ນ່ານ່າ ບັນຊາພົງ ຊະນະເລີດການແຂ່ງຂັນແຕ້ມຮູບ ທີ່ປະເທດຢີ່ປຸ່ນ ເດີນທາງໄປຮັບຫຼຽນຄໍາຢ່າງພາກພູມໃຈ

74

ເປັນເລື່ອງໜ້າຍິນດີອີກເລື່ອງ ເມື່ອສາວນ້ອຍ ນ້ອງ ນ່ານ່າ ບັນຊາພົງ ສາມາດຄວ້າຫຼຽນຄໍາ ຈາກການຊະນະເລີດແຂ່ງຂັນແຕ້ມຮູບອັນດັບ 1 ໃນງານມະຫາກຳສີລະປະຂອງນັກຮຽນມັດທະຍົມຕອນປາຍ ປີ 2019 ທີ່ປະເທດຢີ່ປຸ່ນ ພ້ອມຮັບໂອກາດ ເດີນທາງໄປຮັບຫລຽນຄຳ ອັນຊົງກຽດ ແລະ ທັດສະນະສຶກສາ ທີ່ປະເທດຍີ່ປຸ່ນ ດີໃຈນໍາເດີ້

ຜົນງານການແຕ້ມ ຂອງນ້ອງນ່ານ່າ ແມ່ນ “ທົ່ງໄຫຫີນ ແຂວງຊຽງຂວາງ” ໂດຍໄດ້ຮັບແຮງບັນດານໃຈ ທີ່ທົ່ງໄຫຫີນ ໄດ້ຖືກຮອງ ຮັບເປັນມໍລະດົກໂລກແຫ່ງທີ່ 3 ຂອງ ສປປ ລາວ, ຈຶ່ງຢາກນຳສະເຫນີ ເອກກະລັກ ມໍລະດົກໂລກທີ່ພົ້ນເດັ່ນຂອງລາວ ອອກສູ່ສາຍຕາຊາວຕ່າງຊາດ.

ຈາກ: Lao Youth Radio FM 90.0 Mhz