ເສດຖະກິດໂລກເສື່ອມໂຊມ ຢຸດໃຊ້ພາສີເປັນເຄື່ອງມືທາງການຄ້າ

49

ເສດຖະກິດໂລກເສື່ອມໂຊມນັບປີມາແລ້ວຈາກບັນຫາຊໍ້າເຮື້ອເລື່ອງຂໍ້ພິພາດທາງການຄ້າລະຫວ່າງປະເທດຕ່າງໆ, ໄອເອັມເອັຟ ຊີ້ວ່າ: ຄວນສ້າງນະໂຍບາຍການຄ້າໃໝ່ເພື່ອຢຸດການໃຊ້ພາສີເປັນເຄື່ອງມືທາງການຄ້າ ພ້ອມທັງຫັນໜ້າສ້າງຄວາມຮ່ວມມືລະດັບພະຫຸພາຄີ ຄຽງຄູ່ການສ້າງເສດຖະກິດຈະຫຍາຍຕົວຈາກພາຍໃນປະເທດນັ້ນໆ.

ບົດລາຍງານເສດຖະກິດໂລກສະບັບຫຼ້າສຸດຂອງກອງທຶນການເງິນສາກົນ ຫຼື ໄອເອັມເອັຟ ທີ່ອອກມາເມື່ອທ້າຍເດືອນກໍລະກົດທີ່ຜ່ານມານັ້ນ, ນັກເສດຖະສາດຄາດຄະເນວ່າ: ຕົວເລກການຂະຫຍາຍຕົວຂອງ ຈີດີພີ ໂລກໃນປີນີ້ໄວ້ທີ່ 3,2% ຂະນະທີ່ຕົວເລກຂອງປີ 2020 ຢູ່ທີ່ 3,5% ເຊິ່ງເປັນການປັບຕົວເລກປະເມີນຈາກເດືອນເມສາ ລົງມາ 0,1% ໃນທັງສອງປີ.

ຜົນປະໂຫຍດທີ່ຕົກລົງກັນບໍ່ໄດ້ໃນລະດັບທະວິພາຄີ ຫຼື 2 ປະເທດເປັນຕົວການສໍາຄັນທີ່ເຮັດໃຫ້ເສດຖະກິດໂລກເສື່ອມໂຊມ ແລະ ຂະຫຍາຍຕົວບໍ່ໄດ້, ທັງໃນກຸ່ມປະເທດພັດທະນາແລ້ວ ແລະ ໃນກຸ່ມປະເທດກໍາລັງພັດທະນາ ຕະຫຼອດຮອດໃນກຸ່ມປະເທດຈະເລີນໃໝ່, ຄວາມຂັດແຍ່ງເລື່ອງຜົນປະໂຫຍດລະຫວ່າງ 2 ຝ່າຍ ສະແດງໃຫ້ເຫັນເຖິງເລື່ອງຂໍ້ພິພາດທາງການຄ້າທີ່ຍືດເຍື້ອຍາວນານ ເຊັ່ນ: ບັນຫາ ຄວາມເຄັ່ງຕຶງທາງການຄ້າລະຫວ່າງ ອາເມຣິກາ ກັບ ຈີນ, ພາວະບໍ່ມີທາງອອກຂອງບັນຫາຈາກການທີ່ອັງກິດ ຕ້ອງການແຍກຈາກສະຫະພາບເອີຣົບ ຫຼື ອີຢູ ແລະ ເລື່ອງເຂດການຄ້າເສລີທີ່ກວມເອົາ 3 ປະເທດ ປະກອບມີ: ການາດາ, ເມັກຊິກໂກ ແລະ ອາເມຣິກາ.

ເມື່ອໂລກກໍາລັງຢູ່ໃນສະພາວະກືນບໍ່ເຂົ້າຄາຍບໍ່ອອກ ຂອງບັນດາປະເທດມະຫາອໍານາດທາງເສດຖະກິດ ລະດັບຄວາມບໍ່ແນ່ນອນຈຶ່ງເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ສົ່ງຜົນກະທົບໂດຍກົງຕໍ່ຄວາມເຊື່ອໝັ້ນຂອງນັກລົງທຶນທົ່ວໂລກ.

ເຖິງວ່າບາງໄລຍະເວລາຈະມີຂ່າວດີອອກມາແດ່ ເຊັ່ນ: ການໂຈະບັນຫາຊົ່ວຄາວຂອງອາເມຣິກາ ແລະ ຈີນ, ແຕ່ການກັບຄໍາໄປ – ມາຂອງ ທ່ານ ໂດນັນ ທຣໍາ ປະທານາທິບໍດີອາເມຣິກາ ຫຼື ການພ້ອມໂຕ້ຕອບກັບດ້ວຍນະໂຍບາຍພາສີ ຫຼື ການໂຈມຕີບໍລິສັດໂທລະຄົມມະນາຄົມຂອງແຕ່ລະປະເທດ ກໍເຮັດໃຫ້ນັກລົງທຶນໝົດຄວາມເຊື່ອໝັ້ນວ່າສະຖານະການເສດຖະກິດ ແລະ ສິ່ງທີ່ກ່ຽວຂ້ອງກັນຈະດີຂຶ້ນໄດ້ແທ້ ຫາກທັງສອງປະເທດຍັງບໍ່ແກ້ໄຂບັນຫາຂໍ້ພິພາດທາງການຄ້າໃນຄັ້ງນີ້ໄດ້ຢ່າງຖາວອນ.

