ໄພແລ້ງເຮັດໃຫ້ ນວ ນໍາເຂົ້າຜັກເພື່ອດຸນດ່ຽງ

127

ປີນີ້ນະຄອນຫຼວງວຽງຈັນ ( ນວ ) ຕັ້ງເປົ້າຜະລິດພືດຜັກໃຫ້ໄດ້ໃນເນື້ອທີ່ 11.068 ເຮັກຕາ. ໃນນີ້, ການຜະລິດລະດູແລ້ງສາມາດປະຕິບັດໄດ້ 7.271 ເຮັກຕາ ລື່ນແຜນການ ເທົ່າກັບ 101,86%, ຂະນະທີ່ການຜະລິດລະດູຝົນມາຮອດປັດຈຸບັນສາມາດປະຕິບັດໄດ້ພຽງ 2.558 ເຮັກຕາ ເທົ່າກັບ 65,09% ຂອງແຜນການເນື່ອງຈາກໄພແລ້ງ.

ທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ຂຶ້ນລາຍງານກ່ຽວກັບການຜະລິດພືດຜັກລະດູຝົນຕໍ່ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນໂອກາດລົງເຄື່ອນໄຫວເຮັດວຽກຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວັນທີ 5 ສິງຫາ 2019 ໃຫ້ຮູ້ວ່າ: ນະຄອນຫຼວງວຽງຈັນ ໄດ້ກໍານົດເນື້ອທີ່ການຜະລິດພືດຜັກທັງໝົດ 11.068 ເຮັກຕາ ເພື່ອຮອງຮັບ ຄວາມຕ້ອງການຈໍານວນ 113.699 ໂຕນຕໍ່ປີ ແລະ ສະໜອງການບໍລິໂພກໃຫ້ໄດ້ 100 ກິໂລຕໍ່ຄົນຕໍ່ປີ. ເຖິງຢ່າງໃດກໍຕາມ, ໃນໄລຍະຜ່ານມາການຈັດຕັ້ງປະຕິບັດແຜນການດັ່ງກ່າວ ໂດຍສະເພາະແມ່ນການຜະລິດລະດູແລ້ງສາມາດປະຕິບັດໄດ້ 7.271 ເຮັກຕາ ເທົ່າກັບ 101,86% ຂອງແຜນການ 7.138 ເຮັກຕາ, ສ່ວນການຜະລິດລະດູຝົນ ປະຕິບັດໄດ້ 2.558 ເຮັກຕາ ເທົ່າກັບ 65,09% ຂອງແຜນການ 3.930 ເຮັກຕາ ເຊິ່ງການຜະລິດໃນລະດູນີ້ແມ່ນມີຄວາມຫຍຸ້ງຍາກຫຼາຍ ໂດຍສະເພາະແມ່ນໄພແຫ້ງແລ້ງເຮັດໃຫ້ຕ້ອງໄດ້ໃຊ້ເຕັກນິກ ແລະ ທຶນຮອນເຂົ້າໃນການຜະລິດຫຼາຍຂຶ້ນ ເປັນຕົ້ນແມ່ນ: ການສ້າງເຮືອນຮົ່ມ, ເຮືອນມຸງ. ທັງນີ້, ລະບົບການໃຫ້ນໍ້າກໍຜະລິດໄດ້ໜ້ອຍ, ຜັກບາງຊະນິດກໍປູກຍາກ ໄດ້ນໍາເຂົ້າຈາກຕ່າງແຂວງ ແລະ ຕ່າງປະເທດຈໍານວນໜຶ່ງ ເຊິ່ງບັນຫາເຫຼົ່ານີ້ສົ່ງຜົນໃຫ້ລາຄາພືດຜັກສູງຂຶ້ນຖ້າທຽບໃສ່ລະດູແລ້ງ.

ນອກຈາກນີ້, ກໍມີການປູກພືດຜັກ, ໝາກໄມ້ ຕາມມາດຕະຖານກະສິກໍາອິນຊີ ມີທັງໝົດ 17 ພາກສ່ວນ. ໃນນີ້, ເປັນກຸ່ມຜະລິດຂອງຊາວສວນ 11 ກຸ່ມ, 4 ບໍລິສັດ, 1 ກອງຜະລິດ ແລະ 1 ສູນມາດຕະຖານກະສິກໍາສະອາດ ລວມເນື້ອທີ່ທັງໝົດ 279 ເຮັກຕາ ມີ 238 ຄອບຄົວ, ປີຜ່ານມາສະໜອງຜົນຜະລິດໄດ້ 2.499 ໂຕນ ມູນຄ່າເຂົ້າຕະຫຼາດ 7 ຕື້ກີບ. ພ້ອມດຽວກັນນັ້ນ, ກໍມີການປູກພືດຜັກ – ໄມ້ໃຫ້ໝາກຕາມມາດຕະຖານກະສິກໍາທີ່ດີ ທັງໝົດ 21 ພາກສ່ວນ. ໃນນີ້, ເປັນກຸ່ມຜະລິດຊາວສວນ 14ກຸ່ມ, ຜູ້ປະກອບການ 6 ບໍລິສັດ ແລະ 1 ສູນມາດຕະຖານກະສິກໍາສະອາດ, ມີເນື້ອທີ່ທັງໝົດ 240 ເຮັກຕາ, ມີ 382 ຄອບຄົວ, ສະເພາະຢູ່ບ້ານຫາດກັນຊາ ເມືອງຫາດຊາຍຟອງ ມີທັງໝົດ 20 ຄອບຄົວ ເນື້ອທີີ່ 10,48 ເຮັກຕາ ເຊິ່ງຈາກການຈັດຕັ້ງປະຕິບັດຜ່ານມາ ການຜະລິດໃນລະບົບມາດຕະຖານກະສິກໍາສະອາດເປັນຕົ້ນ ກະສິກໍາອິນຊີ ແລະ ກະສິກໍາທີ່ດີ ຍັງມີຄວາມຫຍຸ້ງຍາກ ແລະ ບໍ່ທັນຂະຫຍາຍຕົວເທົ່າທີ່ຄວນ ເນື່ອງຈາກປະຊາຊົນຍັງບໍ່ທັນເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການປະຕິບັດມາດຕະຖານດັ່ງກ່າວ.

ແມ່ຄ້າຂາຍຜັກໃນຕະຫຼາດວິທະຍາເຂດດົງໂດກ ເມືອງໄຊທານີ ທ່ານ ນາງ ພອນມະນີ ໃຫ້ສໍາພາດແກ່ທີມຂ່າວພວກເຮົາວ່າ: ລາຄາຜັກໃນໄລຍະກ່ອນຝົນຕົກຄືກາງເດືອນກໍລະກົດ 2019 ລາຄາຜັກແພງຫຼາຍ ຕົວຢ່າງ: ຫອມບົ່ວ 150.000 – 300.000 ກີບຕໍ່ໝື່ນ, ຫອມປ້ອມ 150.000 – 400.000 ກີບຕໍ່ໝື່ນ, ແຕ່ໃນໄລຍະທີ່ເລີ່ມມີຝົນຕົກມາໃນປັດຈຸບັນລາຄາຜັກເລີ່ມຫຼຸດລົງ ຫອມປ້ອມຢູ່ທີ່ 120.000 ກີບຕໍ່ໝື່ນ, ຫອມບົ່ວ 130.000 ກີບຕໍ່ໝື່ນ. ເຖິງຢ່າງໃດກໍຕາມ, ຖ້າທຽບໃສ່ລະດູແລ້ງຖືວ່າຍັງສູງຢູ່.

( ຂ່າວ: ເອຢິບ )