ຈັ່ງໃດໄຂ້ຍຸງ!!! ຄຳມ່ວນມີຜູ້ຕິດເຊື້ອກວ່າ 2.000 ຄົນ ແນະນຳມີໄຂ້ຢ່າຊື້ຢາມາກິນເອງ

95

ຫຼາຍແຂວງ ຍັງປະເຊີນກັບພະຍາດໄຂ້ຍຸງລາຍລະບາດ ແລະ ເຫັນວ່າຍັງມີທ່າອ່ຽງເພີ່ມຂຶ້ນ. ດ້ານສາທາລະນະສຸກເລັ່ງໃຫ້ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນພະຍາດໄຂ້ຍຸງລາຍດ້ວຍການປະຕິບັດ 5 ປໍ ສ່ວນຄຳມ່ວນ ແມ່ນຕິດດັບທີ 5 ຂອງບັນດາແຂວງໃນທົ່ວປະເທດທີ່ເປັນພະຍາດໄຂ້ຍຸງລາຍ.

 

 

ທ່ານ ດຣ. ຖາວອນ ໄກຍະລາດ ຮອງຫົວໜ້າອໍານວຍການໂຮງໝໍແຂວງຄຳມ່ວນ, ທັງເປັນແພດຊ່ຽວຊານເດັກໄດ້ໃຫ້ຮູ້ວ່າ: ເລີ່ມແຕ່ຕົ້ນລະດູຝົນປີນີ້ມາຮອດປັດຈຸບັນທົ່ວແຂວງຄຳມ່ວນມີຄົນເຈັບ ທີ່ເປັນພະຍາດໄຂ້ຍຸງລາຍແລ້ວ 2.136 ຄົນ ໃນນີ້ ເສຍຊີວິດແລ້ວ 4 ຄົນ. ສະເພາະຄົນເຈັບທີ່ມານອນໂຮງໝໍມີ 891 ຄົນ. ເປັນເດັກ 305 ຄົນ, ຜູ້ໃຫຍ່ 586 ຄົນ. ສ່ວນເມືອງທີ່ພົບການລະບາດຫຼາຍກ່ວາໜູ່ແມ່ນ ເມືອງຍົມມະລາດ, ເມືອງທ່າແຂກ ແລະ ເມືອງເຊບັ້ງໄຟ.

 

 

ຕໍ່ກັບສະພາບດັ່ງກ່າວທາງພະນັກງານ – ແພດໝໍ ໄດ້ເອົາໃຈໃສ່ປິ່ນປົວ ແລະ ມີມາດຕະການຕອບໂຕເປັນຢ່າງດີ ໂດຍໄດ້ແຕ່ງຕັ້ງຄະນະຮັບຜິດຊອບປິ່ນປົວພະຍາດໄຂ້ຍຸງລາຍປະກອບມີ 16 ທ່ານ, ຄະນະກຳມະການແຕ່ລະທ່ານໄດ້ເອົາໃຈໃສ່ປະຕິບັດຕາມໜ້າທີ່ຖືກມອບໝາຍ ໂດຍສະເພາະການປິ່ນປົວຄົນເຈັບທີ່ເປັນໄຂ້ຍຸງລາຍທີ່ນອນປິ່ນປົວຢູ່ຕຶກທີ່ທ່ານໝໍຮັບຜິດຊອບ, ແຕ່ລະເຊົ້າມີການລາຍງານສະພາບຂອງຄົນເຈັບທຸກມື້, ຖ້າກໍລະນີຄົນເຈັບໜັກກໍ່ໄດ້ມີການຫາລືແລ້ວລາຍງານໃຫ້ຂັ້ນເທິງຮັບຊາບ.

 

 

ສໍາລັບຕຽງນອນຮອງຮັບຄົນເຈັບຢູ່ໂຮງໝໍ ແມ່ນມີພຽງພໍຕອບສະໜອງກັບປະລິມານຂອງຄົນເຈັບ ເຊິ່ງໄດ້ແບ່ງອອກຢ່າງລະອຽດຄື: ຕຶກພາຍໃນ I ຈາກ 28 ຕຽງນອນໄດ້ເພີ່ມຂຶ້ນອີກ 16 ຕຽງນອນ, ຕຶກປິ່ນປົວເດັກຈາກ 18 ຕຽງນອນເພີ່ມຂຶ້ນອີກ 13 ຕຽງນອນ, ມີການແບ່ງໂຊນຄົນເຈັບທີ່ມີອາການເຕືອນ ແລະ ບໍ່ມີອາການເຕືອນ ( ກາງ ) ເພື່ອງ່າຍໃນການຕິດຕາມ.

 

 

ກໍລະນີຄົນເຈັບເພີ່ມຂຶ້ນຫຼາຍ ພວກເຮົາກໍ່ຍັງມີຕຶກປິ່ນປົວຂະແໜງອື່ນທີ່ສາມາດຮອງຮັບຄົນເຈັບໄດ້ເຊັ່ນຕຶກພາຍນອກ II, ພາຍນອກ III ແລະ ຕຶກນອນພີ່ນ້ອງຄົນເຈັບກໍ່ສາມາດນຳໃຊ້ໄດ້.

ແນວໃດກໍ່ຕາມ ເພື່ອແກ້ໄຂບັນຫາໄຂຍຸງລາຍຢ່າງທັນການທ່ານຮອງຜູ້ອຳນວຍການໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ຈົ່ງເປັນເຈົ້າການໃນການກຳຈັດແຫຼ່ງເພາະພັນຂອງຍຸງລາຍເປັນປະຈຳ, ປົກກະຕິ, ນອນໃນມຸ້ງ ແລະ ເວລາລູກຫຼານເປັນໄຂ້ຫ້າມຊື້ຢາກິນເອງ, ຄວນຟ້າວມາພົບແພດຢູ່ສະຖານທີ່ບໍລິການໂຮງໝໍ  ສຸກສາລາໃກ້ບ້ານເພື່ອຈະສະດວກໃນການປິ່ນປົວ ແລະ ທັນກັບສະພາບການ.