ໄຕ໋ບ້ານ production ໄດ້ຮັບລາງວັນ ສຸວັນນະກາຍດີເດັ່ນ

49

ທີມງານ ໄຕ໋ບ້ານ production ຖືເປັນຄວາມພາກພູມໃຈໃຫ້ກັບປະເທດລາວ ເຊິ່ງເປັນກຸ່ມໄວໜຸ່ມລາວທີ່ລວມຕົວກັສະແດງຄວາມສາມາດອອກມາໄດ້ໂດດເດັ່ນ ແລະ ແຕກຕ່າງ ຈົນໄດ້ຮັບລາງວັນສຸວັນນະກາຍ ສາຂາສື່ມວນຊົນສ້າງສັນດີເດັ່ນ ຈາກປະເທດໄທ ໃນວັນທີ 4 ສິງຫາ 2019 ໃນໂຄງການບຸກຄົນຕົ້ນແບບຄວາມດີ ແລະ ຄວາມສໍາເລັດ ແຫ່ງປະເທດໄທ ປະຈໍາປີ 2019.

ທ້າວ ອານຸລັກ ລໍມະນີຈັນ ອາຍຸ 23 ປີ ເປັນຜູ້ກໍາກັບ ແລະ ຜູ້ຂຽນບົດທີມງານ ໄຕ໋ບ້ານ production ໃຫ້ສໍາພາດວ່າ: ປັດຈຸບັນໄວໜຸ່ມລາວມີຄວາມສາມາດໃນຫຼາຍດ້ານທີ່ແຕກຕ່າງກັນ ໂດຍສະເພາະໃນຍຸກໂລກສື່ອອນລາຍທີ່ເຂົ້າມາມີອິດທິພົນ ພວກເຮົາທີມງານ ໄຕ໋ບ້ານ production ໄດ້ສ້າງຄລິບ ແລະ ຖ່າຍຮູບໃນແນວຄິດ ຄວາມບັນເທີງເພື່ອສ້າງຕົນເອງຂຶ້ນມາໃຫ້ເປັນທີ່ຮັບຮູ້ກັນທົ່ວສັງຄົມ. ທີມງານພວກເຮົາທັງໝົດມີກວ່າ 20 ຄົນ ເຊິ່ງໄດ້ຮ່ວມກັນສ້າງ ແລະ ຜະລິດຄລິບວິດີໂອຫຼາຍໆຮູບແບບນໍາກັນ ໂດຍທຸກຄົນລະດົມຄວາມຄິດ, ປະສົບການອ້ອມຂ້າງຖ່າຍທອດອອກມາເປັນເລື່ອງລາວຕ່າງໆດັ່ງທີ່ທຸກຄົນໄດ້ເຫັນທາງເພຈ໌ ແລະ ຢູທູບຂອງພວກເຮົາ ແລະ ພວກເຮົາພູມໃຈຫຼາຍທີ່ໄດ້ຮັບລາງວັນນີ້.

ຄຳວ່າ ໄຕ໋ບ້ານ ( ພາສາ ໄຕ໋ແດງ ) ເຊິ່ງແປວ່າ: “ ໄທບ້ານ ” ໃນພາສາກາງ ຍ້ອນຕົນເອງເປັນຄົນບ້ານນອກບ້ານນາຄົນໜຶ່ງທີ່ເປັນເຜົ່າ ໄຕ໋ແດງ ( ໄທແດງ ) ທີ່ມາສູ້ຊີວິດໃນເມືອງຫຼວງ ແຕ່ດ້ວຍຄວາມຮັກ ແລະ ຄິດຮອດບ້ານເກີດເມືອງນອນ ລວມທັງຢາກສື່ໃຫ້ເຫັນວ່ານີ້ຄືກຸ່ມເດັກນ້ອຍບ້ານນອກກຸ່ມໜຶ່ງເປັນຜູ້ສ້າງຂຶ້ນມາ ເພື່ອໃຫ້ທຸກຄົນໄດ້ຮັບຮູ້, ໄດ້ຮັບຊົມຜົນງານຂອງພວກເຮົາ, ໃຫ້ຮູ້ວ່າເຮົາກໍສາມາດເຮັດໄດ້ ແລະ ສ້າງຂຶ້ນດ້ວຍຄວາມຕັ້ງໃຈ ຈຶ່ງໄດ້ໃສ່ຊື່      ເພຈ໌ວ່າ: “ ໄຕ໋ບ້ານ Production ” ທີ່ສື່ໃຫ້ເຫັນຄວາມມັກຮັກໃນດ້ານການສະແດງ ແລະ ສ້າງຄວາມບັນເທີງ ເຊິ່ງຈາກຜົນງານທີ່ໄດ້ສ້າງມາກໍມີອຸປະສັກຫຼາຍໆຢ່າງ ແຕ່ທີ່ສຳຄັນທີ່ສຸດພວກເຮົາຕ້ອງມີຈຸດຢືນໃນສັງຄົມໃຫ້ໄດ້.

ລາງວັນນີ້ຈະກາຍເປັນສິ່ງຢັ້ງຢືນເຖິງ ຄວາມສຳເລັດອີກບາດກ້າວ ພ້ອມທັງເປັນແຮງກຳລັງໃຈໃຫ້ກັບທີມງານໃນການສ້າງສັນພັດທະນາຜົນງານແບບໃໝ່ອອກມາເລື້ອຍໆ, ເປັນລາງວັນທີ່ຊີ້ໃຫ້ພວກເຮົາເຫັນວ່າເຮົາຄວນເຮັດ ແລະ ພັດທະນາກ້າວຕໍ່ໄປ. ໃນອະນາຄົດທີມງານ ໄຕ໋ບ້ານ production ຈະພະຍາຍາມສ້າງສິ່ງແປກໃໝ່ຫຼາຍໆຮູບແບບທີ່ຄົນລາວບໍ່ຄ່ອຍໄດ້ເຫັນອອກສູ່ສາຍຕາມວນຊົນໃຫ້ຫຼາຍຂຶ້ນ ແລະ ສ່ວນທີ່ຜ່ານມາເປັນພຽງຄລິບສັ້ນໆຖືເປັນການທົດສອບຜົນງານຂອງທີມເທົ່ານັ້ນ.

ຄວາມຄາດຫວັງຈາກສັງຄົມ ພວກເຮົາກໍບໍ່ມີຫຍັງຫຼາຍນອກຈາກໃຫ້ຫຼາຍໆຄົນ ຫຼື ຫຼາຍໆພາກສ່ວນຊ່ວຍສະໜັບສະໜູນ ຊ່ວຍກັນປົວແປງສ້ອມແຊມ ແລະ ເຮັດໃຫ້ບ້ານເມືອງເຮົາພັດທະນາໄປເທື່ອລະກ້າວໃຫ້ທຽບເທົ່າບ້ານເມືອງອື່ນ. ສາມາດຕິດຕາມຂໍ້ມູນ – ຂ່າວສານ ແລະ ຄວາມບັນເທີງຂອງພວກເຮົາໄດ້ທີ່ເພຈ໌ເຟສບຸ໊ກ: ໄຕ໋ບ້ານ Production ຫຼື ຊ່ອງທາງຢູທູບ: Taiban Production.

[ ຂ່າວ: ນຸ້ມນິ້ມ; ຮູບ: ໄຕ໋ບ້ານ Production ]