ຈຳປາສັກແຈ້ງແລ້ວ ຮ້ານອາຫານ-ບັນເທິງເຮັດຜິດລະບຽບ ຈະປັບໃໝພ້ອມສັ່ງປິດ

85

ເພື່ອເປັນການຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ທັງເປັນການຫຼຸດຜ່ອນປະກົດການຫຍໍ້ທໍ້ໃນກຸ່ມນັກກິນດື່ມ ແຂວງຈຳປາສັກໄດ້ອອກແຈ້ງການຕໍ່ກັບຮ້ານບັນເທີງ, ຮ້ານອາຫານ, ຮ້ານກິນດື່ມ-ປີ້ງແກ້ມພາຍໃນແຂວງຈຳປາສັກ ທີ່ດໍາເນີນບໍລິການບໍ່ສອດຄ່ອງກັບລະບຽບກົດໝາຍ ໂດຍບໍ່ອະນຸຍາດເປີດເພງສຽງດັງ, ສະຖານທີ່ບັນເທີງຕ້ອງຫ່າງຈາກສະຖານທີ່ສຳຄັນຂອງຊາດ ຫາກຝ່າຝືນເຖິງຂັ້ນຮ້າຍແຮງແມ່ນຖອນໃບດຳເນີນທຸລະກິດ

ເປັນພຽງພາບປະກອບຂ່າວ

 

ພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຈຳປາສັກອອກແຈ້ງການ ເຖິງຫົວໜ້າຫ້ອງການຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ 1 ນະຄອນ/ 9 ຕົວເມືອງ, ຜູ້ປະກອບການຮ້ານອາຫານ, ຮ້ານປິ້ງແກ້ມ, ຮ້ານກິນດື່ມ-ບັນເທີງ ທົ່ວແຂວງຈຳປາສັກ ໃຫ້ປະຕິບັດຕາມລະບຽບຢ່າງເຂັ້ມງວດ.

ພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຈຳປາສັກ ອອກແຈ້ງການມາຍັງທ່ານຊາບວ່າ: ເລີ່ມແຕ່ເດືອນ ກໍລະກົດ 2019 ໃຫ້ປະຕິບັດລະບຽບການເຄື່ອນໄຫວ ການບໍລິການອາຫານ, ບໍລິການກິນດື່ມ ແລະ ການບັນເທີງດັ່ງນີ້: ໃຫ້ເຈົ້າຂອງທຸລະກິດບໍລິການປະເພດອາຫານ, ຮ້ານປິ້ງແກ້ມ, ຮ້ານກິນດື່ມຟັງເພງ ຢຸດຕິການບັນເທີງທຸກຮູບແບບ ແລະ ຢຸດບໍລິການຄາຣາໂອເກະ.

ເປັນພຽງພາບປະກອບຂ່າວ

 

ສຳລັບຮ້ານອາຫານ, ຮ້ານກິນດື່ມ ສາມາດເປີດບໍລິການຟັງເພງຈາກອຸປະກອນເຄື່ອງສຽງໄດ້ແຕ່ໃຫ້ລະດັບບໍ່ເກີນ 85 ເດຊີເບວ ແລະ ໃຫ້ປິດການບໍລິການໃຫ້ກາຍເວລາ 00:00 ໂມງ ທີ່ໄດ້ກຳນົດໄວ້ໃນດຳລັດ 315/ລບ ລົງວັນທີ 02 ເດືອນຕຸລາ 2017 ວ່າດ້ວຍການບັນເທີງຢ່າງເຂັ້ມງວດ; ສະຖານທີ່ບັນເທີງ ແລະ ບໍລິການຄາຣະໂອເກະ ຕ້ອງຫ່າງຈາກສະຖາບັນການສຶກສາ, ໂຮງໝໍ, ສຳນັກງານຂອງລັດ, ສໍານັກງານອົງການຈັດຕັ້ງສາກົນ, ສາທາລະນະສະຖານ, ອະນຸສອນສະຖານ, ບູຮານສະຖານ, ປູຊະນິຍະສະຖານ, ຖໍ້າ, ສະຖານທີ່ສັກສິດ ແລະ ສະຖານທີ່ສຳຄັນຂອງຊາດ 500 ແມັດຂຶ້ນໄປ.

ເປັນພຽງພາບປະກອບຂ່າວ

 

ຫ້າມນັກຮຽນ, ນັກສຶກສານຸ່ງເຄື່ອງແບບ ແລະ ເດັກອາຍຸບໍ່ເຖິງ 18 ປີ ເຂົ້າໃຊ້ບໍລິການ; ຫ້າມໃຫ້ຜູ້ປະກອບການຮ້ານອາຫານ, ຮ້ານປິ້ງແກ້ມ, ຮ້ານກິນດື່ມ, ບັນເທີງ ແລະ ຮ້ານຄາຣະໂອເກະນຳໃຊ້ຖະໜົນຫຼວງເປັນບ່ອນຈອດລົດຂອງຜູ້ມາໃຊ້ບໍລິການເດັດຂາດ.

ສຳລັບມາດຕະການຕໍ່ຜູ້ລະເມີດ ມີດັ່ງນີ້: ຄັ້ງທີ1: ສຶກສາອົບຮົມກ່າວເຕືອນ ປັບໃໝ 1.000.000 ກີບ; ຄັ້ງທີ2: ຈະຖືກໂຈະການດຳເນີນທຸລະກິດເປັນເວລາ 5 ເດືອນ ພ້ອມທັງປັບໃໝເປັນເງິນ 5.000.000 ກີບ ສຶກສາອົບຮົມ, ກ່າວເຕືອນ ແລະ ລົງບັນທຶກໄວ້ເປັນຫຼັກຖານ ແລະ ຄັ້ງທີ3: ຈະຖືກຍຸບເລີກການດຳເນີນທຸລະກິດບັນເທີງ ພ້ອມທັງຖອນໃບອະນຸຍາດດຳເນີນທຸລະກິດຖາວອນ, ປັບໃໝຈຳນວນ 10.000.000 ກີບ. ຈໍານວນເງິນປັບໃໝທັງໝົດ ຕ້ອງມອບເຂົ້າກອງທຶນການທ່ອງທ່ຽວ ຕາມລະບຽບການ.

 

ສະນັ້ນ, ມອບໃຫ້ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ນະຄອນປາກເຊ ແລະ 9 ຕົວເມືອງ ພ້ອມດ້ວຍຜູ້ປະກອບການຮ້ານອາຫານ, ຮ້ານປິ້ງແກ້ມ, ຮ້ານກິນດື່ມ-ບັນເທີງເອົາໃຈໃສ່ ແລະ ປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.