ສໍາລັບຕົວເລກຄາດຄະເນການຂະຫຍາຍຕົວທາງເສດຖະກິດຂອງປະເທດພັດທະນາແລ້ວ ໂດຍພາບລວມໃນປີ 2019 ຢູ່ທີ່ 1,9% ຂະນະທີ່ຕົວເລກໃນປີ 2020 ມີທ່າອ່ຽງຫຼຸດລົງມາຢູ່ທີ່ 1,7%.

ຫາກແຍກເປັນແຕ່ລະເທດອາເມຣິກາ ມີອັດຕາສ່ວນການຂະຫຍາຍຕົວທາງເສດຖະກິດໃນໄຕມາດ 1 ຂອງປີນີ້ໄດ້ດີກວ່າທີ່ນັກເສດຖະສາດຄາດຄະເນໄວ້ກ່ອນໜ້ານີ້ ເຮັດໃຫ້ຕົວເລກຄາດຄະເນ ຈີດີພີ ໝົດປີປັບຂຶ້ນມາຢູ່ທີ່ 2,6% ຫຼາຍກວ່າການຄາດຄະເນກ່ອນໜ້ານີ້ໃນເດືອນເມສາທີ່ຜ່ານມາ 0,3%, ຂະນະທີ່ຕົວເລກ ຈີດີພີ ໃນປີ 2020 ຢູ່ທີ່ 1,9% ເນື່ອງຈາກນະໂຍບາຍຊຸກຍູ້ເສດຖະກິດຕ່າງໆຂອງລັດຖະບານຈະຜ່ອນລົງ ອີກທັງອາເມຣິກາ ຍັງຕ້ອງຜະເຊີນກັບສະຖານະການອຸປະສົງພາຍໃນປະເທດ ແລະ ການນໍາເຂົ້າຕົກຕໍ່າລົງ ເຊິ່ງເປັນຜົນກະທົບຈາກນະໂຍບາຍຂຶ້ນພາສີສິນຄ້າຕ່າງໆ.

ດ້ານເອີຣົບ ຕົວເລກ ຈີດີພີ ຄາດຄະເນຢູ່ທີ່ 1,3% ໃນປີ 2019 ແລະ ຈະເພີ່ມຂຶ້ນໜ້ອຍໜຶ່ງໃນປີ 2020 ໄປຢູ່ທີ່ 1,6% ເຊິ່ງຕົວເລກດັ່ງກ່າວເປັນການປັບຕົວເພີ່ມຂຶ້ນຈາກການຄາດຄະເນຄັ້ງກ່ອນ 0,1% ເນື່ອງຈາກອຸປະສົງພາຍນອກປັບຕົວດີຂຶ້ນ ຕະຫຼອດຮອດປັດໄຈຊົ່ວຄາວຕ່າງໆປັບຕົວດີຂຶ້ນ ທັງການຈົດທະບຽນລົດໃນເຢຍລະມັນ ແລະ ການປະທ້ວງໃນຝຣັ່ງ.

ສ່ວນອັງກິດ ມີທ່າອ່ຽງ ຈີດີພີ ປັບຕົວດີຂຶ້ນ 0,1% ທັງໃນປີ 2019 ແລະ 2020 ຢູ່ທີ່ 1,3% ແລະ 1,4% ຕາມລໍາດັບເນື່ອງຈາກເສດຖະກິດໃນໄຕມາດ 1 ຂອງປີນີ້ ຍັງຢູ່ໃນກົດເກນທີ່ດີກວ່າທີ່ນັກເສດຖະສາດຄາດຄະເນໄວ້.

ຢ່າງໃດກໍຕາມ, ຄວາມບໍ່ແນ່ນອນຈາກກໍລະນີອັງກິດ ຖອນຕົວອອກຈາກອີຢູ ຍັງຄົງເປັນຕົວແປສໍາຄັນກະທົບກັບ ຈີດີພີ ຂອງ ອັງກິດ ໄດ້ຕະຫຼອດເວລາ.

ຂະນະທີ່ຕົວເລກການຂະຫຍາຍຕົວທາງເສດຖະກິດຂອງກຸ່ມປະເທດກໍາລັງພັດທະນາ ແລະ ກຸ່ມປະເທດຕະຫຼາດຈະເລີນໃໝ່ ໂດຍລວມໃນປີນີ້ຢູ່ທີ່ 4,7% ແລະ 4,1% ໃນປີ 2020 ເຊິ່ງເປັນຕົວເລກທີ່ຕໍ່າກວ່າການຄາດຄະເນເກົ່າໃນເດືືອນເມສາ 0,3% ແລະ 0,1% ຕາມລໍາດັບ.

ໃນອາຊີຄາດຄະເນວ່າ: ໃນປີນີ້ ຈີດີພີ ຢູ່ທີ່ 6,2% ແລະ ປີໜ້າ 6% ເຊິ່ງເປັນຕົວເລກທີ່ຫຼຸດລົງ 0,1% ຈາກການຄາດຄະເນກ່ອນໜ້ານີ້ ໂດຍປັດໄຈຫຼັກມາຈາກບັນຫາຄວາມເຄັ່ງຕຶງທາງການຄ້າ ແລະ ອຸປະສົງພາຍນອກທີ່ອ່ອນແອລົງ ສົ່ງຜົນກະທົບກັບສະພາວະເສດຖະກິດທີ່ຢູ່ໃນໄລຍະງຽບເຫງົາບໍ່ຄຶກຄັກຄືແຕ່ກ່ອນ.