 2019 ໄດ້ສ້າງຄວາມເສຍຫາຍພໍສົມຄວນຕໍ່ປະຊາຊົນ 18 ບ້ານຄື: ບ້ານຄຳນາງ, ນາຮາມ, ຫີນດຳ, ນາໝັ້ນ, ນາເຮືອ, ຟ້ອງງາ, ຟ້ອງຊ້າງ, ພູນກາງ, ພູນເກົ່າ, ພູນໃໝ່, ບ້ານຊຽງ, ບ້ານເດີຍ, ບ້ານງິ້ວ, ພຽງໄຄ້, ນາລວງ, ນາເມືອງ, ຊຽງລວງ ແລະ ນາມ່ອນ ເຊິ່ງໄດ້ຮັບຜົນເສຍຫາຍມີຈຳນວນດັ່ງນີ້:

ມີຄົນສູນຫາຍຢູ່ບ້ານຫິນດຳ ຈຳນວນ 7 ຄົນ; ມີເຮືອນທີ່ຢູ່ອາໄສຖືກເສຍຫາຍທັງໝົດ ຈຳນວນ 5 ຫຼັງ; ສຸກສາລາຖືກເປ່ເພ 1 ແຫ່ງ; ເນື້ອທີ່ນາຖືກເສຍຫາຍປະມານ 60 ເຮັກຕາ; ໜອງປາຖືກເສຍຫາຍ 140 ໜອງ; ໄຮ່ເຂົ້າຖືກເສຍຫາຍ 15 ເຮັກຕາ; ສັດລ້ຽງຖືກເສຍຫາຍຈໍານວນຫຼາຍ. ນອກນັ້ນ, ຍັງມີບັນດາເສັ້ນທາງ, ຊົນລະປະທານ ຕະຫຼອດໄຟຟ້າ, ສັນຍານໂທລະສັບ ແລະ ລະບົບນໍ້າລິນຖືກເປ່ເພເສຍຫາຍຢ່າງໜັກໜ່ວງ.

ດັ່ງນັ້ນ, ເຈົ້າເມືອງ ເມືອງວຽງໄຊ ຈຶ່ງຂໍແຈ້ງມາຍັງທ່ານ ໃຫ້ການປະກອບສ່ວນທາງດ້ານວັດຖຸ, ເງິນ, ປັດໃຈຕ່າງໆ (ຕາມນໍ້າໃຈສັດທາຂອງບັນດາທ່ານ) ເພື່ອເອົາໄປຊ່ວຍບັນດາຄອບຄົວທີ່ໄດ້ຮັບຜົນກະທົບ ຈາກພາຍຸດັ່ງທີ່ກ່າວມາຂ້າງເທິງນັ້ນ. ພາຍຫຼັງທີ່ແຕ່ລະພາກສ່ວນທ້ອນໂຮມໄດ້ແລ້ວກະລຸນາສົ່ງ ຫ້ອງການເມືອງວຽງໄຊ ໂທ: 064 315 018 (ເບີໂທ 020 555 64 600 ທ່ານນາງ ສຸດພາວັນ ຈັນມະນີ ວິຊາການ-ການເງິນ ຫ້ອງວ່າການ ເມືອງ ວຽງໄຊ) ຫຼື ໂອນເຂົ້າບັນຊີທະນາຄານພັດທະນາລາວສາຂາ ເມືອງວຽງໄຊ ອອກຊື່ ຫ້ອງວ່າການເມືອງ ວຽງໄຊ ໝາຍເລກບັນຊີ 0300800410017017 ບັນຊີທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ອອກຊື່ ທ້າວ ພັນມີໄຊ ຄາທຽນໄຊ ໝາຍເລກບັນຊີ 172-12-00-00606112-001 ນັບແຕ່ມື້ແຈ້ງການສະບັບນີ້ ຈົນຮອດວັນທີ 30 ສິງຫາ 2019 ຈາກນັ້ນ, ຫ້ອງວ່າການ ເມືອງວຽງໄຊ ຈະໄດ້ສັງລວມເພື່ອຈັດສົ່ງຊ່ວຍເຫຼືອ ປະຊາຊົນຜູ້ປະສົບໄພທັນຕາມກຳນົດເວລາ.